Homeຂ່າວການພັດທະນາກອງປະຊຸມຊີແອວເອັມວີທີ 2016 ໄດ້ຮັບຮອງເອົາບັນຫາສໍາຄັນເພື່ອຊຸກຍູ້ເສດຖະກິດ

ກອງປະຊຸມຊີແອວເອັມວີທີ 2016 ໄດ້ຮັບຮອງເອົາບັນຫາສໍາຄັນເພື່ອຊຸກຍູ້ເສດຖະກິດ

Published on

ກອງປະຊຸມຊີແອວເອັມທີ 2016 ປະກອບມີ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ (CLMVT Forum 2016) ໄດ້ຮ່ວມກັນປຶກສາຫາລືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເພື່ອສ້າງຄວາມເຂັ້ມແຂງທາງເສດຖະກິດ ແລະ ການພັດທະນາໃນພູມີພາກອາຊຽນໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ເຊິ່ງກອງປະຊຸມດັ່ງກ່າວນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-17 ມິຖຸນາຜ່ານມາ ທີ່ໂຮງແຮມດູສິດທານີ ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

ກອງປະຊຸມດັ່ງກ່າວມີຄະນະຜູ້ແທນ, ບັນດາລັດຖະມົນ ແລະ ຮອງລັດຖະມົນຕີ ຈາກ 5 ປະເທດ ແລະ ຕົວແທນພາກລັດ ແລະ ພາກທຸລະກິດໃນຂະແໜງການຕ່າງໆ ພ້ອມເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມປະມານ 1 ພັນຄົນເຂົ້າຮ່ວມ, ນອກຈາກນີ້ຍັງມີພາກທຸລະກິດທີ່ເຂົ້າຮ່ວມສັງເກດການປະກອບມີ: ຍີ່ປຸ່ນ, ສປ ຈີນ, ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ອື່ນໆ, ເຊິ່ງຜົນຂອງການປະຊຸມໄດ້ເຫັນດີເປັນເອກະພາບພິຈາລະນາ ແລະ ຮັບຮອບບັນຫາສໍາຄັນດັ່ງນີ້: ສົ່ງເສີມການຈັດຕັ້ງສະພາບທຸລະກິດ 5 ປະເທດ (CLMVT Business Council) ເປັນໜ່ວຍງານສະເພາະກິດ ຫລື (ad hoc) ເພື່ອແກ້ໄຂບັນຫາທາງດ້ານການຄ້າໂດຍໃຫ້ພາກເອກະຊົນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ໂດຍສະເພາະປະເທດຕ່າງໆທີ່ມີຊາຍແດນຕິດຈອດດ້ານການຄ້າຊາຍແດນລະຫວ່າງປະເທດ; ພັດທະນາແຫລ່ງຄວາມຮູ້ “Knowledge Tank” ເປັນຖານຂໍ້ມູນເສດຖະກິດການຄ້າຮອບດ້ານທີ່ເປັນ one-stop data platform ທີ່ຜູ້ໃຊ້ບໍລິການສາມາດເຂົ້າເຖິງໄດ້ງ່າຍ; ລິເລີ່ມໂຄງການພັດທະນາຊັບພະຍາກອນມະນຸດພາຍໃຕ້ການຮ່ວມມືກັບປະເທດທີ່ພັດທະນາແລ້ວ; ເລີ່ມຕົ້ນໂຄງການເພື່ອສົ່ງເສີມການຮ່ວມມືໃນການພັດທະນາ ແລະ ເພີ່ມມູນຄ່າສິນຄ້າກະສິກຳ ແລະ ຫັດຖະກຳຮ່ວມກັນ ໂດຍໄທກໍຄືບັນດາປະເທດເຫັນດີໃຫ້ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນເປັນຢ່າງດີ; ສົ່ງເສີມການຈັດຕັ້ງເວທີ “CLMVT Startups Forum” ເພື່ອສ້າງບັນຍາກາດການລົງທຶນລະຫວ່າງ Startups ກັບນັກລົງທຶນພາກເອກະຊົນຂອງບັນດາປະເທດຕ່າງໆ; ລິເລີ່ມໂຄງການແລກປ່ຽນຂໍ້ມູນການທ່ອງທ່ຽວ “Tourism Data Exchange” ເພື່ອແລກປ່ຽນຂໍ້ມູນຂ່າວສານດ້ານການທ່ອງທ່ຽວລະຫວ່າງ 5 ປະເທດ ເຊັ່ນ: ຈຳນວນນັກທ່ອງທ່ຽວ, ການສ້າງລາຍໄດ້ຈາກຂະແໜງການບໍລິການຕ່າງໆ ໂດຍຕໍ່ຍອດຈາກ “Thailand Tourism Gateway” ເພື່ອໃຫ້ພາກເອກະຊົນ 5 ປະເທດ ສາມາດນໍາໃຊ້ສະຖິຕິນຳໄປເປັນຜົນປະໂຫຍດໄດ້; ລິເລີ່ມໂຄງການ “Thailand Tourism Gateway” ເພື່ອໃຫ້ສາມາດບໍລິຫານຈັດການໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງໄປທ່ຽວໃນປະເທດນັ້ນໆ ໂດຍເນັ້ນໃຫ້ມີການດຶງດູດລູກຄ້າຈາກພູມີພາກອາຊຽນ; 8. ການລິເລີ່ມໂຄງການ “CLMVT Local Trail” ເພື່ອເປີດບໍລິການຕົວເມືອງທ່ອງທ່ຽວໃໝ່ໃນການຮອງຮັບນັກທ່ອງທ່ຽວທີ່ກຳລັງ ເພີ່ມຂຶ້ນໃນປັດຈຸບັນ ແລະ ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວ ແລະ ຈຸດເລີ່ມຕົ້ນໃນການສ້າງການຮ່ວມມືຂອງ 5 ປະເທດ ຫລື “CLMVT Forum 2016: Towards a Shared Prosperity” ໂດຍທຸກຝ່າຍຈະຊ່ວຍກັນຊຸກຍູ້ໃຫ້ເກີດເວທີສົນທະນາ, ການສ້າງເຄືອຂ່າຍ ແລະ ນຳເອົາທິດທາງຈາກການປະຊຸມຄັ້ງນີ້ນຳໄປຫາລືກັນອີກໃນປີໜ້າທີ່ປະເທດກຳປູເຈຍ.

ສໍາລັບປີ 2017, ປະເທດກຳປູເຈຍຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ, ສ່ວນ ສປປ ລາວ ຈະໄດ້ເປັນເຈົ້າພາບພາຍໃນປີ 2018.

ທີ່ມາ: ສຳນັກຂ່າສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...