Homeໜັງໃໝ່10 ອັນດັບຮູບເງົາທີ່ສ້າງມາຈາກເກມ ແລະໄດ້ຮັບການຍອມຮັບຫຼາຍທີ່ສຸດ

10 ອັນດັບຮູບເງົາທີ່ສ້າງມາຈາກເກມ ແລະໄດ້ຮັບການຍອມຮັບຫຼາຍທີ່ສຸດ

Published on

ເມື່ອເວົ້າເຖິງວົງການເກມ ແລະໜັງແລ້ວ ຖືວ່າຢຸູ່ຄວບຄູ່ກັບເຮົາມາດົນ, ໂດຍສະເພາະແມ່ນວົງການເກມເຮົາກໍຈະເຫັນເລື້ອຍໆວ່າເກມໃດທີ່ດັງໆມັກຈະຖືກນຳມາສ້າງເປັນໜັງໃຫ້ເຮົາໄດ້ຮັບຊົມກັນ ແຕ່ວ່າມັກຈະບໍ່ປະສົບຜົນສຳເລັດ ເພາະດ້ວຍເຫດຜົນຫຼາຍໆຢ່າງທີ່ເຮັດໃຫ້ຄົນຫຼິ້ນເກມນັ້ນຕ້ອງເບະປາກໃຫ້ເລີຍ ແລະໃນມື້ນີ້ເຮົາກໍມີອັນດັບໜັງທີ່ເຮັດມາຈາກເກມທີ່ໄດ້ຮັບການຍອມຮັບຫຼາຍ ໂດຍອີງຕາມຄະແນນຂອງຜູ້ໃຊ້ເທິງເວັບ IMDB ນັ້ນເອງ.

ອັນດັບ 10 :  Resident Evil: Apocalypse (2004) ຄະແນນ : 6.2

image

ພາກຕໍ່ຂອງຮູບເງົາຟອຣ໌ມຍັກ Resident Evil ຫຼັງຈາກທີ່ໄດ້ຮັບຄຳຊົມແລະສຽງຕອບຮັບມາຈາກພາກທຳອິດເຮັດໃຫ້ Resident Evil : Apocalypse ຫຼື Resident Evil 2 ຍັງຄົງສາມາດເດີນເລື່ອງໄດ້ໜ້າຕິດຕາມເຊັ່ນເຄີຍ.

ອັນດັບ  9 :  Hitman (2007) ຄະແນນ : 6.3

image

ຮູບເງົາທີ່ສ້າງຈາກເກມ PC ຊື່ດັງນາມວ່າ Hitman ເຊິ່ງເປັນການນຳສະເໜີເລື່ອງລາວຂອງ ເອເຈນ 47 ແລະພາຍໃນເລື່ອງກໍມີສາກບູ້ແບບສະໃຈຜູ້ເບິ່ງກັນເລີຍ.

ອັນດັບ 8 :  Resident Evil: Extinction (2007) ຄະແນນ : 6.3

image

ຮູບເງົາພາກທີ່ 3 ຂອງ Resident Evil ຖືວ່າຍັງມີຍອດຂາຍທີ່ດີເຖິງວ່າບົດເລື່ອງຈະໄປຄົນລະເລື່ອງກັບເກມກໍຕາມ ແຕ່ກໍຖືວ່າເຮັດໄດ້ໂອເຄເລີຍ.

ອັນດັບ 7 :   The Angry Birds Movie (2016) ຄະແນນ : 6.4

image

ສຳລັບຮູບເງົາເລື່ອງທຳອິດຂອງເກມມືຖືສຸດຮິດ Angry Birds ເຊິ່ງຖືວ່າໄດ້ຮັບຄວາມນິຍົມກັນຫຼາຍພໍສົມຄວນ ດ້ວຍການສ້າງໂຕລະຄອນທີ່ໜ້າຮັກ ມີຊີວິດຊີວາ ເຖິງວ່າການດຳເນີນເລື່ອງຍັງເຮັດບໍ່ດີພໍກໍຕາມ.

