Homeຄວາມງາມ3 ອັນດັບສາວປະເພດສອງທີ່ງາມທີ່ສຸດໃນລາວ

3 ອັນດັບສາວປະເພດສອງທີ່ງາມທີ່ສຸດໃນລາວ

Published on

ກັບມາອີກແລ້ວ ວັນນີ້ເຮົາຈະພາມາເບິ່ງ 3 ສາວປະເພດສອງທີ່ມີຮູບຮ່າງໜ້າຕາງາມທີ່ສຸດໃນປະເທດລາວໃນຕອນນີ້ ເຊິ່ງຊ່ອງ 10 ອັນດັບປະເທດໄທ ເປັນຜູ້ຈັດອັນດັບນີ້ຂຶ້ນ ຂໍບອກເລີຍວ່າແຕ່ລະນາງ ຮູບຮ່າງໜ້າຕາກິນກັນບໍ່ລົງເລີຍ

ອັນດັບທີ 3 ສາວ ວັນໃໝ່ ທຳມະວົງ 

ສາວຄົນນີ້ຈະມີໜ້າຕາໜ້າຮັກໃສໆສົມໄວ ເປັນນ້ອງໃໝ່ທີ່ກຳລັງມາແຮງໃນວົງການສາວປະເພດສອງບ້ານເຮົາ ດ້ວຍບຸກຄະລິກທີ່ໂດດເດັ່ນອອກແນວເປັນຕາແພງ ຈິ່ງເຮັດໃຫ້ໜຸ່ມໆຫຼາຍຄົນຕ້ອງຫຼຽວເບິ່ງຕາມເມື່ອເວລາທີ່ນາງຍ່າງຜ່ານ ຖ້າບໍ່ບອກວ່າເປັນສາວປະເພດສອງ ຄືຈະບໍ່ມີໃຜຮູ້ເລີຍແນ່ນອນ ຄົນອີ່ຫຍັງຈະໜ້າຮັກຂະໜາດນີ້

1588

ອັນດັບທີ 2 ສາວແກ້ມບຸ໋ມ

ສາວຄົນນີ້ບອກເລີຍບໍ່ທຳມະດາ ເພາະນາງມີກະແສຮືຮາຫຼາຍຢ່າງ ດ້ວຍຄວາມງາມຂອງນາງ ຫາກເບິ່ງຜ່ານໆ ກໍ່ບໍ່ຮູ້ວ່ານາງເປັນສາວປະເພດສອງເດັດຂາດ ຖ້າບໍ່ມີຄົນບອກ ເພາະນາງອອກແນວໃສໆ ແຕ່ແອບແຝງຄວາມເຊັກຊີເອົາໄວ້ ແລະ ຕອນນີ້ທີ່ເຟສບຸກຂອງນາງມີຄົນຕິດຕາມເຖິງ 77,254 ຄົນ

891

ອັນດັບທີ 1 ຫລິງຫລິງ ປິຍະດາ ອິນທະວົງ 

ຕຳແໜ່ງສາວປະເພດສອງທີ່ງາມທີ່ສຸດໃນປະເທດລາວຄົງຈະຕົກເປັນຂອງໃຜໄປບໍ່ໄດ້ນອກຈາກສາວຄົນນີ້ ຫລິງຫລິງ ປິຍະດາ ອິນທະວົງ ເພາະນາງມີຄວາມງາມ, ຄວາມເລີດ ເຖິງ 360 ອົງສາ ແບບວ່າຮ້ອນແຮງສຸດໆໃນຕອນນີ້ ຈົນເຮັດໃຫ້ສາວແທ້ຫຼາຍໆຄົນຕ້ອງຍອມຖອຍໃຫ້ແກ່ຄວາມງາມຂອງນາງເລີຍກໍ່ວ່າໄດ້ ນອກຈາກນາງຈະຕິດອັນດັບ 1 ໃນລາວແລ້ວ ນາງຍັງຕິດ ອັນດັບທີ 3 ສາວປະເພດສອງທີ່ງາມທີ່ສຸດໃນອາຊີນຳອີກ ນາງມີຜົນງານທີ່ໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ໃນການເຂົ້າປະກວດ ເວທີ ມິສ ອິນເຕີເນເຊັ່ນແນລຄລິນ 2014 ແລະ ໄດ້ຄ້ວາເອົາຮອງອັນດັບສອງມາ ເຊິ່ງໄດ້ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວເປັນຢ່າງຍິ່ງ ແລະ ຕອນນີ້ນາງຍັງມີຜົນງານດ້ານການສະແດງ ໃນຊີຣີສົງຄາມນາງງາມ ຊີຊັ່ນ 2 ທາງຊອງONE ອີກດ້ວຍ

5411

 

ທີ່ມາ: http://www.hungamahub.net/video/F0WJll3GwkA/3-10-.html

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...