Homeຄວາມງາມວິທີທົດສອບເຄື່ອງສຳອາງວ່າສິ່ງໃດອັນຕະລາຍ ຫຼື ບໍ່ອັນຕະລາຍ

ວິທີທົດສອບເຄື່ອງສຳອາງວ່າສິ່ງໃດອັນຕະລາຍ ຫຼື ບໍ່ອັນຕະລາຍ

Published on

ສຳລັບເຄື່ອງສຳອາງທີ່ວາງຂາຍເຕັມຕາມຕະຫຼາດ ຈະມີທັງເຄື່ອງສຳອາງທີ່ເປັນອັນຕະລາຍ ແລະ ບໍ່ເປັນອັນຕະລາຍ ປະປົນກັນຢູ່ ສາວໆອາດຈະບໍ່ຮູ້ເລີຍວ່າເຄື່ອງສຳອາງທີ່ຊື້ມາໃຊ້ນັ້ນອັນໃດເປັນອັນຕະລາຍ ແລະ ບໍ່ອັນຕະລາຍ ເພາະສາວຫຼາຍຄົນໜ້າພັງຍ້ອນເຄື່ອງສຳອາງກໍ່ເຫັນມີຫຼາຍຄົນແລ້ວ ວັນນີ້ພວກເຮົາເລີຍມີວິທີທົດສອບເຄື່ອງສຳອາງວ່າສິ່ງໃດອັນຕະລາຍ ຫຼື ບໍ່ອັນຕະລາຍ ມາແນະນຳໃຫ້ຮຸ້ຈັກ ເພື່ອທ່ານຈະໄດ້ລອງໄປເຮັດເບິ່ງ

ວິທີກວດສອບເຄື່ອງສຳອາງດ້ວຍຕົວເອງ
1. ສານໄຮໂດຣຄຣິໂນນ 
ກວດສອບໄດ້ໂດຍການຕ້ອຍເຄື່ອງສຳອາງລົງໃສເຈ້ຍອະນາໄມ (ທິດຊູ້) ຫຼັງຈາກນັ້ນໃຫ້ຢອດນ້ຳແຟັບໃນປະລິມານເຂັ້ມຂຸ້ນລົງໄປ ກັບປະໄວ້ປະມານ 5-10 ນາທີ ແລ້ວກັບມາເບິ່ງອີກຄັ້ງ ຫາກຄຣີມທາໜ້າ ຫຼື ເຄື່ອງສຳອາງປ່ຽນສີ ເປັນສີນ້ຳຕານເກືອບດຳສະແດງວ່າເຄື່ອງສຳອາງນັ້ນອັນຕະລາຍ ເພາະມີສານໄຮໂດຣຄຣິໂນນ ເຈືອປົນຢູ່ນຳ ສານນີ້ສາມາດເຮັດໃຫ້ໜ້າຂາວຂຶ້ນໄວແຕ່ຖ້າຢຸດໃຊ້ຈະເຮັດໃຫ້ຜິວໜ້າດຳລົງກວ່າເກົ່າ ແລະ ຜົນຂ້າງຄຽງຈາກການໃຊ້ແມ່ນຈະເຮັດໃຫ້ຜິວລະຄາຍເຄືອງ ແລະ ເປັນຝ້າຖາວອນ

2. ສານປຣອດ ແລະ ແອມໂມເນຍ 
ການໃຊ້ເຄື່ອງສຳອາງທີ່ມີສານປຣອດ ແລະ ແອມໂມເນຍໄປດົນໆ ຈະເກີດການສະສົມໃນຜິວໜັງແລະຮ່າງກາຍ ເພາະສານນີ້ອາດຖືກດູດຊຶມສູ່ກະແສເລືອດເຊິ່ງອາດເປັນອັນຕະລາຍເຖິງແກ່ຊີວິດໄດ້ ຈິ່ງຄວນກວດຫາສາເຫດກ່ອນນຳມາໃຊ້ລົງກັບຜິວໜ້າ, ຜິວກາຍຂອງຕົນເອງ ເຊິ່ງວິທີກວດສອບແມ່ນ ຕ້ອຍຄຣີມທາຜິວ ຫຼື ຄຣີມທາໜ້າທີ່ຊື້ມາລົງໄປບໍລິເວນແຂນຄວາມກ້ວາງປະມານເທົ່ານີ້ວມືນີ້ວຊີ້ ຈາກນັ້ນກໍ່ເອົາພລາສເຕີ້ຕິດບາດມາຕິດທັບຈຸດທີ່ຕ້ອຍຄຣີມໄວ້ ແລະ ເອົາພລາສເຕີ້ອີກອັນໜຶ່ງ ມາຕິດໄວ້ທາງຂ້າງບ່ອນທີ່ບໍ່ໄດ້ທາຄຣີມທາຜິວນັ້ນ ປະໄວ້ 12 ຊົ່ວໂມງແລ້ວມາແກະພລາສເຕີ້ທັງສອງນັ້ນອອກ ປຽບທຽບກັນເບິ່ງຖ້າບໍລິເວນທາຄຣີມມັນເປັນສີຂາວຊີດກວ່າບ່ອນບໍ່ໄດ້ທາຄຣີມກໍ່ສະແດງວ່າສ່ວນປະສົມຂອງຄຣີມທີ່ເຮົາຊື້ມາທານັ້ນມີສານ ປຣອດ ແລະ ແອມໂມເນຍ ປະສົມຢູ່ນຳ

3. ສານສະເຕຍຣອຍ (Steroids)
ສາມາດກວດສອບໄດ້ໂດຍການໃຊ້ເຄື່ອງສຳອາງທາບໍລິເວນແຂນຈາກນັ້ນໃຊ້ພລາສເຕິ້ຕິດທັບບໍລິເວນທີ່ທາຄຣີມໄວ້ ຫຼັງຈາກນັ້ນປະໄວ້ 6 ຊົ່ວໂມງ ໃຫ້ແກະພລາສເຕີທີ່ຕິດອອກຫາກຜິວເປັນສີຊີດຫຼາຍກວ່າບໍລິເວນອື່ນ ສະແດງວ່າມີສານສະເຕຍຣອຍປົນຢູ່ ເຊິ່ງສານນີ້ຖືເປັນສານຕ້ອງຫ້າມໃນເຄື່ອງສຳອາງອີກຊະນິດໜຶ່ງ ເພາະຫຼັງຈາກທີ່ໃຊ້ເຄື່ອງສຳອາງທີ່ປະສົມສານສະເຕຍຣອຍເປັນເວລາດົນຈະເຮັດໃຫ້ ຜິວໜ້າບາງໄວຕໍ່ແສງແດດ ເປັນສິວ ບວມນ້ຳ ແລະ ຜິວໜັງອັກເສບໄດ້

ສາມສານທີ່ກ່າວມາຂ້າງເທິງນີ້ຖ້າທ່ານກວດພົບໃນເຄື່ອງສຳອາງທີ່ຊື້ມາຄວນຢຸດໃຊ້ທັນທີ ເພື່ອຄວາມປອດໄພຂອງທ່ານເອງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...