spot_img
Homeຂ່າວພາຍ​ໃນກຽມຈັດຍ່າງ-ແລ່ນ 3 ຊາດ ສະຫຼອງວັນໂອແລມປິກສາກົນ

ກຽມຈັດຍ່າງ-ແລ່ນ 3 ຊາດ ສະຫຼອງວັນໂອແລມປິກສາກົນ

Published on

ພິ­ທີ​ຖະ­ແຫຼງ​ຂ່າວ​ການ​ກະ­ກຽມ​ຈັດ​ກິດ­ຈະ­ກຳ​ຍ່າງŒແລ່ນ ເພື່ອ​ສຸ­ຂະ­ພາບ 3 ຊາດ ລາວ ໄທ ແລະ ສສ ຫວຽດ­ນາມ ໄດ້​ມີ​ຂຶ້ນ​ວັນ​ທີ 15 ມິ­ຖຸ­ນາ 2016 ທີ່ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ (ຄອລ) ໂດຍ​ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ມີ​ທ່ານ ຈັນ­ທອນ ວົງ​ແພງ​ຄຳ ຫົວ­ໜ້າ​ຫ້ອງ­ການ​ປະ​ສາ​ງານ ຄອລ ພ້ອມ​ດ້ວຍ​ບັນ­ດາ​ຫົວ­ໜ້າ​ກົມ​ທີ່​ກ່ຽວ­ຂ້ອງ ແລະ ຄະ­ນະ​ບໍ­ລິ­ຫານ​ງານ ຄອລ ຜູ້­ຕາງ­ໜ້າ​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ແລະ ຜະ­ລິດ​ຕະ​ພັນ​ເຄື່ອງ​ກີ­ລາ​ຍີ່­ຫໍ້ ເອ​ັຟ​ບີ​ທີ ຈາກ​ປະ­ເທດ​ໄທ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ວິ­ຊາ​ການ ແລະ ສື່​ມວນ​ຊົນ​ທຸກ​ຂະ­ແໜງ​ເຂົ້າ​ຮ່ວມ.

ທ່ານ ສົມ​ພູ ພົງ­ສາ ກໍ່​ໄດ້​ຍົກ​ໃຫ້​ເຫັນ​ມູນ­ເຊື້ອ​ປະ­ຫວັດ​ຄວາມ​ເປັນ​ມາ ຂອງ​ການ​ສ້າງ­ຕັ້ງ​ວັນ​ໂອ​ແລມ​ປິກ​ສາ­ກົນ ກໍ່​ຄື ໃນ​ສັດ­ຕະ­ວັດ​ທີ 19 ແຕ່​ປີ 1892 ທ່ານ ປິ​ແອ ເດີ​ກູ​ແບກ​ແຕ໋ງ ນັກ​ສຶກ​ສາ​ສາດ ຊາວ​ຝຣັ່ງ ໄດ້​ຄົ້ນ­ຄວ້າ​ປະ­ຫວັດ​ການ​ເປັນ​ມາ ແລະ ຄວາມ​ສຳ­ຄັນ​ຂອງ​ກີ­ລາ​ໂອ​ແລມ​ປິກ​ບູ­ຮານ ເຫັນ​ວ່າ​ກີ­ລາ​ໂອ​ແລມ​ປິກ ມີ​ປັດ​ຊະ​ຍາ​ຂອງ​ຊີ­ວິດ​ເພາະ​ມັນ ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ທາງ​ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ສັນ­ຕິ­ພາບ ແລະ ຄວາມ​ສະ­ຫງົບ​ສຸກ​ໃນ​ສັງ­ຄົມ ມີ​ຄວາມ​ເປັນ​ເອ­ກະ​ພາບ ສະ­ເໝີ­ພາບ ມີ​ຄວາມ​ສາ­ມັກ­ຄີ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ມີ​ຄວາມ​ເປັນ​ເອ­ກະ­ລາດ ມີ​ຄວາມ​ເປັນ​ທຳ ແລະ ບໍ່​ມີ​ການ​ຈຳ­ແນກ​ເຊື້ອ​ຊາດ ກໍ່​ຄື ສາ­ສະ­ໜາ ການ­ເມືອງ ແລະ ອື່ນໆ ດັ່ງ­ນັ້ນ ໃນ​ປີ 1894 ໄດ້​ມີ​ການ​ຟື້ນ​ຟູ​ກີ­ລາ​ໂອ​ແລມ​ປິກ​ໃໝ່ ໂດຍ​ການ​ປັບ­ປຸງ​ນິ­ຕິ​ກຳ​ເກົ່າ​ຂອງ​ນັກ­ກີ­ລາ​ໂອ​ແລມ​ປິກ ແລະ ສ້າງ­ຕັ້ງ​ໂຄງ​ຮ່າງ​ການ­ຈັດ­ຕັ້ງ ແລະ ກົງ­ຈັກ​ການ​ຄຸ້ມ​ຄອງ​ນັກ­ກີ­ລາ​ໂອ​ແລມ​ປິກ​ຂຶ້ນ ໃນ​ວັນ​ທີ 23 ມິ­ຖຸ­ນາ 1986 ເປັນ­ຕົ້ນ​ມາ ແລະ ໄດ້​ສືບ­ຕໍ່​ມາ​ຈົນ​ເຖິງ​ປັດ­ຈຸ­ບັນ​ເຊິ່ງ​ທຸກໆ 4 ປີ ຈະ​ມີ​ການ​ແຂ່ງ­ຂັນ​ຕະ­ຫຼອດ.

