Homeຂ່າວນໍ້າຖ້ວມເຊ​ກອງ​ຈະ​ໃຫ້​ປະ­ຊາ­ຊົນ​ໄດ້​ໃຊ້ໄຟ­ຟ້າ​ຢ່າງ​ທົ່ວ​ເຖິງ

ເຊ​ກອງ​ຈະ​ໃຫ້​ປະ­ຊາ­ຊົນ​ໄດ້​ໃຊ້ໄຟ­ຟ້າ​ຢ່າງ​ທົ່ວ​ເຖິງ

Published on

ແຂວງເຊກອງກໍຄື ພະແນກພະ­ລັງງານ ແລະບໍ່ແຮ່ໄດ້ຕັ້ງເປົ້າໝາຍສູ້ຊົນຈະຂະ­ຫຍາຍລະ­ບົບຕາຂ່າຍໄຟ­ຟ້າແຮງກາງ ແລະແຮງຕໍ່າໃຫ້ກວ້າງ­ຂວາງ ແລະ ທົ່ວເຖິງ ໂດຍສະ­ເພາະເຂດຊົນ­ນະ­ບົດຫ່າງໄກສອກ­ຫຼີກ ເພື່ອສະ­ໜອງກະ­ແສໄຟ­ຟ້າຊຸກ­ຍູ້ການຜະ­ລິດກະ­ສິ­ກຳ, ອຸດສາຫະກຳ, ຫັດ­ຖະ­ກຳ ແລະການບໍ­ລິ­ການຂອງຫົວ­ໜ່ວຍທຸ­ລະກິດລວມທັງການຊົມ­ໃຊ້ຂອງປະ­ຊາ­ຊົນໃຫ້ໄດ້ຢ່າງທົ່ວເຖິງ ຫຼື 100% ໃນປີ 2025.

ຕາມຂໍ້ມູນລາຍງານຂອງພະແນກພະ­ລັງ­ງານ ແລະບໍ່ແຮ່ໃຫ້ຮູ້ວ່າ: ຜ່ານມາພະແນກພະ­ລັງ­ງານ ແລະບໍ່ແຮ່ກໍຄືລັດວິສາຫະກິດໄຟ­ຟ້າລາວສາ­ຂາແຂວງເຊກອງໄດ້ເອົາ­ໃຈ­ໃສ່ປະ­ຕິ­ບັດໜ້າ­ທີ່ວຽກ  ງານວິ­ຊາສະ­ເພາະທີ່ໄດ້ຮັບການມອບໝາຍຕາມພາ­ລະບົດ­ບາດ, ສິດ ແລະໜ້າທີ່ຂອງຕົນດ້ວຍຄວາມຮັບ­ຜິດ­ຊອບສູງ ແລະສາ­ມາດຍາດໄດ້ຜົນ­ສຳ­ເລັດໃນຫຼາຍດ້ານເປັນ­ຕົ້ນວຽກຂະ­ຫຍາຍຕາຂ່າຍໄຟ­ຟ້າທັງຢູ່ໃນຕົວເມືອງ ແລະຊົນ­ນະ­ບົດ ຊຶ່ງເຮັດໃຫ້ວຽກງານນີ້ມີທ່າອຽງດີຂຶ້ນໄດ້ກາຍ­ເປັນເງື່ອນ­ໄຂອຳ­ນວຍຄວາມສະ­ດວກແກ່ການຜະ­ລິດ ແລະ ດຳ­ລົງຊີ­ວິດຂອງປະ­ຊາ­ຊົນບັນ­ດາ­ເຜົ່າ.

