Homeຂ່າວຕ່າງປະເທດຊາວອິນໂດ 4 ຄົນຖືກຕັດສິນຈຳຄຸກຂໍ້ຫາວາງແຜນກໍ່ການຮ້າຍ

ຊາວອິນໂດ 4 ຄົນຖືກຕັດສິນຈຳຄຸກຂໍ້ຫາວາງແຜນກໍ່ການຮ້າຍ

Published on

ມືເຮັດລະເບີດຊາວອິນໂດເນເຊຍຊຶ່ງໄດ້ແຮງຈູງໃຈກຸ່ມລັດອິສລາມ (ໄອເອສ) ຖືກຕັດສິນມື້ນີ້ ໃຫ້ຕ້ອງໂທດຈຳຄຸກ 5 ປີ ຖານວາງແຜນລະເບີດວັດພຸດເທິງເກາະຊະວາ.

ສານຕັດສິນວ່າ ທ້າວ ອິບັດ ໄດ້ຮັບເງິນທຶນສະໜັບສະໜູນ ແລະ ການຝຶກໂຈມຕີຈາກທ້າວ ບາຮັມ ນາອິມ ສະມາຊິກກຸ່ມຫົວຮຸນແຮງທີ່ກ່ຽວຂ້ອງກັບເຫດລະເບີດຂ້າຕົວຕາຍໃນນະຄອນຫຼວງຈາກາຕາເມື່ອເດືອນມັງກອນ ຊຶ່ງມີຜູ້ເສຍຊີວິດ 8 ຄົນ ສ່ວນອີກ 3 ຄົນ ຄື ທ້າວ ຊູກີ ຢັນໂຕ ທ້າວ ຊາອີຟອຸດດິນ ແລະ ທ້າວ ຢຸສ ຄາມານ ມີຄວາມຜິດໃນຂໍ້ຫາກໍ່ການຮ້າຍເຊັ່ນກັນ ສານຈາກາຕາຕັດສິນຈຳຄຸກ 4 ປີ 8 ເດືອນ ຈາກເຫດການວາງແຜນລະເບີດແຕ່ບໍ່ສຳເລັດ ຕຳຫຼວດອິນໂດເນເຊຍຄາດວ່າ ມີຊາວອິນໂດເນເຊຍຫຼາຍຮ້ອຍຄົນເດີນທາງໄປຊີເຣຍເພື່ອເຂົ້າຮ່ວມກຸ່ມຕິດອາວຸດ ແລະ ກຸ່ມໄອເອສ.

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...