ເພື່ອ​ເປັນ​ການ​ລະ­ນຶກ​ເຖິງ​ວັນ​ກຳ­ເນີດ​ວັນ​ສຳ­ຄັນ​ດັ່ງ­ກ່າວ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ 206 ປະ­ເທດ ທີ່​ເປັນ​ສະ­ມາ­ຊິກ ໄດ້​ພ້ອມ​ກັນ​ຈັດ​ກິດ­ຈະ­ກຳ ໂດຍ​ກຳ­ນົດ​ເອົາ​ວັນ​ທີ 23 ມິ­ຖຸ­ນາ ເປັນ​ວັນ​ສຳ­ຄັນ ແລະ ປີ​ນີ້ ສປປ ລາວ ໄດ້​ຮ່ວມ​ກັບ​ໄທ ແລະ ສສ ຫວຽດ­ນາມ ຈັດ​ຍ່າງ-ແລ່ນ​ເພື່ອ​ສຸ­ຂະ­ພາບ ເປັນ​ຄັ້ງ​ທີ 4 ແລ້ວ ເຊິ່ງ​ຄັ້ງ​ທີ 1 ຈັດ​ໃນ​ປີ 2001 ທີ່​ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 2 ຈັດ​ຢູ່​ຂົວ​ມິດ­ຕະ­ພາບ ລາວ-ໄທ 2 ທີ່​ສະ­ຫວັນ​ນະ​ເຂດ ເມື່ອ​ປີ 2007 ຄັ້ງ​ທີ 3 ຈັດ​ຢູ່​ຂົວ​ມິດ­ຕະ­ພາບ ລາວ-ໄທ 3 ແຂວງ​ຄຳ​ມ່ວນ ປີ 2012 ແລະ ຄັ້ງ​ທີ 4 ປີ​ນີ້ ກໍ່​ຈະ​ຈັດ​ຢູ່​ຂົວ​ມິດ­ຕະ­ພາບ ລາວ-ໄທ 4 ທີ່​ແຂວງ​ບໍ່​ແກ້ວ.

ໃນ​ພິ­ທີ ທ່ານ ຈັນ​ສະ­ໝອນ ຜ່ອງ​ຈັນ­ທາ ຫົວ­ໜ້າ​ຝ່າຍ​ການ​ຕະ­ຫຼາດ​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ກໍ່​ໄດ້​ມອບ​ເງິນ​ຈຳ­ນວນ 70 ລ້ານ​ກີບ ແລະ ຜະ­ລິດ​ຕະ​ພັນ​ເຄື່ອງ​ກີ­ລາ ເອ​ັຟ​ບີ​ທີ ມອບ​ເສື້ອ ຈຳ­ນວນ 500 ຜືນ​ໃຫ້ ຄອລ ເພື່ອ​ນຳ­ໄປ​ຈັດ­ການ​ແຂ່ງ­ຂັນ​ໃນ​ງານ​ມື້​ນັ້ນ ສຳ­ລັບ​ກິດ­ຈະ­ກຳ​ຍ່າງ-ແລ່ນ​ເພື່ອ​ສຸ­ຂະ­ພາບ​ຄັ້ງ​ນີ້ ສປປ ລາວ ເຮົາ​ໄດ້​ສົ່ງ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ທັງ​ໝົດ 1.200 ຄົນ ໄທ 7.000 ຄົນ ແລະ ສສ ຫວຽດ­ນາມ 100 ຄົນ ສ່ວນ​ໄລ­ຍະ​ທາງ​ໃນ​ການ​ຍ່າງ-ແລ່ນ ແມ່ນ​ຈະ​ໃຊ້​ເສັ້ນ­ທາງ​ລະ­ຫວ່າງ​ຝັງ​ ລາວ-ໄທ ກໍ່​ຄື ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່​ແກ້ວ ສປປ ລາວ ແລະ ແຂວງ​ຊຽງ​ຮາຍ ຣາ​ຊະ​ອາ­ນາ­ຈັກ​ໄທ ດ້ວຍ​ໄລ­ຍະ​ທາງ 10 ກິ­ໂລ­ແມັດ.

ທີ່ມາ: http://www.vientianemai.net/khao/16047.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...