Homeມູມໄອທີລາວສະມາດໂຟນຊີຣີ Xiaomi Redmi ມີຍອດຈຳໜ່າຍຫຼາຍກວ່າ 100 ລ້ານເຄື່ອງແລ້ວ!!

ສະມາດໂຟນຊີຣີ Xiaomi Redmi ມີຍອດຈຳໜ່າຍຫຼາຍກວ່າ 100 ລ້ານເຄື່ອງແລ້ວ!!

Published on

ຖືໄດ້ວ່າໂທລະສັບມຶຖືຈາກ Xiaomi ນັ້ນເປັນທີ່ນິຍົມກັນຫຼາຍໃນບັນດາແຟນໆຂອງ Xiaomi, ກໍເພາະວ່າທາງບໍລິສັດມັກຈະຈັດສະເປັກມາດີ, ງານປະກອບດີ ແລະລາຄາເອງກໍເປັນມິດເຊັ່ນດຽວກັນ. ໂດຍຫຼ້າສຸດນີ້ເອງ Lei Jun ໄດ້ປ່ອຍຂໍ້ມູນກ່ຽວກັບຍອດຈຳໜ່າຍລວມຂອງສະມາດໂຟນຊີຣີ Redmi ວ່າຫຼາຍກວ່າ 100 ລ້ານເຄື່ອງແລ້ວ (ປະມານ 108 ລ້ານເຄື່ອງ) ຖືວ່າເປັນໂຕເລກທີ່ໜ້າສົນໃຈເລີຍນັບຕັ້ງແຕ່ໂທລະສັບ Redmi ເປີດໂຕຄັ້ງທຳອິດຊ່ວງເດືອນ ກໍລະກົດ ປີ 2013!

image

ໂດຍສະມາດໂຟນຊີຣີ Redmi ນັບຕັ້ງແຕ່ລຸ້ນທຳອິດຈົນເຖິງປັດຈຸບັນມີທັງໝົດ 9 ລຸ້ນໄດ້ແກ່:  Redmi, Redmi 2, Redmi 2A, Redmi 3, Redmi 3S, Redmi Note/Note Prime/Note 2/Note 3, (ບໍ່ລວມລຸ້ນ “Pro” ). ໂດຍແຕ່ລະລຸ້ນທີ່ກ່າວມານີ້ມີຍອດຈຳໜ່າຍປະມານ 12 ລ້ານເຄື່ອງເລີຍ.

image

ສິ່ງທີ່ໜ້າສົນໃຈຂອງຊີຣີ Redmi ແມ່ນເໝາະສຳລັບຄົນທີ່ມັກຫຼິ້ນໂທລະສັບທີ່ມີສະເປັກທີ່ໂຫດລະດັບກາງ-ສູງ ໃນລາຄາບໍ່ແພງຫຼາຍ, ທັງໝົດນີ້ Xiaomi ເຮັດອອກມາຕອບໂຈດເລີຍ. ເຖິງຈະໜ້າເສຍດາຍທີ່ບໍ່ມີໃຜນຳເຂົ້າມາຂາຍໃນປະເທດລາວເລີຍກໍຕາມ

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...