spot_img
Home​ຂ່າວທ່ອງທ່ຽວມະຫັດສະຈັນ ຖໍ້າຄູນແກ້ວ ຄວາມງາມທີ່ຕື່ນຕາຕື່ນໃຈ

ມະຫັດສະຈັນ ຖໍ້າຄູນແກ້ວ ຄວາມງາມທີ່ຕື່ນຕາຕື່ນໃຈ

Published on

ຖໍ້າຄູນແກ້ວ ຫລື ຖໍ້າກະເທິງ ຕັ້ງຢູ່ບ້ານຄູນແກ້ວ ຫ່າງຈາກຕົວເມືອງຄູນຄໍາ ແຂວງຄຳມ່ວນໄປທາງທິດ ຕາເວັນຕົກສ່ຽງໃຕ້ປະມານ 3 ກິໂລແມັດ ແລະ ຕັ້ງຢູ່ຫ່າງຈາກ 3 ແຍກຈາກທາງເລກ 8 ໄປຖໍ້າກອງລໍປະມານ 2 ກິໂລແມັດ.

811

ການເດີນທາງກໍຖືວ່າສະດວກສົມຄວນ,ລົດຈັກ ຫລື ລົດໂຟວິນ ສາມາດໄປເຖິງເກືອບປາກຖໍ້າ, ຈອດລົດໄວ້ທາງນອກແລ້ວຍ່າງເຂົ້າໄປອີກປະມານສາມສີ່ຮ້ອຍແມັດ ກໍເຖິງປານຖໍ້າ, ປາກຖໍ້ານ້ອຍໆພໍຫລົ່ມໂຕ ແຕ່ເມື່ອຜ່ານປາກຖໍ້າແລ້ວ ຂ້າງໃນກໍກວ້າງຂວາງອະລັງການສົມຄໍາ ຍົກຍໍຂອງ ຖວທ ແຂວງຄໍາມ່ວນ.

3112

ຈາກສູນຂໍ້ມູນຂ່າວສານທາງທ່ອງທ່ຽວເມືອງຄູນຄໍາບອກວ່າ ຖໍ້າແຫ່ງນີ້ຍາວປະມານ 6 ກິໂລແມັດ ເຊິ່ງຍ່າງເຂົ້າໄປຈະໄປຊອດອີກດ້ານ ແຕ່ທີມງານພວກເຮົາເຂົ້າໄປໄດ້ປະມານ300-400ແມັດ

5024

ຖໍ້າຄູນແກ້ວ ຖືກຄົ້ນພົບໃນວັນທີ 5 ກຸມພາ2013 ໂດຍປະຊາຊົນບ້ານຄູນແກ້ວທີ່ເຮັດສວນໃກ້ກັບຖໍ້າ. ໃນມື້ພົບນັ້ນຊາວບ້ານດັ່ງກ່າວໄດ້ໄປເຮັດສວນຕາມປົກກະຕິ ເລີຍຫິວນໍ້າແຮງ(ລືມ ເອົານໍ້າມານໍາ) ຈະກັບເມືອບ້ານກໍຢູ່ໄກຈິ່ງເລາະຫານໍ້າຕາມຮ່ອມຜາໃນເຂດດັ່ງກ່າວ ເລີ່ຍພົບຮູຖໍ້າຈິ່ງໄດ້ເຂົ້າໄປຂ້າງໃນແລ້ວພົບວັງນໍ້າຂະຫນາດນ້ອຍ ແລະຂ້າງໃນກໍເປັນໂຜ່ງຖໍ້າທີ່ໃຫຍ່ແລະເລິກ.ຊາວບ້ານດັ່ງກ່າວ ກໍໄປລາຍງານຕໍ່ຖວທເມືອງ, ຈາກນັ້ນ ຖວທ ເມືອງກໍລາຍງານຕໍ່ແຂວງ ເພື່ອລົງສໍາຫລວດຕົວຈິງ.

840

ຢ່າງໃດກໍຕາມ ທ່ານໃດທີ່ສົນໃຈເຂົ້າໄປເບິ່ງຄວາມງົດງາມຂອງຖໍ້າໃນໄລຍະນີ້ ກໍສາມາດຕິດຕໍ່ພົວພັນ ຖວທ ເມືອງຄູນຄໍາ ຫລື ສູນຂໍ້ມູນຂ່າວສານການທ່ອງທ່ຽວຂອງເມືອງ ເພື່ອຖວທເມືອງຈະໄດ້ຈັດຄົນພາທາງໄປພ້ອມ ທັງນີ້ກໍເພື່ອຄວາມປອດໄພ. ສ່ວນລະດູທີ່ເຫມາະສົມໃນການໄປ ກໍແມ່ນຍາມແລ້ງ ຫລື ລະດູການທ່ອງທ່ຽວນັ້ນເອງ.

670

ຮູບ ແລະ ຂໍ້ມູນໂດຍ: ທີມງານວາລະສານຮູບ ຫລື Lao Photomagazine

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...