spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສູດນ້ຳໝາກນາວປະສົມນ້ຳເຜິ້ງຊ່ວຍຫຼຸດຄວາມອ້ວນ.

ສູດນ້ຳໝາກນາວປະສົມນ້ຳເຜິ້ງຊ່ວຍຫຼຸດຄວາມອ້ວນ.

Published on

ການດື່ມແມ່ນຄວນດື່ມຕອນນ້ຳອຸ່ນໆຈະດີທີ່ສຸດ ແລະ ຄວນດື່ມກ່ອນອາຫານເຊົ້າປະມານ 10-15 ນາທີ ເພາະໝາກນາວຈະເປັນໂຕຊ່ວຍໃນການດູດເອົາໄຂມັນສະສົມອອກມາໄດ້ເປັນຢ່າງດີ ເຊິ່ງການເສຍເວລາພຽງແຕ່ໜ້ອຍໜຶ່ງໃນຕອນເຊົ້າກໍ່ເປັນສິ່ງທີ່ດີໃນການຊ່ວຍເບິ່ງແຍ່ງສຸຂະພາບຂອງທ່ານເອງ.

ສ່ວນປະກອບ:
ໝາກນາວ 1 ນາວ.
ນ້ຳອຸ່ນ 1 ຈອກໃຫຍ່.
ນ້ຳເຜິ້ງ 1 ບ່ວງແກງ.
ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:
– ວິທີເຮັດແມ່ນງ່າຍໆພຽງແຕ່ 2 ນາທີ ກໍ່ສາມາດດື່ມໄດ້ແລ້ວ ໂດຍເອົານ້ຳອຸ່ນມາ 1 ຈອກແລ້ວບີບນ້ຳໝາກນາວລົງພ້ອມປະສົມກັບນ້ຳເຜິ້ງ ແລະ ເກືອເລັກໜ້ອຍ ຈາກນັ້ນກໍ່ຄົນໃຫ້ເຂົ້າກັນ ແລ້ວດື່ມທັນທີທີ່ນ້ຳກຳລັງອຸ່ນຢູ່.

ສັບພະຄຸນ:
ການດື່ມເປັນປະຈຳທຸກມື້ຈະຊ່ວຍຍ່ອຍອາຫານ, ຊ່ວຍກຳຈັດສານພິດ ແລະ ເປັນຢາຂັບປັດສະວະ, ຊ່ວຍເສີມສ້າງພູມຄຸມກັນ, ຊ່ວຍປັບສົມດຸນຂອງຄ່າ PH ໃນຮ່າງກາຍ, ຊ່ວຍເຮັດໃຫ້ຜິວພັນສົດໃສ, ຊ່ວຍເພີ່ມພະລັງງານ ແລະ ເຮັດໃຫ້ອາລົມດີຂຶ້ນ, ຊ່ວຍປິ່ນປົວບາດແຜ, ຊ່ວຍຫຼຸດອາການອັກເສບ, ຊ່ວຍໃຫ້ລົມຫາຍໃຈສົດຊື່ນ, ຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍຫຼຸດຄວາມອ້ວນໄດ້.

 

ທີ່ມາ: ເຟສບຸກຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...