ອັນດັບ 6 :  Final Fantasy: The Spirits Within (2001) ຄະແນນ : 6.4

image

ອີກໜຶ່ງຮູບເງົາທີ່ຜູ້ຂຽນບອກເລີຍວ່າ WTF!! (ຂໍອະໄພໃນຄຳຫຍາບ). ເຊິ່ງເປັນໜັງເລື່ອງທຳອິດຂອງຄ້າຍ ຫຼ່ຽມ ທີ່ເປັນ CG ເຕັມຮູບແບບ, ເຊິ່ງເປັນເຫດໃຫ້ຜູ້ທີ່ຫຼິ້ນເກມຊີຣີນີ້ຕ້ອງໂບກມືລາກັນເລີຍ (ລວມຜູ້ຂຽນພ້ອມ 55+). ແຕ່ເຖິງຢ່າງໃດກໍຕາມໃນແງ່ຂອງຜູ້ຊົມທົ່ວໄປແລ້ວຖືວ່າມີສຽງຕອບຮັບທີ່ດີພໍສົມຄວນ.

ອັນດັບ 5 :  Need for Speed (2014) ຄະແນນ : 6.5

image

ຮູບເງົາທີ່ເຮັດມາຈາກເກມແຂ່ງລົດຊື່ດັງທີ່ຫຼາຍໆຄົນຮູ້ຈັກກັນດີຄື Need for Speed ຖືວ່າເປັນເລື່ອງໜຶ່ງທີ່ໄດ້ຮັບຄຳຊົມຫຼາຍ ບໍ່ວ່າຈະເປັນການຈັດສາກ ສຽງເພງ ເຮັດອອກມາໄດ້ດີພໍສົມຄວນເລີຍ.

ອັນດັບ 4 :  Silent Hill (2006) ຄະແນນ : 6.6

image

ຮູບເງົາເລື່ອງທຳອິດທີ່ເຮັດມາຈາກເກມສະຢອງຂວັນຄື Silent Hill ໃນດ້ານຂອງໜັງແມ່ນສາມາດນຳເອົາບັນຍາກາດຂອງເກມອອກມາໄດ້ຫຼາຍພໍສົມຄວນບໍ່ວ່າຈະເປັນ ຄວາມຫຼອນ , ຄວາມໂລກຈິດ ແລະໂຕລະຄອນເອງ ກໍລ້ວນແຕ່ເຮັດອອກມາໄດ້ດີຄືກັບຫຼິ້ນເກມກໍເວົ້າໄດ້.

ອັນດັບ 3 :  Prince of Persia: The Sands of Time (2010) ຄະແນນ : 6.6

image

ຮູບເງົາທີ່ເຮັດຈາກເກມທີ່ມີການເວົ້າເຖິງໜ້ອຍທີ່ສຸດສຳລັບເລື່ອງ ເຈົ້າຊາຍທະເລຊາຍ ຫຼື Prince of Persia ສຳລັບເລື່ອງນີ້ຖືເປັນອີກເລື່ອງໜຶ່ງທີ່ສາມາດສ້າງບົດເລື່ອງໃຫ້ເປັນຕາຕິດຕາມ ແລະມັດໃຈຄົນເບິ່ງໄດ້ດີເລີຍ.

ອັນດັບ 2 :  Resident Evil (2002) ຄະແນນ : 6.7

image

Resident Evil ເຊິ່ງເປັນພາກທຳອິດຂອງຈຸດເຊື່ອມໂຍງເລື່ອງລາວທັງໝົດຂອງຊີຣີ ທີ່ສ້າງຄວາມຕື່ນເຕັ້ນໃນເວລານັ້ນພໍສົມຄວນ ບໍ່ວ່າຈະເປັນອາລົມ ບັນຍາກາດຂອງເລື່ອງ ລວມເຖິງພວກຜີຊອມບີ້ເອງ ແມ່ນຖືກຖ່າຍທອດອອກມາເປັນຕາຕິດຕາມ ຈົນຖືກຂະໜານນາມວ່າເປັນ “ພາກທີ່ດີທີ່ສຸດຂອງຊີຣີ” .

ອັນດັບ 1 :  Warcraft : The Beginning (2016) ຄະແນນ : 7.7

image

ຄົງບໍ່ຕ້ອງມີຄຳອະທິບາຍກັນເລີຍສຳລັບຮູບເງົາຟອຣ໌ມຍັກແບບ Warcraft ທີ່ສາມາດສ້າງຖານແຟນໆຂອງເລື່ອງໄດ້ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຜູ້ຊົມທົ່ວໄປ ຈົນເຖິງຄໍເກມຊີຣີນີ້ເລີຍ ເພາະງານພາບດ້ານ CG ແລະບັນຍາສິ່ງແວດລ້ອມຕ່າງໆຖືວ່າເຮັດອອກມາໄດ້ດີທີ່ສຸດສຳລັບໜັງທີ່ສ້າງມາຈາກເກມໃນຕອນນີ້ເລີຍ.

ທີ່ມາ:online station, Deklao

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...