Homeຂ່າວພາຍ​ໃນຄ່າເງິນປອນສ້າງສະຖິຕິຕໍ່າສຸດໃນຮອບ 2 ເດືອນ

ຄ່າເງິນປອນສ້າງສະຖິຕິຕໍ່າສຸດໃນຮອບ 2 ເດືອນ

Published on

ຄ່າເງິນປອນສ້າງສະຖິຕິຕໍ່າສຸດໃນຮອບ 2 ເດືອນໃນການຊື້ຂາຍຂອງຕະຫຼາດອາຊີໃນວັນທີ 13 ມິຖຸນາທີ່ ຜ່ານມາ ຂະນະທີ່ເງິນເອີໂຣຢູ່ຕະຫຼາດເອີຣົບອ່ອນຕົວທີ່ສຸດໃນຮອບ 3 ປີເມື່ອທຽບກັບເງິນເຢນ ສະທ້ອນນັກລົງທຶນ ຢ້ານວ່າອັງກິດຈະອອກຈາກສະພາບເອີຣົບໃນການລົງປະຊາມະຕິໃນວັນທີ 23 ມິຖຸນານີ້.

ຕາມຂ່າວຕ່າງປະເທດລາຍງານວ່າ ສະກຸນເງິນປອນປິດຕະຫຼາດຊື້ຂາຍໃນອາຊີໃນວັນທີ 13 ມິຖຸນາທີ່ ຜ່ານມາ ປັບຕົວຫຼຸດລົງ 0,5% ຢູ່ທີ່ 1,420 ໂດລາສະຫະລັດ ແຕ່ໃນໄລຍະໜຶ່ງຂອງການຊື້ຂາຍຫຼຸດລົງໄປເຖິງ 1,411 ໂດລາຖືເປັນສະຖິຕໍ່າສຸດໃນຮອບເກືອບ 8 ອາທິດ ຂະນະທີ່ເມື່ອປຽບທຽບກັບເງິນເຢນຕົກລົງໄປເຖິງ 149,50 ເຢນ ໃນໄລຍະໜຶ່ງຂອງການຊື້ຂາຍໃນວັນທີ 13 ມິຖຸນາ ກ່ອນເພີ່ມຂຶ້ນເລັກນ້ອຍມາປິດຕະຫຼາດຢູ່ທີ່ 150,8 ເຢນ ແຕ່ຄ່າເງິນເອີໂຣເມື່ອປຽບທຽບກັບເງິນເຢນໃນຕະຫຼາດເອີຣົບອ່ອນລົງເຫຼືອພຽງ 119 ເຢນເທົ່ານັ້ນ ຖືເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນກຸມພາປີ 2013.

ທັງນີ້ ແຄປິຕອລ ອີຄໍນໍມິກ ໜຶ່ງໃນບໍລິສັດວິໄຈ ແລະ ໃຫ້ຄຳປຶກສາດ້ານເສດຖະກິດ ແລະ ການລົງ ທຶນຊື່ດັງຂອງອັງກິດວິເຄາະສະຖານະການທີ່ເກີດຂຶ້ນວ່າ ຖືເປັນດັດຊະນີຄວາມຜັນຜວນໃນລະດັບ ແປປວນທີ່ສຸດນັບ ