spot_img
Homeຂ່າວການສຶກສາພາສາຂະເໝນ ພາສາໜຶ່ງທີ່ຄວນຮຽນຮູ້

ພາສາຂະເໝນ ພາສາໜຶ່ງທີ່ຄວນຮຽນຮູ້

Published on

 20130410135409 ໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ຫລືວ່າປະຊາຄົມອາຊຽນນີ້ ປະເທດກຳປູເຈຍຖືວ່າເປັນປະເທດໜຶ່ງທີ່ໜ້າສົນໃຈຫລາຍ ມີອະລິຍະທຳ, ວັດທະນະທຳ, ສາສະໜາສະຖານ, ບູຮານສະ ຖານ ແລະຫລາຍສິ່ງຫລາຍຢ່າງທີ່ໜ້າຮຽນຮູ້ ທີ່ພວກເຮົາເຫັນໄດ້ຢ່າງຈະແຈ້ງທີ່ສຸດກໍຄື ອັງກໍວັດ-ອັງກໍພົມ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງກ້ອງໂລກ ບໍ່ມີໃຜດອກທີ່ຈະປະຕິເສດໄດ້ເລື່ອງຄວາມອະລັງການແລະອັດສະຈັນຂອງມັນ. ຊົນຊາດຂອມທີ່ກາຍມາເປັນຊົນຊາດຂະແມໃນປັດຈຸບັນນີ້ ແຕ່ກ່ອນນັ້ນເຄີຍມີຊື່ສຽງຢູ່ໃນປະຫວັດສາດຂອງທຸກໆຊາດ ເປັນຕົ້ນວ່າ ລາວ, ຫວຽດນາມ, ໄທ, ຈີນ ແລະອື່ນໆ ຊົນຊາດເຫລົ່ານີ້ໄດ້ຮັບອິດທິພົນທາງດ້ານວັດທະນາທຳ, ຂະນົບທຳນຽມປະເພນີ, ພາສາປາກເວົ້າ ແລະຄວາມເຊື່ອຖືທາງສາສະໜາ ຈາກຕົວຢ່າງໃຫ້ເຮົາເຫັນໄດ້ກໍຄື ໃນສະຕະວັດທີສິບສີ່ນັ້ນ ພະເຈົ້າຟ້າງຸ່ມຜູ້ເປັນກະສັດອົງທຳອິດແຫ່ງອະນາຈັກລາວລ້ານຊ້າງ ໄດ້ມີສາຍສຳພັນອັນດີກັບອະນາຈັກຂະເໝນ ແລະພະຊາຍາຂອງເພິ່ນ ນາງແກ້ວເກັງຍາ ກໍເປັນຜູ້ໄປນຳເອົາສາະໜາພຸດນິກາຍເຖລະວາດມາເຜີຍແຜ່ໃນປະເທດລາວ ເພື່ອລົບລ້າງຄວາມເຊື່ອຖືງົມງວາຍທີ່ມີມາແຕ່ເດີມນັ້ນໃຫ້ໝົດສ້ຽງໄປ ນີ້ສະແດງໃຫ້ເຫັນວ່າ ປະເທດລາວຂອງພວກເຮົາເອງກໍໄດ້ຮັບບາງສິ່ງຢ່າງມາຈາກກຳປູເຈຍບໍ່ໜ້ອຍເລີຍ.

ພາສາກຳປູເຈຍທີ່ໜ້າຮຽນຮູ້ ແລະກໍຄວນຮຽນຮູ້ ເປັນຫຍັງຈຶ່ງວ່າແນວນັ້ນ? ກໍເພາະວ່າ ເປັນພາສາທີ່ຄ້າຍຄືກັບພາສາລາວຫລາຍ ບາງຄົນກໍບໍ່ຮູ້ຊ້ຳວ່າ ບາງຄຳສັບທີ່ເປັນພາສາລາວໃນປັດຈຸບັນນີ້ ທີ່ແທ້ແມ່ນມີເຄົ້າມາຈາກພາສາກຳປູເຈຍ ເປັນຕົ້ນວ່າ ຖະໜົນ, ອຳນາດ, ສະໝຽນ, ຕຳຫລວດ, ບັນ ທົມ, ສະເດັດ, ເພີງ(ລົດດັບເພີງ) ແລະອື່ນໆ ໃນບັນດາປະເທດສະມາຊິກອາຊຽນນີ້ ທຸກໆປະເທດລ້ວນແຕ່ມີພາສາວັດທະນະທຳສະເພາະເປັນຂອງຕົນເອງ ທຸກປະເທດແມ່ນພົວພັນກັນຢູ່ທຸກເມື່ອທຸກເວລາ ບໍ່ຫລາຍກໍໜ້ອຍ ຖ້າບຸກຄົນໃຜຮຽນຮູ້ຫລາຍໆພາສາກໍຍິ່ງໄດ້ປຽບໝູ່ ເພາະສະໝອງໃນການຮຽນຮູ້ຈະກວ້າງຂວາງກວ່າຄົນອື່ນໆ ແລະອາຊີບການງານບ່ອນໃດບ່ອນໜຶ່ງກໍຕ້ອງການຢ່າງແນ່ນອນ.

ໃນໂລກປັດຈຸບັນນີ້ ແມ່ນໃຜທີ່ໄດ້ຮຽນຮູ້ຫລາຍແມ່ນໄດ້ປຽບ ໂດຍສະເພາະກໍແມ່ນພາສາ ຖ້າເຮົາໄດ້ພາສາໃດໜຶ່ງແລ້ວ ເຮົາຈະເຂົ້າໃຈບໍ່ຫລາຍກໍໜ້ອຍກ່ຽວກັບປະເທດນັ້ນໆ ດັ່ງນັ້ນພາສາຂະເໝນກໍເປັນພາສາໜຶ່ງທີ່ຄົນລາວພວກເຮົາຕ້ອງຮຽນຮູ້ໄວ້ ບໍ່ໄດ້ເສຍຫາຍອິຫຍັງ? ບາງຄົນອາດຈະຖາມວ່າ ຮຽນໄປເພື່ອຫຍັງພາສາຂະເໝນ ຮຽນແລ້ວໄດ້ຫຍັງ? ທີ່ຈິງແລ້ວພາສາຂະເໝນນັ້ນ ມີຫລາຍຄຳສັບທີ່ຢູ່ໃນວັດຈະນານຸກົມແມ່ນຄ້າຍຄືກັບພາສາລາວທີ່ສຸດ ບາງຄຳຄືກັນແຕ່ວ່າອ່ານອອກສຽງຕ່າງກັນ ຍົກຕົວຢ່າງເຊັ່ນ : ເວລາ ຂຽນຄືພາສາລາວ ແຕ່ອ່ານອອກສຽງຕ່າງກັນ ຄືອ່ານວ່າ ເວເລຍ ພາສາລາວອ່ານອອກສຽງໂຕ ທ ແຕ່ພາສາຂະເໝນອ່ານອອກເປັນໂຕ ຕ ຕົວຢ່າງ ວັນອາທິດ ພາສາຂະເໝນອ່ານອອກວ່າ ທະໄງອາຕິ໊ດ (ວັນອາທິດ) ທຸກ ພາສາຂະເໝນອ່ານວ່າ ຕຸກຂ໌ ໆລໆ

ຄວາມໜ້າສົນໃຈຂອງພາສາຂະເໝນກໍຄືວ່າ ຄ້າຍຄືກັບພາສາລາວຫລາຍ ບາງຄຳສັບກໍອ່ານຄືກັນ ແຕ່ບາງຄຳສັບຊ້ຳພັດອ່ານຕ່າງກັນພຽງໜ້ອຍດຽວເທົ່ານັ້ນ ໃຜທີ່ມີຄວາມຈື່ຈຳດີກໍຈະຮຽນໄດ້ໄວ ແຕ່ອຸປະສັກນັ້ນທີ່ຫຍຸ້ງຍາກຫລາຍກະຄືວ່າ ພາສາຂະເໝນຫລັກການຂຽນແມ່ນແຕກຕ່າງຈາກພາສາລາວຫລາຍ ຂຽນກະຍາກ ພະຍັນຊະນະແລະສະຫລະຫລາຍໂຕໂພດ ມີໂຕເຫລືອຄ້າຍຄືກັບພາສາໄທ ນອກນັ້ນຍັງມີໄມ້ກາລັນ, ນິກຄະຫິດ ແບບພາສາບາລີ ແລະມະຍິກມະຍ່ອຍອີກຫລາຍຢ່າງ. ຂັ້ນຕອນເລີ່ມຕົ້ນເຮົາຄວນຮຽນຈາກຫລັກການເວົ້າໄປກ່ອນ ບາດນັ້ນເມື່ອວິຊາວິທະຍາຍຸດແກ່ກ້າຂຶ້ນ ກໍກ້າວເຂົ້າໄປຫາຫລັກການຂຽນ ຄົງຈະບໍ່ເກີນຄວາມສາມາດແລະພຍາຍາມຂອງພວກເຮົາດອກ.

Wikipedia-logo-v2-km.svg

ຕາມຂໍ້ມູນທີ່ ເວບໄຊວິກິພີເດຍໄດ້ລະບຸໄວ້ ພາສາຂະເໝນນັ້ນມີປະຊາກອນທີ່ນຳໃຊ້ປະມານ 15,7-21,6 ລ້ານຄົນ ເປັນພາສາທາງລາຊະການຂອງປະເທດລາຊະອະນາຈັກກໍາປູເຈຍ ໃນນັ້ນປະ ຊາຊົນພາຍນອກປະເທດຂະເໝນ ທີ່ນຳໃຊ້ພາສາຂະເໝນແມ່ນມີຢູ່ໃນພາກໃຕ້ຂອງປະເທດຫວຽດນາມ, ພາກໃຕ້ລາວ, ພາກອິສານຂອງໄທ ແລະຢູ່ຕ່າງປະເທດເຂດຕາເວັນຕົກນຳດ້ວຍ.

