spot_img
Homeຂ່າວການພັດທະນາກຽມ​ສະ­ເໝີ​ປ່າ​ສະ­ຫງວນ​ແຫ່ງ​ຊາດຫີນ​ໝາມ​ໝໍ່ ເປັນ​ມໍ­ລະ­ດົກ​ໂລກ

ກຽມ​ສະ­ເໝີ​ປ່າ​ສະ­ຫງວນ​ແຫ່ງ​ຊາດຫີນ​ໝາມ​ໝໍ່ ເປັນ​ມໍ­ລະ­ດົກ​ໂລກ

Published on

ຄຳ​ມ່ວນ​ແຂວງ ​ທາງ​ຜ່ານ​ຕອນກາງ­ຂອງ​ລາວ​ເວົ້າ​ເລື່ອງ​ການ­ທ່ອງ­ທ່ຽວຖື​ວ່າ​ບໍ່​ໜ້ອຍ​ໜ້າ​ໃຜ, ຫຼ້າ​ສຸດ​ໄດ້​ຈັດ​ກອງປະ­ຊຸມ​ປຶກ­ສາ​ຫາ­ລື ເພື່ອ​ກະ­ກຽມ​ສະ­ເໜີປ່າ​ສະ­ຫງວນ​ແຫ່ງ​ຊາດ​ຫີນ​ໜາມ​ໜໍ່ເມືອງ​ບົວ­ລະ­ພາ​ເຂົ້າ​ເປັນ​ມໍ­ລະ­ດົກ​ໂລກທາງ​ທຳ​ມະ​ຊາດ ຊຶ່ງ​ຫາກ​ການ​ສະ­ເໜີ​ດັ່ງກ່າວ​ສຳ­ເລັດ​ເຊື່ອ​ແນ່​ວ່າ​ຈະ​ເຮັດ​ໃຫ້​ບັນຍາ​ກາ​ການ­ທ່ອງ­ທ່ຽວ​ພາຍ​ໃນ​ແຂວງ​ຄຶກ­ຄື້ນ​ຂຶ້ນ​ກວ່າ​ເກົ່າ​ຢ່າງ​ແນ່­ນອນ.

ກອງ​ປະ­ຊຸມ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນທີ 14 ມີ​ຖຸ​ນາ 2016 ທີ່​ພະ​ແນກ ຖວ​ທ ແຂວງ​ຄຳ​ມ່ວນ ໂດຍ​ການ​ເຂົ້າ​ຮ່ວມ​ເປັນປະ­ທານ​ຂອງທ່ານ ຄຳ​ສີ ອຸດ​ທິ​ວົງ ຮອງເຈົ້າ­ແຂວງໆ​ຄຳ​ມ່ວນ, ທ່ານ ບົວ​ເງິນ ຊາພູ​ວົງ ຮອງ​ລັດ­ຖະ­ມົນ­ຕີກະ­ຊວງ​ຖະ­ແຫຼງ ຂ່າວ​ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ, ມີທ່ານ​ຫົວ­ໜ້າ​ພະ​ແນກ ຖວ​ທ ແຂວງ, ຄະນະ­ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ​ສິ່ງ­ແວ­ດລ້ອມ, ບັນ­ດາ​ທ່ານ​ຈາກກົມ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ຄວາມ​ພ້ອມ​ໃນ​ການ​ສະ­ເໜີ​ເອົາ​ປ່າ​ສະ ຫງວນ​ແຫ່ງ​ຊາດ​ຫິນ​ໜາມ​ໜໍ່​ເຂົ້າ​ເປັນ​ມໍລະ​ດົກ​ໂລກ​ທາງ​ທຳ​ມະ​ຊາດ ໂດຍ​ສະເພາະ​ແມ່ນ​ການ​ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ຂັ້ນສູນ​ກາງ ແລະ​ຂັ້ນ​ທ້ອງ­ຖິ່ນ, ແຜນ​ຄຸ້ມຄອງ, ຂອບ​ເຂດ​ຄຸ້ມ​ຄອງ, ແຜນ­ທີ່, ທີ່​ຕັ້ງຂອງ​ພື້ນ​ທີ່​ມໍ­ລະ­ດົກ, ຄວາມ​ຫຍຸ້ງ­ຍາກ​ສິ່ງ ທ້າ​ທາຍ​ໃນ​ການ​ສະ­ເໜີ​ເປັນ​ມໍ­ລະ­ດົກ​ໂລກ, ຄວາມ​ເປັນ​ໄປ​ໄດ້ ແລະ​ເງື່ອນ­ໄຂ​ຂອງ​ປ່າ ສະ­ຫງວນ​ແຫ່ງ​ຊາດ​ຫິນ​ໜາມ​ໜໍ່​ຈາກ​ນັ້ນກໍ່​ໄດ້​ພ້ອມ​ກັນ​ຕີ​ລາ­ຄາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ສະ­ເໜີ ແລະ​ເຫັນ​ດີ​ເປັນ​ເອ­ກະພາບ​ກັນ​ໂດຍ​ພື້ນ­ຖານ​ສືບ­ຕໍ່​ຂອດ​ປະ­ສານ ງານ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໃນ ແຕ່​ລະ ຂັ້ນ​ແກ້​ໄຂ​ຈຸດ​ທີ່​ຍັງ​ເຫັນ​ວ່າ​ຄົງ​ຄ້າງ​ເປັນ­ຕົ້ນ​ແມ່ນ​ມາດ­ຖານ​ເງື່ອນ­ໄຂ​ໃດ​ທີ່​ຍັງ​ບໍ່ ທັນ​ໄດ້​ຕາມ​ກຳ­ນົດ​ເພື່ອ​ສະ­ເໜີ​ຕໍ່​ຂັ້ນ​ເທິງ​ຮັບ​ຊາບ.

