spot_img
HomeມູມໄອທີລາວHonor 5A ມີຍອດຈອງເຖິງ 11.79 ລ້ານເຄື່ອງແລ້ວ!!

Honor 5A ມີຍອດຈອງເຖິງ 11.79 ລ້ານເຄື່ອງແລ້ວ!!

Published on

ເປັນໄປຕາມຄາດກັນເລີຍສຳລັບສະມາດໂຟນລາຄາປະຢັດຄື Honor 5A ທີ່ມີຜູ້ໃຫ້ຄວາມສົນໃຈກັນຫຼາຍສຳລັບລູກຄ້າໃນປະເທດຈີນ. ໂດຍລາຍງານນີ້ແມ່ນທາງບໍລິສັດເປັນຄົນເປີດເຜີຍອອກມາເອງວ່າໂທລະສັບລຸ້ນດັ່ງກ່າວໄດ້ຮັບການຈອງກັນຫຼາຍກວ່າ 11.79 ລ້ານເຄື່ອງ ໂດຍຜ່ານທາງໜ້າຮ້ານ, ເວັບໄຊ JD.com ແລະ QQ Wallet ນັບຕັ້ງແຕ່ມື້ເປີດໂຕມາຮອດມື້ວານນີ້ ຫຼືວັນທີ 16 ມິຖຸນາ. ສ່ວນໂຕເຄື່ອງນັ້ນແມ່ນເລີ່ມຈັດສົ່ງໃຫ້ຜູ້ຈອງໄປແລ້ວຕັ້ງແຕ່ຕອນເຊົ້າ 10:08 ຂອງມື້ນີ້.  ສ່ວນລາຄາຂອງ Honor 5A ສຳລັບລຸ້ນ China Mobile ມີລາຄາຢູ່ທີ່ 699 ຢວນ (865.000 ກີບ), ສ່ວນລຸ້ນຮອງຮັບ Full Network ລາຄາຢູ່ທີ່ 799 ຢວນ (980.000 ກີບ).

image

ດ້ານສະເປັກຂອງ Honor 5A ກໍມີໜ້າຈໍ 5.5 ນິ້ວ, ຄວາມລະອຽດ HD, ໃຊ້ງານຊິບປະມວນຜົນອ໋ອກຕາຄໍ Snapdragon 617 ມາພ້ອມກັບ RAM 2GB ແລະ ພື້ນທີ່ຈັດເກັບ 16GB. ກ້ອງຫຼັງໃຫ້ມາ 13 ລ້ານພິກເຊວ ແລະກ້ອງໜ້າ 8 ລ້ານພິກເຊວ. ແບັດເຕີຣີ 3100mAh. ຖືໄດ້ວ່າເປັນສະມາດໂຟນລາຄາຖືກແຕ່ສະເປັກລະດັບ P9 lite ເລີຍກໍເວົ້າໄດ້

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...