spot_img
Homeຂ່າວພາຍ​ໃນນາ​ຊາຍ​ທອງຂຸ້ນ­ຂ້ຽວ​ປ່ຽນ​ໝໍ້ນັບ​ໄຟ​ທັນ​ສະ­ໄໝ

ນາ​ຊາຍ​ທອງຂຸ້ນ­ຂ້ຽວ​ປ່ຽນ​ໝໍ້ນັບ​ໄຟ​ທັນ​ສະ­ໄໝ

Published on

ເພື່ອເປັນການຫຼຸດ­ຜ່ອນການຕົກເຮ່ຍພະ­ລັງ­ງານ, ການສ້າງຄວາມໂປ່ງ ໃສໃນການຈົດໃບບິນ ແລະສະ­ດວກໃນການຕິດ­ຕາມການຊົມ­ໃຊ້ໄຟ້າຕົວຈິງຂອງກຸ່ມລູກຄ້າແຕ່ລະປະ­ເພດ, ໄຟ­ຟ້າສາ ຂາເມືອງນາຊາຍທອງ ຈຶ່ງໄດ້ຮ່ວມກັບຝ່າຍເຕັກ­ນິກສ້າງແຜນງານຂຶ້ນມາໂດຍມີຊື່­ວ່າ ໂຄງ­ການຫຼຸດ­ຜ່ອນການຕົກ­ເຮ່ຍພະ­ລັງ­ງານໄຟ­ຟ້າ ແລະກໍເປັນໂຄງ­ການທຳອິດທີ່ມີໄລ­ຍະເວ­ລາປະ­ຕິ­ບັດທັງໝົດ 1 ປີ, ປະ­ຈຸບັນ ກຳ­ລັງຢູ່ໃນໄລ­ຍະທີສອງຄືການປ່ຽນຖ່າຍໝໍ້­ນັບ­ໄຟດ້ວຍເຄື່ອງທັນສະ­ໄໝ.

ທ່ານ ທະ­ວີສິດ ອິນສີຊຽງໃໝ່ ຫົວ ໜ້າໄຟ­ຟ້າສາ­ຂາເມືອງນາຊາຍທອງໃຫ້ສຳ­ພາດວ່າ: ໄຟ­ຟ້າເມືອງນະ­ຄອນ­ຫຼວງທີ່ມີພາ­ລະບົດ­ບາດເທົ່າທຽມກັບ­ໄຟຟ້າ ສາ­ຂາແຂວງ ໂດຍປະ­ຕິ­ບັດ 3 ໜ້າວຽກໃຫຍ່ເປັນ­ຕົ້ນວຽກເກັບກູ້ໜີ້ສິນຄ່າກະແສໄຟ­ຟ້າ, ວຽກຫຼຸດ­ຜ່ອນພະ­ລັງ­ງານຕົກເຮ່ຍ ແລະວຽກງານການບໍ­ລິ­ການໄຟ ຟ້າໃຫ້ແກ່ສັງ­ຄົມ, ເພື່ອປະ­ຕິ­ບັດຕາມວິ ໃສທັດຂອງໄຟ­ຟ້າລາວຮອດປີ 2030 ແລະຍຸດທະສາດພັດ­ທະ­ນາໄຟ­ຟ້າຮອດປີ 2025 ແລະແຜນພັດ­ທະ­ນາໄຟ­ຟ້າສົກປີ 2015-2016 ຂອງໄຟ­ຟ້າລາວໃຫ້ເປັນຮູບປະທຳ ໂດຍຈະຫັນເອົາວິໃສທັດມາເປັນອັນລະ­ອຽດໃນແຜນ 5 ປີ ແລະ ແຜນ­ການໃນແຕ່ລະປີ ໂດຍນຳໃຊ້ງົບປະມານຂອງໄຟ­ຟ້າລາວເອງ ເພື່ອຈັດຕັ້ງປະ­ຕິ­ບັດໃຫ້ສອດ­ຄ່ອງກັບຄຳຂວັນທີ່ວ່າ  “ສະ­ໜອງໄຟພຽງ­ພໍບໍ­ລິ­ການວ່ອງ­ໄວດ້ວຍຄວາມປອດໄພ ແລະຊົມ­ໃຊ້ໃຫ້ເກີດຜົນ”.

ໃນການ­ຈັດ­ຕັ້ງປະ­ຕິ­ບັດວຽກງານ ຕົວຈິງປີ 2015 ສະ­ເພາະວຽກພະ­ລັງງານຕົກ­ເຮ່ຍ ພາຍໃນສາ­ຂາເມືອງນາຊາຍທອງເຫັນວ່າມີພະ­ລັງ­ງານຕົກ­ເຮ່ຍ ທັງໝົດ 21,75% ເປັນພະ­ລັງ­ງານສູນເສຍຕໍ່ປີ, ເປັນພະ­ລັງ­ງານຕົກ­ເຮ່ຍໄປ ລ້າໆ 21,2 ລ້ານກິໂລວັດໂມງຄິດເປັນເງິນ 14,9 ຕື້ກີບ, ໃນປີໜຶ່ງໄຟ­ຟ້າລາວກຳ­ນົດໃຫ້ແຕ່ລະສາ­ຂາທົ່ວປະ­ເທດບໍ່ໃຫ້ເກີນ 10%, ແຕ່ສາ­ຂາເມືອງນາຊາຍ ທອງເກີນໄປ 11,75% ຄິດເປັນເງິນແມ່ນ 8 ຕື້ກີບຕໍ່ປີ ຄິດສະ­ເລ່ຍໃສ່ຫົວ ຄົນແມ່ນ 130 ລ້ານກີບຕໍ່ປີ.

