spot_img
Homeຄົມຄິດຄົມຄົນຕົວຢ່າງແນວຄິດ ແລະ ວິຖີການດຳລົງຊີວິດປະຈຳວັນຂອງ 8 ບຸກຄົນທີ່ມີອິດທິພົນລະດັບໂລກ

ຕົວຢ່າງແນວຄິດ ແລະ ວິຖີການດຳລົງຊີວິດປະຈຳວັນຂອງ 8 ບຸກຄົນທີ່ມີອິດທິພົນລະດັບໂລກ

Published on

ວັນນີ້ເຮົາຈະມາຍົກ 8 ຕົວຢ່າງບຸກຄົນທີ່ປະສົບຜົນສຳເລັດໃນຊີວິດ ແລະ ນັບວ່າເປັນບຸກຄົນທີ່ມີອິດທິພົນລະດັບໂລກມາໃຫ້ທຸກຄົນໄດ້ສຶກສາແນວຄິດ ແລະ ການໃຊ້ຊີວິດຂອງພວກເຂົາ ເຊິ່ງຈະມີໃຜແນ່ນັ້ນເຮົາມາຮູ້ຈັກກັນເລີຍ

8-9

1. ບາຣັດ ໂອບາມາ

ປະທານາທິບໍດີແຫ່ງສະຫະລັດອາເມລິກາ ເລີ່ມຕົ້ນເຊົ້າວັນໃໝ່ຂອງທຸກວັນດ້ວຍການອອກກຳລັງກາຍໃນຊ່ວງເວລາ 06.45 ໂມງ ເຊິ່ງການອອກກຳລັງກາຍຂອງເພິ່ນແມ່ນການຫຼິ້ນເວທ ແລະ ຄາຣດິໂອສະລັບກັນ ຫຼັງຈາກນັ້ນຈິ່ງມານັ່ງກິນເຂົ້າເຊົ້າກັບເມຍສຸດທີ່ຮັກ ແລະ ລູກສາວທັງ 2 ຄົນ ແລ້ວຈິ່ງໄປສົ່ງລູກສາວທີ່ໂຮງຮຽນ ຈາກນັ້ນຈິ່ງເຂົ້າໄປສູ່ບົດບາດການເຮັດວຽກໃນຖານະປະທານາທິບໍດີແຫ່ງປະເທດມະຫາອຳນາດຢ່າງຈິງຈັງ8-10

2. ເດວິດ ຄາເມຣອນ

ຜູ້ນຳຂອງປະເທດອັງກິດຄົນນີ້ ຈະບໍ່ເບິ່ງໂທລະພາບໃນຕອນເຊົ້າຢ່າງເດັດຂາດ ແຕ່ເພິ່ນຈະຕື່ນປະມານ 06.00 ໂມງ ແລ້ວໃຊ້ເວລາກວ່າ 2 ຊົ່ວໂມງໃນການກວດເບິ່ງຂໍ້ມູນຂ່າວສານທາງການເມືອງ ແລະ ເສດຖະກິດ ຈົນຮອດເວລາປະມານ 08.00 ໂມງ ເພິ່ນຈິ່ງຈະເລີ່ມເຮັດທຸລະສ່ວນຕົວກ່ອນໄປຮ່ວມກິນອາຫານເຊົ້າກັບຄອບຄົວ ແລະ ທີ່ສຳຄັນເພິ່ນຍັງຕັ້ງກົດຫ້າມບັນດາລູກຂອງເພີ່ນເບິ່ງໂທລະພາບໃນຕອນເຊົ້າເຊັ່ນດຽວກັນ ເພາະເພິ່ນຄິດວ່າລູກໆຄວນເຮັດກິດຈະກຳສ່ວນຕົວໃຫ້ແລ້ວຮຽບຮ້ອຍກ່ອນໄປໂຮງຮຽນ

8-11

3. ວິນສ໌ຕັນ ເຊີຣຊີລ

ອະດີດນາຍົກລັດຖະມົນຕີແຫ່ງປະເທດອັງກິດຄົນນີ້ຈະຕື່ນນອນທຸກເຊົ້າປະມານ 07.30 ໂມງ ແຕ່ປະເດັນແມ່ນເພິ່ນຈະບໍ່ຍອມລຸກອອກຈາກຕຽງນອນຖ້າບໍ່ຮອດ 11.00 น. !

