Homeມຸມຂ່າວ AECບັນດາປະເທດສະມາຊິກອາຊຽນ +3 ຫາລືແຜນການສ້າງຄັງແຮນ້ຳມັນເຊື້ອໄຟເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານ

ບັນດາປະເທດສະມາຊິກອາຊຽນ +3 ຫາລືແຜນການສ້າງຄັງແຮນ້ຳມັນເຊື້ອໄຟເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານ

Published on

ວັນທີ 20-21 ມິຖຸນາ 2016 ນີ້ ທິ່ນະຄອນຫລວງວຽງຈັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍກົມນະໂຍບາຍ ແລະ ແຜນພະລັງງານ ຮ່ວມກັບສະຖາບັນເສດຖະສາດພະລັງງານແຫ່ງປະເທດຍີ່ປຸ່ນ ໄດ້ຈັດກອງປະຊຸມຄັ້ງທີ 4 ອາຊຽນ + 3 ຫາລືແຜນການສ້າງຄັງແຮນ້ຳມັນເຊື້ອໄຟ ແລະ ກອງປະ ຊຸມຄັ້ງທີ 13 ອາຊຽນ + 3 ຄວາມໝັ້ນຄົງດ້ານພະລັງງານ ໂດຍມີ ທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນປະເທດສະມາ ຊິກອາຊຽນ +3 ເຂົ້າຮ່ວມ.

ທ່ານ ດາວວົງ ພອນແກ້ວ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອສັງລວມຂໍ້ມູນປະຈໍາປີກ່ຽວກັບຄວາມຄືບໜ້າຂອງກິດຈະກໍາ ແລະ ການຮ່ວມມຶດ້ານພະລັງງານ ຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ໃນຂອບອາຊຽນ + 3 ກໍຄື ສປ ຈີນ, ສ ກົາຫລີ ແລະ ຍີ່ປຸ່ນ ໂດຍມີເນື້ອໃນສໍາຄັນ ໃນການສືບຕໍ່ສຶກສາແຜນສ້າງຄັງແຮນ້ຳມັນເຊື້ອໄຟຂອງແຕ່ລະປະເທດ ເພື່ອແກ້ໄຂບັນຫາການຂາດແຄນນ້ຳມັນໃນພາວະສຸກເສີນ ແລະ ປຶກສາຫາລື ກ່ຽວກັບການສ້າງຄວາມອາດສາມາດດ້ານບຸກຄະລາກອນຂອງປະເທດສະມາຊິກອາຊຽນ ເພື່ອຄຸ້ມຄອງຄັງແຮນ້ຳມັນເຊື້ອໄຟ ແລະ ຄວາມໝັ້ນຄົງດ້ານພະລັງ ງານ ເຊິ່ງໄດ້ເນັ້ນໃສ່ການພັດທະນາການເຊື່ອມຈອດທໍ່ແກັດ ລະຫວ່າງ ປະເທດທີ່ມີທ່າອ່ຽງໃນການຊົມໃຊ້ເພີ່ມຂຶ້ນ, ພະລັງງານນີວເຄຣຍ ເພື່ອຜະລິດໄຟຟ້າ ໃນການພັດທະນາແບບຍືນຍົງໃນພາກພື້ນ ທັງນີ້ ກໍເພື່ອກະກຽມລາຍງານ ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານຄັ້ງທີ 34 ຈະຈັດຂຶ້ນ ທີ່ປະເທດມຽນມາ ໃນລະຫວ່າງກາງເດືອນກໍລະກົດ 2016 ນີ້.

ທ່ານ ດາວວົງ ພອນແກ້ວ ຍັງໃຫ້ຮູ້ຕື່ມວ່າ: ພະລັງງານຖືເປັນປັດໄຈສໍາຄັນໃນການດໍາລົງຊີວິດ ແລະ ການພັດທະນາເສດຖະກິດ ສໍາລັບສປປ ລາວ. ໃນປີ 2014 ຜ່ານມາ ການນໍາໃຊ້ນ້ຳມັນເຊື້ອໄຟມີປະລິມານ 1.019 ລ້ານລິດ. ໂດຍມີການນໍາເຂົ້າ 100%. ໃນນັ້ນ, ປະມານ 80% ນໍາເຂົ້າຈາກປະເທດໄທ ແລະ 20% ນໍາເຂົ້າຈາກ ສສ ຫວຽດນາມ, ປັດຈຸບັນ ມີບໍລິສັດຜູ້ໃຫ້ບໍລິການນ້ຳມັນເຊື້ອໄຟ 22 ບໍລິ ສັດ ແລະ ສະຖານີບໍລິການຫລາຍກວ່າ 1.200 ແຫ່ງ.

ທີ່ມາ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...