Homeຂ່າວພາຍ​ໃນກວດພົບຊິງຊັ່ງບໍ່ໄດ້ມາດຕະຖານຈໍານວນໜຶ່ງຢູ່ຕະຫຼາດໃຫຍ່ຫລາຍແຫ່ງ

ກວດພົບຊິງຊັ່ງບໍ່ໄດ້ມາດຕະຖານຈໍານວນໜຶ່ງຢູ່ຕະຫຼາດໃຫຍ່ຫລາຍແຫ່ງ

Published on

ເຈົ້າໜ້າທີ່ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ, ເມືອງຈັນທະບູລີ,ນະຄອນຫລວງວຽງຈັນ, ໄດ້ຢຶດຊິ່ງຊັ່ງສີນຄ້າຂອງຜູ້ຄ້າຂາຍເປັນຈໍານວນຫລາຍໜ່ວຍ, ຫລັງຈາກພົບວ່າຊິງເຫລົ່າ ນັ້ນບໍ່ໄດ້ຕາມມາດຕະຖານວັດແທກທີ່ພາກສ່ວນກ່ຽວຂ້ອງກໍານົດ, ຊຶ່ງຖືເປັນການເອົາປຽບຜູ້ບໍລິໂພກ.

ຮອງຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງດັ່ງກ່າວໃຫ້ຮູ້ວ່າ: ພາຍຫລັງພະນັກ ງານຕົນສົມທົບກັບພະນັກງານຈັດສັນຕະຫລາດຕະຫຼາດທົ່ງຂັນຄຳ,ໂພນຕ້ອງຈອມມະນີ,ຫ້ວຍຫົງ ແລະ ໂພນຕ້ອງສະຫວ່າງ ລົງກວດກາຊິງຊັ່ງຂອງບັນດາຊາວຄ້າຂາຍໃນຕະຫລາດດັ່ງກ່າວເລີ່ມແຕ່ວັນທີ 9 – 21 ມິຖຸນານີ້, ສາມາດພົບເຫັນຊິງຊັ່ງສີນຄ້າຂອງຊາວຄ້າຂາຍບໍ່

ໄດ້ມາດຕະຖານຫລາຍກວ່າ 10 ໜ່ວຍ, ຈຶ່ງໄດ້ຢຶດເອົາໄປທໍາລາຍຖິ້ມ, ພ້ອມທັງສຶກສາອົບຮົບເຮັດບົດບັນທຶກຕໍ່ຜູ້ກະທໍາຜິດບໍ່ໃຫ້ສວຍໂອກາດນໍາໃຊ້ຊິງທີ່ບໍ່ໄດ້ມາດຕະຖານຄືດັ່ງກ່າວອີກ,ຊຶ່ງເປັນການລະເມີດລະບຽບກົດໝາຍບ້ານເມືອງ, ໂດຍສະເພາະແມ່ນກົດໝາຍວັດແທກ ແລະ ກົດໝາຍອາຍາມາດຕາ 150 ວ່າດ້ວຍການດັດແປງດັດປັບສິ່ງຂອງເພື່ອບໍ່ໃຫ້ໄດ້ມາດຕະຖານ.

ການລົງກວດກາຊິງຊັ່ງຂອງຊາວຄ້າຂາຍໃນທ້ອງຕະຫລາດໃຫຍ່ເທື່ອນີ້, ພາຍຫລັງເຫັນວ່າປັດຈຸບັນລາຄາສີນຄ້າບາງປະເພດມີການເໜັງຕິງສູງຂຶ້ນເປັນຕົ້ນແມ່ນປະເພດຊີ້ນ, ປາ ແລະ ການສ່ອງແສງຂອງສັງຄົມທີ່ສະເໜີວ່າມີຊາວຄ້າຂາຍເອົາປຽບຜູ້ບໍລິໂພກດ້ວຍການໂລບຕາຊິງຢ່າງແຜ່.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...