Homeຂ່າວທ້ອງຖິ່ນກົມຂົນສົ່ງ ຍົກລະດັບຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນທາງບົກ ໃຫ້ຄູ-ອາຈານໂຮງຮຽນສອນຂັບລົດ

ກົມຂົນສົ່ງ ຍົກລະດັບຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນທາງບົກ ໃຫ້ຄູ-ອາຈານໂຮງຮຽນສອນຂັບລົດ

Published on

ບັນດາພະນັກງານ ຄູ-ອາຈານ ຜູ້ປະກອບການທຸລະກິດໂຮງຮຽນສອນຂັບລົດ ທັງພາກລັດ-ເອກະຊົນ ທົ່ວນະຄອນຫຼວງວຽງຈັນ ຫຼາຍກວ່າ 30 ຄົນ ໄດ້ຮັບການຍົກລະດັບເປັນເວລາ 2 ວັນ ເພື່ອເສີມສ້າງທັກສະ ຄວາມຮັບຮູ້ ຄວາມເຂົ້າໃຈ ກ່ຽວກັບການຈະລາຈອນທາງບົກທີ່ປອດໄພ ໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດທາງດ້ານລະບຽບ ຫຼັກການ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດເຂົ້າໃນຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນສອນຂັບລົດຂອງຕົນໃຫ້ມີປະສິດທິຜົນ ເຊິ່ງການເຝິກອົບຮົມໃນຄັ້ງນີ້ ເປັນການຮ່ວມມືກັນລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ພະແນກຕໍາຫຼວດຈະລາຈອນນະຄອນຫຼວງ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ.

ສໍາລັບພິທີໄຂການເຝິກອົບຮົມຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນທາງບົກຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມີຖຸນາ 2016 ທີ່ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ  ອຸ່ນເນື້ອ ສີລາວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ທ່ານ ສີສະໝຸດ ພັນທະຈັກ ພະແນກຄຸ້ມຄອງຈະລາຈອນ ແລະ ການຂັບຂີ່ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີຄູ-ອາຈານ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

         ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຈຸດປະສົງຫຼັກຂອງການຈັດເຝິກອົບຮົມໃນຄັ້ງນີ້ ກໍເພື່ອເຜີຍແຜ່ກົດລະບຽບຈະລາຈອນທາງບົກໃຫ້ແກ່ຜູ້ປະກອບການທຸລະກິດໂຮງຮຽນສອນຂັບລົດທີ່ນອນຢູ່ໃນນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມ ກໍາແໜ້ນເນື້ອໃນຈິດໃຈ ລະບຽບຫຼັກການຂັບຂີ່ປອດໄພ ເປັນຕົ້ນ ການເດີນລົດ ການຄວບຄຸມພວງມະໄລລົດ ມາລະຍາດການຂັບຂີ່ ການປ່ອຍສິດການເດີນລົດຕາມຖະໜົນທີ່ມີຫຼາຍແຍກ ເຄື່ອງໝາຍເສັ້ນທາງເດີນຂອງລົດຈັກ ລົດໃຫຽ່ ຮວມທັງປ້າຍສັນຍານຈະລາຈອນທາງບົກ ປ້າຍຫ້າມລ້ຽວ ຫ້າມຈອດ ຫ້າມຢຸດ ຫ້າມຜ່ານ ແລະ ປ້າຍສັນຍານເຕືອນຕ່າງໆທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ນອກນັ້ນ ບັນດາສໍາມະນາກອນຍັງໄດ້ຮຽນຮູ້ເຕັກນິກວິທີບໍາລຸງຮັກເຄື່ອງຈັກ ທັງນີ້ ກໍເພື່ອໃຫ້ຄູ-ອາຈານ ທີ່ສິດສອນໃນໂຮງຮຽນຕ່າງໆນໍາໄປຈັດຕັ້ງຜັນຂະຫຽາຍໃນການສິດສອນຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດຕາມທ້ອງຖະໜົນທີ່ນັບວັນມີທ່າອຽງເພີ່ມຂຶ້ນ.

ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນສອນຂັບລົດທັງໝົດ 16 ແຫ່ງ ໃນນັ້ນ ພາກລັດ 1 ແຫ່ງ ພາກທຸລະກິດ 15 ແຫ່ງ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...