ໂດຍຫຼາຍຄົນອາດສົງໃສວ່າເພິ່ນເຮັດຫຍັງຢູ່ເທິງຕຽງຕັ້ງຫຼາຍຊົ່ວໂມງ ຄຳຕອບຄື ເຊີຣຊິລ ຈະກິນອາຫານເຊົ້າຢູ່ເທິງຕຽງນອນ ແລະ ອ່ານຂ່າວສານບ້ານເມືອງຈາກໜັງສືພິມຫຼາຍສະບັບ ທີ່ສຳຄັນຄືເພິ່ນຈະອ່ານຈົນຄົບທຸກເລື່ອງໃນໜັງສືພິມ ຈາກນັ້ນຈິ່ງຄ່ອຍເລີ່ມເຮັດທຸລະສ່ວນຕົວ ແລະ ປະຕິບັດກິດຈະກຳປະຈຳວັນອື່ນໆຂອງເພິ່ນ

8-12

4. ໂຣວາຣດ ຊູລ

04.30 ໂມງ ຄີເວລາຕື່ນນອນຂອງຊີອີໂອ ສະຕາຣບັດ ຄົນນີ້ ແລະ ຫຼັງຕື່ນນອນທຸກເຊົ້າເພິ່ນຈະພາໝາທັງ 3 ໂຕຂອງເພິ່ນ ໄປຍ່າງ-ແລ່ນອອກກຳລັງກາຍ ຈົນຮອດເວລາ 05.45 ໂມງ ຈິ່ງກັບເຮືອນເພື່ອມາຊົງກາເຟໃຫ້ຕົວເອງ ແລະ ເມຍດື່ມ ແຕ່ເພິ່ນຈະມີຄວາມພິຖີພິຖັນຫຼາຍໃນການຊົງກາເຟຂອງເພິ່ນໃນແຕ່ລະຈອກ ເລີ່ມຈາກເລືອກເມັດ ແລະ ແນວພັນຂອງກາເຟ ຮວມໄປເຖິງອຸນຫະພູມຂອງນ້ຳທີ່ຈະຊົງກາເຟຂອງເພິ່ນ ຮຽກໄດ້ວ່າບໍ່ໃຫ້ເສຍຊື່ເຈົ້າຂອງແບຣນກາເຟຊື້ດັງກ້ອງໂລກເລີຍ

8-13

5. ສະຕີຟ ຈ໊ອບສ໌

ສະຕີຟ ຈ໊ອບສ໌ ເປັນບຸກຄົນທີ່ມີອິດທິພົນຂອງໂລກຕົວຈິງສຽງຈິງ ໂດຍສະເພາະທາງດ້ານເທັກໂນໂລຢີ ຢ່າງສະມາສ ໂຟນ ແລະ ເຖິງໃນວັນນີ້ເພິ່ນຈະເຫຼືອໄວ້ແຕ່ພຽງຊື່ສຽງເທົ່ານັ້ນ ແຕ່ຄວາມສຳເລັດທີ່ເພິ່ນໄດ້ເຮັດໄວ້ຍັງຄົງຈົດຈຳໃນໃຈຂອງໃຜຫຼາຍໆຄົນພ້ອມທັງຖອດຖອນເອົາແນວທາງ ແລະ ການໃຊ້ຊີວິດຂອງເພິ່ນມາເປັນແບບຢ່າງ ເຊິ່ງໃນຊ່ວງເວລາທີ່ເພິ່ນຍັງມີຊີວິຢູ່ ສິ່ງທີ່ ສະຕີຟ ຈ໊ອບສ໌ ມັກຈະເຮັດຫຼັງຕື່ນນອນໃນທຸກເຊົ້າຄືການແນມເບິ່ງໜ້າຕົວເອງຜ່ານແວ່ນແຍງກ່ອນ ແລະ ຖາມຕົວເອງຊ້ຳໆວ່າ ຖ້າວັນນີ້ຄືວັນສຸດທ້າຍຂອງຊີວິດ ເພິ່ນຈະມີຄວາມສຸກກັບສິ່ງທີ່ຄິດຈະເຮັດໃນວັນນີ້ ຫຼື ບໍ່ ແລະ ຫາກຄຳຕອບວ່າບໍ່ຢູ່ຫຼາຍຄັ້ງ ເພິ່ນກໍ່ຈະເລີ່ມຫາວິທີປ່ຽນແປງບາງສິ່ງບາງຢ່າງທີ່ເພິ່ນກຳລັງເຮັດຢູ່