ພາສາຂະເໝນ (ភាសាខ្មែរ) ເປັນໜຶ່ງໃນພາສາຫລັກຂອງ ພາສາກຸ່ມອອດໂຕເອເຊຍຕິກ ແລະໄດ້ຮັບອິດທິພົນມາຈາກພາສາສັນສະກິດ ແລະພາສາບາລີພໍສົມຄວນ ເຊິ່ງອິດທິພົນເຫລົ່ານີ້ມາຈາກອິດທິພົນຂອງສາສະໜາພຸດ ແລະສາສະໜາຮິນດູ ພາສາຂະເໝນແຕກຕ່າງຈາກພາສາລາວ,ໄທແລະຫວຽດນາມກໍຄືວ່າ ບໍ່ມີສຽງວັນນະຍຸດ.

ພາສາຂະເໝນນັ້ນຂຽນດ້ວຍຕົວອັກສອນຂະເໝນ ແລະເລກຂະເໝນ (ເຊິ່ງມີລັກສະນະຄ້າຍກັບລາວ ແລະໄທ ໃຊ້ຫລາຍກວ່າເລກອະລາບິກ) ຊາວຂະເໝນໄດ້ຮັບຕົວອັກສອນ ແລະໂຕເລກຈາກອິນເດຍຝ່າຍໃຕ້ ອັກສອນຂະເໝນນັ້ນ ມີ 2 ແບບດ້ວຍກັນຄື

ອັກສອນແບບເນີ້ງ ເປັນຕົວອັກສອນທີ່ນິຍົມໃຊ້ກັນທົ່ວໄປ ແຕ່ກ່ອນນັ້ນຂຽນເປັນໂຕອຽງ ແຕ່ພາຍຫລັງເມື່ອມີລະບົບການພິມເຂົ້າມາ ກໍໄດ້ປະດິດອັກສອນແບບເສັ້ນຊື່ຂຶ້ນ ມີຊື້ເອີ້ນອີກຢ່າງໜຶ່ງວ່າ ອັກສອນຢືນ (ອັກຊໍໂຍ) ອັກສອນເນີ້ງນີ້ເປັນໂຕຍາວ ມີຫລ່ຽມ ຂຽນງ່າຍ .

  • ອັກສອນມູນ ຫລືອັກສອນກົມ ເປັນອັກສອນທີ່ໃຊ້ຂຽນໃນທາງສາສະໜາ ຕົວອັກສອນກວ້າງກວ່າຕົວເນີ້ງ ນິຍົມໃຊ້ໃນການຂຽນໜັງສືທຳ ເຊັ່ນ ໃນຄຳພີພະພຸດທະສາສະໜາ ຫລືການຂຽນຫົວຂໍ້ທີ່ຕ້ອງການຄວາມໂດດເດັ່ນ ຫລືການຈາລຶກໄວ້ບ່ອນສາທາລະນະ.
  • ອັກສອນຂະເໝນທີ່ຂຽນດ້ວຍຕົວໂລມັນ (Romanization)

ໃນສະໄໝກ່ອນກີ້ນັ້ນ ເຮົາຄົງເຄີຍໄດ້ຍິນໄດ້ຟັງວ່າ ຜູ້ເຖົ້າຜູ້ແກ່ນິຍົມໃຊ້ພາສາຂະເໝນຂຽນພາສາລາວ ຫລືພາສາບາລີກໍຄື ອັກສອນຂອມ ເຊິ່ງເປັນພາສາທີ່ມີຄວາມສັກສິດຫລາຍ ຂະໜາດວ່າໝໍຜີກໍຍັງຈົ່ມມົນກົນຄາຖາເປັນໂຂຂອມ.

  • ບາງຄຳສັບທີ່ຄວນຮຽນຮູ້ໃນພາສາຂະເໝນ
  1. ສະບາຍດີ : ຊົວສະໄດ
  2. ຂອບໃຈ : ອໍກຸນ
  3. ສະບາຍດີບໍ່? : ເນຍສົກສະບາຍເຕ໊
  4. ຍິນດີທີ່ໄດ້ຮູ້ຈັກ : ຣຶກເຣຍນາສແຕລບານສະເກືອລ
  5. ພົບກັນໃໝ່ : ຂະຈຸ໊ບຄະເນຍໃໝ່
  6. ລາກ່ອນ : ໂຊມະເລຍເຮີຍ
  7. ລາຕີສະຫວັດ ຝັນດີ : ຣາໄຕຊົວສະໄດ ສຸບັນລໍ
  8. ບໍ່ເປັນຫຍັງ? : ມຶນເຈບອະໄວເຕ໊
  9. ຂໍໂທດ : ຊົມໂຕສ
  10. ສາລະພາບແລ້ວ ເຂົາບໍ່ຮັກກໍບໍ່ເປັນຫຍັງ? : ສະຣະພາບເຮຍ ເນ໊ຍມັນສະລັນ ກໍ່ມັນເອີຍແດ?

(ຖ້າຜິດພາດປະການໃດກໍຂໍໂທດຂໍອະໄພນໍາດ້ວຍ ເພາະຜູ້ຂຽນກໍຍັງວິຊານ້ອຍ ວິທະຍາຍຸດຍັງບໍ່ເກັ່ງກ້າເທື່ອ)

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...