ທ່ານຫົວ­ໜ້າໄຟ­ຟ້າສາ­ຂາເມືອງນາ ຊາຍທອງຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ທິດທາງແຜນ­ການຂອງໄຟ­ຟ້າລາວກາຍ ເປັນຮູບປະທຳ, ທາງສາ­ຂາໄຟ­ຟ້າເມືອງ ຈຶ່ງໄດ້ຮ່ວມກັບຝ່າຍເຕັກ­ນິກຂຽນແຜນ ໂຄງ­ການຂຶ້ນມາ ໂດຍໃສ່ຊື່­ວ່າ ໂຄງ­ການຫຼຸດ­ຜ່ອນພະ­ລັງ­ງານຕົກ­ເຮ່ຍ (ສ່ວນ ຕ່າງລະ­ຫວ່າງການສົ່ງອອກຂອງສະຖາ ນີກັບກັບການເກັບກູ້ນຳໃບບິນ) ສາ­ຂາທີ 5 ຊຶ່ງເປັນໂຄງ­ການທຳອິດໃນການເຮັດທົດລອງ ໂດຍຈະໃຊ້ງົບ­ປະ­ມານທັງ ໝົດ 5,6 ຕື້ກີບ ແລະໄລ­ຍະເວ­ລາຂອງ ການດຳ­ເນີນງານແມ່ນ 1 ປີໃຫ້ສຳ­ເລັດ, ຄາດວ່າພະ­ລັງ­ງານຕົກ­ເຮ່ຍຈຳ­ນວນ 21,75% ນີ້ ຈະຫຼຸດລົງເຫຼືອ 16,9%, ໃນການທົດລອງນັ້ນທາງສາ­ຂາໄຟ­ຟ້າ ເມືອງແມ່ນໄດ້ກຳ­ນົດເອົາລູກຄ້າ 2 ປະເພດມີ 50 ປ້ອມຄື: ລູກຄ້າລາຍໃຫຍ່ທີ່ຊົມ­ໃຊ້ໄຟຫຼາຍມີໝໍ້ແປງ ແລະລູກຄ້າທີ່ ໃຊ້ມິດເຕີ MR, ສ່ວນລູກຄ້າປະ­ເພດທີ 2 ແມ່ນລູກຄ້າປະ­ເພດຍ່ອຍແຕ່ວ່າໃຊ້ໄຟຫຼາຍ ແລະຂັ້ນຕອນໃນການປະ­ຕິ­ບັດມີຢູ່ 4 ໄລ­ຍະຄື: ການເກັບກຳຂໍ້ມູນໄດ້ເລີ່ມມາແຕ່ປີ 2015, ການປ່ຽນຖ່າຍໝໍ້ນັບໄຟ, ການຕິດຕັ້ງຊີພີແບັງ ແລະໄລ­ຍະສຸດທ້າຍແມ່ນໄລ­ຍະປັບ­ປຸງລະ­ບົບຈຳ­ໜ່າຍພາກຕາຂ່າຍແຮງຕໍ່າ.

ປະ­ຈຸບັນ ກຳ­ລັງຢູ່ໃນໄລ­ຍະທີ 2 ຄື: ໄລ­ຍະຂອງການປ່ຽນຖ່າຍໝໍ້­ນັບ­ໄຟທັນ ສະ­ໄໝໄດ້ເລີ່ມປະ­ຕິ­ບັດມາແຕ່ວັນທີ 6 ເດືອນມີຖຸນາ 2016 ຊຶ່ງໄຟ­ຟ້າສາ­ຂາເມືອງນາຊາຍທອງຈະໄດ້ປ່ຽນໝໍ້ນັບ ໄຟອອກທັງໝົດ 11.408 ໜ່ວຍ, ໃນນັ້ນປ່ຽນອອກແທ້ໆມີ 8.559 ໜ່ວຍ, ໃນຈຳ­ນວນດັ່ງ­ກ່າວນີ້ຢູ່ພາຍໃນເຮືອນມີ 1.306 ໜ່ວຍ ແລະເປັນໝໍ້­ນັບ­ໄຟເກົ່າ ແກ່ໜ້າເຫຼືອງທີ່ຈະໄດ້ປ່ຽນອອກກ່ອນມີຈຳ­ນວນ 5.576 ໜ່ວຍແມ່ນເຮັດກ່ອນ ໝູ່ໝົດ, ຖ້າຫາກໂຄງ­ການດັ່ງ­ກ່າວປະ­ຕິ ບັດສຳ­ເລັດຈະໂຄງ­ການໜຶ່ງທີ່ເປັນຕົວ ແບບໃຫ້ກັບ­ໄຟຟ້າສາ­ຂາອື່ນໆນຳ­ໄປ ຈັດຕັ້ງປະ­ຕິ­ບັດ ເພື່ອຫຼຸດ­ຜ່ອນການຕົກ ເຮ່ຍຂອງພະ­ລັງ­ງານ, ຫຼຸດ­ຜ່ອນບັນ­ຫາ ການຈົດໄຟແບບຄາດເດົາ, ການຫຼຸດຜ່ອນການເກັບກູ້ໜີ້ເສຍຈາກຄ່າກະ­ແສໄຟ­ຟ້າ ແລະທີ່ສຳ­ຄັນຈະເປັນສ້າງຄວາມເຊື່ອໝັ້ນໃຫ້ກັບກຸ່ມຜູ້ຊົມ­ໃຊ້ໄຟຕົວຈິງຫຼາຍຂຶ້ນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...