HomeມູມໄອທີລາວBBK Electronics ເປີດໂຕແບຣນ imoo ພ້ອມສະມາດໂຟນໃໝ່ເພື່ອການສຶກສາ

BBK Electronics ເປີດໂຕແບຣນ imoo ພ້ອມສະມາດໂຟນໃໝ່ເພື່ອການສຶກສາ

Published on

ກ່ອນຈະເວົ້າເຖິງແບຣນ imoo ເຮົາມາເວົ້າເຖິງບໍລິສັດ BBK Electronics ກັນກ່ອນ. ສຳລັບໃຜທີ່ຍັງບໍ່ຮູ້ ບໍລິສັດ BBK ນີ້ແຕ່ກ່ອນແມ່ນເຄີຍຮັບຈ້າງຜະລິດເກມບອຍໃຫ້ກັບບໍລິສັດ Nintendo ມາກ່ອນ ແລະກໍເຄີຍຜະລິດເຄື່ອງຫຼິ້ນວີຊີດີ-ດີວີດີຊື່ດັງໃນປະເທດຈີນອີກນຳ, ເຊິ່ງຕອນນີ້ແມ່ນມີບົດບາດສຳຄັນຫຼາຍໃນຕະຫຼາດສະມາດໂຟນໃນປັດຈຸບັນເພາະ BBK ເປັນບໍລິສັດແມ່ ທີ່ມີແບຣນລູກເປັນແບຣນຊື່ດັງທີ່ເຮົາຮູ້ຈັກກັນດີບໍ່ວ່າຈະເປັນ Vivo, Oppo, OnePlus ແລະອື່ນໆ.

ໂດຍຫຼ້າສຸດນີ້ເອງກໍໄດ້ເປີດໂຕແບຣນ “imoo” ທີ່ມຸ້ງເນັ້ນໄປທີ່ສະມາດໂຟນເພື່ອການສຶກສາເປັນຫຼັກ, ແຕ່ນີ້ກໍບໍ່ໄດ້ໝາຍເຖິງຈະເປັນຕະຫຼາດໃໝ່ຂອງທາງບໍລິສັດ ເພາະບໍລິສັດກໍເຄີຍເຮັດຂອງຫຼິ້ນເພື່ອການສຶກສາສຳລັບເດັກນ້ອຍມາກ່ອນແລ້ວ ແລະຈຸດນີ້ເອງຈຶ່ງໝັ້ນໃຈໄດ້ວ່າບໍລິສັດຈະນຳເອົາປະສົບການທາງດ້ານການສຶກສາ ແລະສະມາດໂຟນມາລວມເຂົ້າກັນເປັນ “ສະມາດໂຟນເພື່ອການສຶກສາ” ພາຍໃຕ້ແບຣນ imoo ໄດ້ດີຢ່າງແນ່ນອນ.

image

ທາງດ້ານແບຣນນ້ອງໃໝ່ imoo ກໍໄດ້ປ່ອຍຮູບຕົວຢ່າງໂທລະສັບລຸ້ນທຳອິດຂອງແບຣນອອກມາ, ແຕ່ກໍບໍ່ມີລາຍລະອຽດບອກກ່ຽວກັບໂທລະສັບເລີຍ. ແຕ່ເຮົາກໍສາມາດຮູ້ໄດ້ຈາກຮູບຄື ໂຕເຄື່ອງແມ່ນມີຮູບຮ່າງທີ່ບາງ, ຂອບເປັນໂລຫະ ແລະໂຕເຄື່ອງສີທອງ. ສ່ວນໂທລະສັບລຸ້ນດັ່ງກ່າວນີ້ແມ່ນຈະປະກາດເປີດໂຕຢ່າງເປັນທາງການໃນວັນທີ 24 ມິຖຸນາທີ່ຈະຮອດນີ້.

image

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...