ປ່າ​ສະ­ຫງວນ​ແຫ່ງ​ຊາດ​ຫິນ​ໜາມໜໍ່​ແມ່ນ​ຕັ້ງ​ຢູ່​ເຂດ​ເມືອງ​ບົວ­ລະ­ພາ ແຂວງຄຳ​ມ່ວນ, ຢູ່​ໃນ​ລະ­ຫວ່າງ​ເຂດ​ພູ​ຫີນ​ປູນ ທາງ​ພາກ​ກາງ​ອິນ​ດູ​ຈິນ​ກັບ​ສາຍ­ພູ​ຫຼວງ ເປັນ​ເຂດ​ພູ­ຜາ​ຫີນ​ປູນ​ທີ່​ກວ້າງ​ໃຫຍ່​ມີ ເນື້ອ­ທີ່​ກວມ​ເອົາ 82 ພັນ​ເຮັກ­ຕາ, ເປັນພູ​ພຽງ​ຜາ​ຫີນ​ທີ່​ເຊື່ອມ​ຕໍ່​ກັບ​ປ່າ​ສະ­ຫງວນ ແຫ່ງ​ຊາດ​ຟອງ​ຍາ​ເກ​ບັງ ສສ ຫວຽດ­ນາມ, ມີ​ຄວາມ​ເປັນ​ເອ­ກະ­ລັກ​ສະ­ເພາະ​ທີ່​ໂດດ ເດັ່ນ​ທາງ​ທຳ​ມະ​ຊາດ​ປະ­ຫວັດ­ສາດ​ທາງດ້ານ​ທໍ­ລະ­ນີ­ວິ­ທະ­ຍາ​ກ່ຽວ​ກັບ​ຫີນ​ທີ່​ເກີດຂຶ້ນ​ຕາມ​ໜ້າ­ດິນ​ຢູ່​ໃນ​ຊ່ວງ​ໄລ­ຍະ​ຖານຫີນ​ກັບ​ຜາ​ຫີນ​ປູນພູ​ຫີນ​ປູນ​ຫີນ​ໜາມ​ໝໍ ແມ່ນ​ເປັນ​ເຂດ​ທົ່ງ­ພຽງ​ສູງ​ຊັນ​ກວ້າງ ໃຫຍ່​ອ້ອມ​ຮອບ​ໄປ​ດ້ວຍ​ກຳ­ແພງ​ຫີນ​ປູນ ຫຼື ໜ້າ­ຜາ​ທີ່​ສູງ 500 ແມັດ​ສູງ​ກວ່າ​ທີ່ຮາບ​ພຽງ ແລະ​ເຂດ​ແມ່­ນ້ຳ​ຕາມ​ຮອມ​ພູເປັນ​ຜາ​ຫີນ​ປູນ​ທີ່​ສູງ​ຊັນ​ທີ່​ມີ​ຮອຍ​ແຕກລຽນ​ກັນ​ທີ່​ຕັ້ງ​ຢູ່​ຕາມ​ໜ້າ­ດິນ​ມີ​ລັກ​ສະນະ​ສວຍ​ສົດ​ງົດ​ງາມ​ຂອງ​ຮອຍ​ນ້ຳ​ເຊາະ ເຈື່ອນ​ຕາມ​ຜາ​ຫີນ ແລະ​ຈຸດ​ສູງ​ສຸດ​ຂອງພູ, ຖ້ຳ​ນຳ​ລອດ​ເຊ​ບັ້ງ­ໄຟ​ແມ່ນ​ໄດ້​ໄຫຼ​ລອດຜ່ານ​ຜາ​ຫີນ​ປູນ​ຍາວ​ປະ­ມານ 7 ກິ​ໂລແມັດ ຊຶ່ງ​ເປັນ​ແມ່­ນ້ຳ​ທີ່​ໄຫຼ​ລອດ​ຖ້ຳ​ທີ່​ໃຫຍ່ທີ່​ສຸດ​ໃນ​ໂລກ ພ້ອມ​ກໍ່­ໃຫ້­ເກີດ​ມີ​ຖ້ຳ​ຂະໜາດ​ໃຫຍ່​ທີ່​ສວຍ​ສົດ​ງົດ​ງາມ​ໃນ​ເຂດ​ປ່າສະ­ຫງວນ​ແຫ່ງ​ຊາດ​ຫີນ​ໜາມ​ໝໍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...