8-14

6. ບິລ ເກດສ໌

ດ້ວຍຄວາມທີ່ເພິ່ນເປັນເຈົ້າພໍ່ໄມໂຄຊອຟ ບິລ ເກດສ໌ ຈິ່ງບໍ່ຍອມໃຫ້ຕົວເອງມີສຸຂະພາບອ່ອນແອ ຫຼື ມີຮ່າງກາຍທີ່ເປັນອຸປະສັກໃນການເຮັດວຽກຂອງເພິ່ນເດັດຂາດ ດັ່ງນັ້ນສິ່ງທີ່ເພິ່ນເຮັດຫຼັງຕື່ນນອນທຸກເຊົ້າຄືການອອກກຳລັງກາຍ ທັງແລ່ນ ແລະ ຄາຣດີໂອ ປະມານ 1 ຊົ່ວໂມງເປັນປະຈຳທຸກເຊົ້າ ເຖິງຕອນນີ້ອາຍຸເພິ່ນຈະແຕະເລກ 6 ແລ້ວກໍ່ຕາມ ແຕ່ຍັງເບິ່ງແຂງແຮງຢູ່ສະເໝີ

8-16

7. ເຈບຟ໌ ເບຊອຟ

ຜູ້ກໍ່ຕັ້ງ ແລະ ຊີອີໂອຂອງ Amazon.com ເບິ່ງຈະແຕກຕ່າງຈາກຄົນອື່ນໆ ບ່ອນທີ່ເພິ່ນບໍ່ມັກຕື່ນເຊົ້າ ຍ້ອນເພິ່ນເປັນຄົນມັກນອນເດິກ  ແລະ ຄິດວ່າຕົວເອງຕ້ອງນອນໃຫ້ຄົບ 8 ຊົ່ວໂມງ ແລະ ເພິ່ນກໍ່ບໍ່ມັກໃຊ້ໂມງປຸກເລີຍ ເພາະເພິ່ນຕ້ອງການໃຫ້ຮ່າງກາຍໄດ້ພັກຜ່ອນຢ່າງເຕັມທີ່ ດັ່ງນັ້ນເພິ່ນຈະບໍ່ນັດພົບກັບແຂກຕອນເຊົ້າ ເພາະນອກ ຈາກເພິ່ນຈະບໍ່ມັກກຳນົດເວລາຕື່ນນອນໃນຕອນເຊົ້າແລ້ວ ເພິ່ນຍັງມັກໃຊ້ເວລາກັບການເຮັດອາຫານເຊົ້າແບບສະບາຍຯ ແລະ ເນັ້ນປຸງອາຫານຣົດຊາດໃໝ່ໆເພື່ອເສີມໃຫ້ຕົວເອງ ແລະ ຄອບຄົວໄດ້ກິນ ຫຼັງຈາກນັ້ນເພິ່ນຈິ່ງເລີ່ມໄປເຮັດວຽກຢ່າງຈິງຈັງ

8-17

8. ມາຣດ ຊັດເຄຣເບີຣກ

ຜູ້ກໍ່ຕັ້ງໂຊຊ້ຽວເນັດເວີຣກ ແລະ ນັບວ່າເປັນຜູ້ສ້າງປະກົດການລະດັບໂລກອີກຄົນໜຶ່ງ ແລະ ຄົນນີ້ຍິ່ງແປກກວ່າຄົນອື່ນໆ ເພາະເພິ່ນຈະນອນໜ້ອຍທີ່ສຸດ ຈົນແທບຮຽກໄດ້ວ່າເພິ່ນຈະເຂົ້ານອນຕອນຮຸ່ງເຊົ້າຂອງອີກວັນໃໝ່ເປັນປະຈຳ ເຊິ່ງເຫດຜົນທີ່ເປັນແບບນີ້ກໍ່ຍ້ອນວຽກງານ ແລະ ອີກຢ່າງໃນຊ່ວງຕອນເຊົ້າເຈົ້າພໍ່ເຟສບຸກບໍ່ມີຫຍັງໃຫ້ເຮັດຫຼາຍ ພຽງແຕ່ຕື່ນເຊົ້າມາແລ້ວເຈົ້າເສືອຢືດຄໍມົນສີເທົາໂຕມັກມານຸ່ງເທົ່ານັ້ນ ໝຸ່ມຄົນນີ້ກໍ່ພ້ອມຈະລຸຍທຸລະກິດຂອງຕົວເອງແລ້ວ

ທີ່ມາ:​ http://money.kapook.com/view135361.html

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...