ໂດຍປະ­ຈຸບັນ ທົ່ວແຂວງເຊກອງມີ ຕາຂ່າຍ 22 ກິໂລໂວນຍາວທັງໝົດ 578,90 ກິ­ໂລ­ແມັດ ທຽບ­ໃສ່ປີ­ຜ່ານ­ມາ ເພີ່ມຂຶ້ນ 0,12% ແລະຕາຂ່າຍ 0,4 ກິໂລໂວນ ຍາວທັງໝົດ 3,40 ຮ້ອຍກິໂລ ແມັດ ເພີ່ມ ຂຶ້ນ 1,02%; ມີບ້ານໄດ້ຊົມ­ໃຊ້ໄຟ­ຟ້າທັງໝົດ 130 ບ້ານກວມເອົາ 65% ຂອງບ້ານທັງໝົດທົ່ວແຂວງ ແລະມີຄອບ­ຄົວໄດ້ຊົມ­ໃຊ້ກະ­ແສໄຟຟ້າທັງໝົດ 14.329 ຄອບ­ຄົວ, ກວມເອົາ 72,28% ຂອງຄອບ­ຄົວທັງໝົດ, ໃນນີ້ມີ 121 ບ້ານ 14,2 ພັນຄອບຄົບ ໄດ້ຊົມ­ໃຊ້ໄຟ­ຟ້າຕາຂ່າຍ ແລະ 9 ບ້ານ 126 ຄອບ­ຄົວໄດ້ຊົມ­ໃຊ້ໄຟ­ຟ້ານອກລະ­ບົບ.

ຂໍ້ມູນຍັງລະ­ບຸຕື່ມວ່າ: ສຳ­ລັບແຜນ ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ 5 ປີຄັ້ງທີ VIII (2016-2020) ຂອງແຂວງ ໂດຍສະ­ເພາະແມ່ນວຽກງານຂະ­ແໜງ ພະ­ລັງ­ງານໄຟ­ຟ້າໄດ້ວາງຄາດ­ໝາຍສູ້  ຊົນເຮັດໃຫ້ອັດ­ຕາການຊົມ­ໃຊ້ໄຟ­ຟ້າຂອງຈຳ­ນວນຄອບ­ຄົວປະ­ຊາ­ຊົນໃນທົ່ວແຂວງກວມເອົາ 90%.

ແຕ່ແນວ­ໃດກໍດີ ເພື່ອບັນ­ລຸໄດ້ຕາມເປົ້າໝາຍດັ່ງ­ກ່າວພະແນກພະ­ລັງ­ງານ ແລະບໍ່ແຮ່ຈະສຸມໃສ່ຂະ­ຫຍາຍຕາຂ່າຍ ໄຟ­ຟ້າ 22 ກິໂລໂວນ ເຂດລຽບຕາມ ຊາຍແດນ 2 ເມືອງພູດອຍຄື: ກະ­ລຶມ-ດາກຈຶງ ມີຄວາມຍາວ 222 Km, ໂຄງ­ການກໍ່­ສ້າງຕາຂ່າຍໄຟ­ຟ້າ 22 ກິໂລໂວນ ແລະ 0,4 ກິໂລໂວນຂອງໂຄງການແລັບ 2 (REP II) ລວມທັງໂຄງ ການອື່ນໆທີ່ໄດ້ຮັບອະ­ນຸ­ຍາດຈາກພັກ, ລັດ­ຖະ­ບານ ແລະຄະ­ນະນຳແຂວງເຊກອງໃຫ້ໄດ້ຮັບການ­ຈັດ­ຕັ້ງປະ­ຕິ­ບັດ ແລະ ໃຫ້ສຳ­ເລັດຕາມກຳ­ນົດເວ­ລາ ເພື່ອສະ­ໜອງກະ­ແສໄຟ­ຟ້າຊຸກ­ຍູ້ການຜະລິດກະ­ສິ­ກຳ, ອຸດ­ສາ­ຫະ­ກຳ, ຫັດ­ຖະ­ກຳ ແລະ ການບໍ­ລິ­ການຂອງຫົວ­ໜ່ວຍທຸ­ລະກິດລວມທັງການຊົມ­ໃຊ້ຂອງປະ­ຊາຊົນພາຍໃນແຂວງໃຫ້ໄດ້ 100% ໃນປີ 2025.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...