Homeສຸຂະພາບ ແລະ ສີ່ງແວດລ້ອມຜັກບົວລະພາກັບຄຸນປະໂຫຍດທີ່ຊ່ວຍແກ້ບັນຫາໂຣກນອນບໍ່ຫຼັບ.

ຜັກບົວລະພາກັບຄຸນປະໂຫຍດທີ່ຊ່ວຍແກ້ບັນຫາໂຣກນອນບໍ່ຫຼັບ.

Published on

ບົວລະພາຖືວ່າເປັນຜັກກິນກັບເຝີ, ເຂົ້າປຽກ, ເຂົ້າປຸ້ນທີ່ຫຼາຍຄົນນິຍົມກິນ ແຕ່ສຳລັບບາງຄົນກໍ່ບໍ່ມັກເນື່ອງຈາກກິ່ນສະເພາະຂອງມັນນັ້ນເອງ ແລະ ມັນຍັງເປັນຜັກອີກຊະນິດໜຶ່ງທີ່ສາມາດຊ່ວຍເຮັດໃຫ້ຄົົນທີ່ເປັນພະຍາດນອນບໍ່ຫຼັບສາມາດນອນຫຼັບໄດ້ສະບາຍຂຶ້ນ.

ໂດຍມີວິທີງ່າຍໆຄື: ໃຫ້ເອົາໃບບົວລະພາສົດ ປະມານ 1 ກຳມື, ແລ້ວນຳມາລ້າງນ້ຳໃຫ້ສະອາດຕົ້ມກັບນ້ຳໃນປະລິມານ 1/2 ລິດຕົ້ມຈົນຟົດ ຫຼື ຂ້ຽວຕໍ່ໄປເລື່ອຍໆຈົນໃຫ້ເຫຼືອນ້ຳປະມານ 3/4 ຂອງຈອກເທົ່ານນັ້ນ, ໃຊ້ດື່ມຂະນະທີ່ຍັງອຸ່ນໆກ່ອນຈະເຂົ້ານອນຈະຊ່ວຍໃຫ້ນອນຫຼັບໄດ້. ເຊິ່ງຜູ້ທີ່ມີບັນຫາໂຣກນອນບໍ່ຫຼັບໃຫ້ທົດລອງເຮັດເບິ່ງ ໂດຍບໍ່ເປັນອັນຕະລາຍ, ໄດ້ຄຸນປະໂຫຍດລ້ວນໆ ແລະ ປອດໄພຈາກສານເຄມີອີກດ້ວຍ ຖ້າໄດ້ຜົນດີກໍ່ສາມາດຕົ້ມດື່ມໄດ້ເລື່ອຍໆແຕ່ຖ້າບາງຄົນທີ່ໃຊ້ບໍ່ໄດ້ຜົນກໍ່ໃຫ້ຢຸດດື່ມ.

ບົວລະພາ ຫຼື OCIMUM BASILICUM LINN ຢູ່ໃນວົງ LABIATAE ໂດຍປະໂຫຍດທາງຢາພື້ນເມືອງໃຊ້ໄດ້ໝົດຕົ້ນຈຳນວນພໍປະມານຕົ້ມນ້ຳດື່ມແກ້ປວດ, ແກ້ຫວັດ, ແກ້ຖອກທ້ອງ, ຊ່ວຍໃຫ້ຈະເລີນອາຫານ, ຊ່ວຍຂັບເຫື່ອ, ຊ່ວຍຂັບເສມຫະ, ຊ່ວຍຂັບລົມ, ແກ້ເຈັບຫົວ, ປວດຂໍ້ ແລະ ແກ້ໜອງໃນ. ໂດຍນຳເອົາໃບສົດມາຕຳລະອຽດຄັ້ນເອົາສະເພາະນ້ຳ ຫຼື ຈະໃຊ້ກາກທາບາດແຜຟົກຊ້ຳ, ແຜເປັນໜອງຊຳເຮື້ອ, ແກ້ແມງໄມ້ກັດ. ສ່ວນເມັດແຫ້ງແມ່ນໃຫ້ຕົ້ມ ຫຼື ແຊ່ນ້ຳກິນເປັນຢາລະບາຍ, ແກ້ພະຍາດຕາແດງ ແລະ ຮາກສົດ ຫຼື ເຮັດຕາກແຫ້ງແມ່ນໃຫ້ເຜົາໄຟໃຫ້ເປັນຂີ້ເທົ່າແລ້ວນຳມາບົດລະອຽດທາບາດແຜຊຳເຮື້ອຈະດີຊ່ວຍໃຫ້ເຊົາໄວຂຶ້ນ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...