Homeຂ່າວຕ່າງປະເທດເຜີຍອີຣານເຮັດຂໍ້ຕົກລົງຊື້ເຮືອບິນ 100 ລຳກັບໂບອິ້ງ ສະຫະລັດ

ເຜີຍອີຣານເຮັດຂໍ້ຕົກລົງຊື້ເຮືອບິນ 100 ລຳກັບໂບອິ້ງ ສະຫະລັດ

Published on

ເຈົ້າໜ້າທີ່ອີຣານຖະແຫຼງວານນີ້ວ່າ ອີຣານ ແລະ ບໍລິສັດໂບອ໊ງ ຜູ້ຜະລິດເຮືອບິນລາຍໃຫຍ່ທີ່ມີສຳນັກງານໃນສະຫະລັດ ໄດ້ບັນລຸຂໍ້ຕົກລົງຊື້ເຮືອບິນ 100 ລຳ ເພື່ອປັບປຸງຝູງບິນການຄ້າຂອງອີຣານທີ່ມີອາຍຸການນຳໃຊ້ມາດົນ.

ອາລີ ອາເບດຊາເດ ຜູ້ອຳນວຍການສຳນັກງານການບິນພົນລະເຮືອນແຫ່ງອີຣານ ໃຫ້ສຳພາດໜັງສືພິມອີຣານວ່າ ອີຣານມີເຮືອບິນ 250 ລຳ ຊຶ່ງຈຳເປັນຕ້ອງທົດແທນໃໝ່ 230 ລຳ ແຕ່ຂໍ້ຕົກລົງສະບັບນີ້ຍັງຕ້ອງລໍຖ້າການອະນຸມັດຈາກລັດຖະບານສະຫະລັດ ແລະ ບໍ່ໄດ້ກຳນົດຂອບເວລາ ກ່ອນໜ້ານີ້ບໍລິສັດໂບອິ້ງຖະແຫຼງຢືນຢັນວ່າ ບໍລິສັດໄດ້ເຈລະຈາກັບສາຍການບິນອີຣານທີ່ສົນໃຈຈັດຊື້ເຮືອບິນໂດຍສານຈາກໂບອິ້ງ ເມື່ອເດືອນກຸມພາບໍລິສັດສະຫະລັດໄດ້ຮັບອະນຸຍາດຈາກລັດຖະບານສະຫະລັດໃຫ້ຮື້ຟື້ນການຄ້າກັບອີຣານໄດ້ ພາຍຫຼັງຈາກສະຫະລັດຍົກເລີກມາດຕະການຄໍ້າບາດບາງສ່ວນກັບອີຣານໄປເມື່ອເດືອນມັງກອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...