Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບໄດ້ແລ້ວ! ໂສມໜ້າຂອງຜູ້ທີ່ຢັນລົດປະຊາຊົນລົ້ມ

ຈັບໄດ້ແລ້ວ! ໂສມໜ້າຂອງຜູ້ທີ່ຢັນລົດປະຊາຊົນລົ້ມ

Published on

ພາຍຫລັງມີກະແສຂ່າວມີຄົນຈັ່ງໄຮຂີ່ລົດຈັກເລາະຖີບລົດຈັກປະຊາຊົນລົ້ມຕາມຈຸດຕ່າງໆໃນເຂດນະຄອນຫລວງວຽງຈັນ ຫລ້າສຸດ ເວລາ 22:00 ໂມງຂອງວັນທີ 20 ມິຖຸນາ 2016 ນີ້ ເຈົ້າໜ້າທີ່ຕໍາຫລວດເມືອງຈັນທະບູລີເປີດເຜີຍວ່າສາມາຈັບຜູ້ກ່ຽວໄດ້ແລ້ວ ຂະນະທີ່ ໂຈນລາຍນີ້ພວມໃຊ້ຕີນຢັນລົດຈັກປະຊາຊົນລົ້ມຢູ່ເຂດຕະຫລາດຫ້ວຍຫົງ ແຕ່ໂຊກດີທີ່ມີພົນລະເມືອງດີຊ່ວຍກັນນຳ ແລະ ຈັບມັດໄວ້.

ປະຈຸບັນຜູ້ກ່ຽວຖືກກັກຂັງຢູ່ ປກສ ເມືອງຈັນທະບູລີ ເພື່ອລໍຖ້າການສືບສວນສອບສວນ ແລະ ຂະຫຍາຍຜົນ, ຖ້າພໍ່ແມ່ປະຊາຊົນທີ່ຖືກຢັນລົດໃນໄລຍະຜ່ານມາແລ້ວນຳຈັບບໍ່ໄດ້ ກະລຸນາເຂົ້າໄປພົວພັນເບິ່ງຕົວວ່າຄົນຮ້າຍດັ່ງກ່າວຄ້າຍຄືກັບຜູ້ທີ່ຢັນລົດທ່ານ ຫຼື ບໍ່.

 

ແຫລ່ງຂ່າວໂດຍ: ປກສ ຈັນທະບູລີ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...