Homeຂ່າວຕ່າງປະເທດມີຜູ້ເສຍຊີວິດ 3 ຄົນຈາກນໍ້າຖ້ວມ-ດິນຖະຫຼົ່ມຍີ່ປຸ່ນ

ມີຜູ້ເສຍຊີວິດ 3 ຄົນຈາກນໍ້າຖ້ວມ-ດິນຖະຫຼົ່ມຍີ່ປຸ່ນ

Published on

ເຈົ້າໜ້າທີ່ຍີ່ປຸ່ນກ່າວມື້ນີ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ສູນຫາຍ 2 ຄົນຫຼັງຈາກເຫດດິນຖະຫຼົ່ມ ແລະ ນໍ້າຖ້ວມທາງພາກໃຕ້ຂອງຍີ່ປຸ່ນ ຊຶ່ງຫາກໍປະສົບໄພແຜ່ນດິນໄຫວຄັ້ງໃຫຍ່.
ໜ່ວຍກູ້ໄພກຳລັງຕິດຕາມຄົ້ນຫາຜູ້ສູນຫາຍ 3 ຄົນໃນແຂວງຄຸມາໂມໂຕະ ຊຶ່ງມີຜູ້ອາໄສເກືອບ 2.000 ຄົນ ອົບພະຍົບອອກຈາກເຮືອນ ຊຶ່ງລວມເຖິງຜູ້ທີ່ອົບພະຍົມໄປຢູ່ໃນບ່ອນປອດໄພພາຍຫຼັງແຜ່ນດິນໄຫວຄັ້ງໃຫຍ່ 2 ຄັ້ງ ເມື່ອເດືອນເມສາ ຂະໜາດ 6,2 ແລະ ຂະໜາດ 7 ຕາມມາດ້ວຍອາຟເຕີຊ໊ອກ 1.700 ຄັ້ງ ມີຜູ້ເສຍຊີວິດ 49 ຄົນ ແລະ ຜະເຊີນຄວາມເສຍຫາຍເປັນບໍລິເວນກວ້າງ ເຫດພາຍຸຝົນຕົກໜັກໃນຍີ່ປຸ່ນເຮັດໃຫ້ເກີດດິນຖະຫຼົ່ມ ແລະ ນໍ້າຖ້ວມເມື່ອຄືນທີ່ຜ່ານມາ ຊາວບ້ານລາຍງານວ່າ ນໍ້າໃນແມ່ນໍ້າລົ້ນຕາຝັ່ງເຮັດໃຫ້ນໍ້າເຂົ້າຖ້ວມທ້ອງຖະໜົນ ແລະ ເຮືອນເຖິງລະດັບຫົວເຂົ່າ ຂະນະທີ່ຊາວບ້ານບາງສ່ວນລາຍງານວ່າ ໄດ້ຍິນສຽງດັງຫຼາຍຄັ້ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກເຫດດິນຖະຫຼົ່ມຊ່ວງກາງຄືນ ສະຖານີອຸຕຸນິຍົມວິທະຍາຍີ່ປຸ່ນ ຄາດວ່າຈະມີຝົນຕົກໜັກລົງມາອີກໃນບໍ່ເທົ່າໃດມື້ນີ້ ພ້ອມກັບປະກາດເຕືອນໄພຝົນຕົກໜັກ ແລະ ພາຍຸຝົນຟ້າຄະນອງໃນແຂວງຄຸມາໂມໂຕະ ແລະ ພື້ນທີ່ໂດຍລວມເທິງເກາະຄິວຊູ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...