Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນເລັ່ງອະນາໄມຮ່ອງລະບາຍນ້ຳຮັບຮອງລະດູຝົນ

ນະຄອນຫຼວງວຽງຈັນເລັ່ງອະນາໄມຮ່ອງລະບາຍນ້ຳຮັບຮອງລະດູຝົນ

Published on

ພາຍຫຼັງເຫັນວ່າເມື່ອຝົນຕົກມາເວລາໃດຫຼາຍເສັ້ນທາງເກີດສະພາບນ້ຳຂັງຍ້ອນການລະບາຍນ້ຳບໍ່ດີ, ດັ່ງນັ້ນ ປັດຈຸບັນນີ້ ອົງການບໍລິຫານ ແລະ ພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ (ອພບ) ຈຶ່ງໄດ້ສຸມໃສ່ລ່ວງຮ່ອງລະບາຍນ້ຳຢູ່ຕາມສາຍທາງຕ່າງໆໃນຕົວເມືອງໃຫ້ມີຄວາມຮັບປະ ກັນ, ພ້ອມທັງເຮັດອະນາໄມຕາມສະຖານທີ່ສາທາລະນະ ແລະ ເຂດຊຸມຊົນຕ່າງໆ, ເພື່ອສ້າງຂະບວນການຂຳນັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ, ຊຶ່ງຈະຈັດຂຶ້ນໃນເດືອນຕຸລານີ້ເປັນຕົ້ນແມ່ນ: ເສັ້ນ ທາງ 450 ປີ, ສະໜາມບິນສາກົນວັດໄຕ, ຫໍປະຊຸມແຫ່ງຊາດ ແລະ ສະຖາທີ່ສຳຄັນອື່ນໆ.

ຮອງປະທານອົງການ ອພບ ໃຫ້ຮູ້ວ່າ: ເຊັ່ນດຽວກັນກັບທຸກໆປີຜ່ານມາພໍໃກ້ຈະຮອດລະດູຝົນ ອພບ ກໍຈະມີການອະນາໄມ ແລະ ລ່ວງຮ່ອງລະບາຍນ້ຳຕ່າງໆໃນຕົວເມືອງ ເພື່ອບໍ່ໃຫ້ເກີດນ້ຳຖ້ວມຂັງ

ແລະ ມາຮອດປັດຈຸບັນການອະນາໄມຮ່ອງລະບາຍນ້ຳດັ່ງກ່າວແມ່ນພວມເລັ່ງໃສ່ຖະໜົນສຸພານຸວົງ, ເສັ້ນທາງບ້ານສວນມອນ, ໂພນປາເປົ້າ ແລະ ເສັ້ນທາງທີ່ສຳຄັນອື່ນໆ, ຄາດວ່າຈະສຳເລັດ 100 % . ໃນທ້າຍເດືອນນີ້, ຮອງປະທານອົງການ ອພບ ໃຫ້ທັດສະນະວ່າ: ຢາກໃຫ້ການອະນາໄມຮ່ອງລະ ບາຍນ້ຳຕາມເສັ້ນທາງຕ່າງໆນັ້ນມີປະສິດພາບຕ້ອງໄດ້ເຮັດຢ່າງໜ້ອຍ 2 ຄັ້ງຕໍ່ປີກ່ອນ ແລະ ຫຼັງລະດູ ຝົນ, ຈຶ່ງຈະຮັບປະກັນໃຫ້ຮ່ອງລະບາຍນ້ຳດັ່ງກ່າວມີຄວາມສະອາດ ແລະ ສາມາດລະບາຍນ້ຳຝົນໄດ້ ຢ່າງວ່ອງໄວ,. ແຕ່ການປະຕິບັດໃນໄລຍະຜ່ານມາເຫັນວ່າຍັງມີປະສິດທິຜົນໜ້ອຍ, ຍ້ອນງົບປະມານບໍ່ພຽງພໍ.

ທີ່ມາ: http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...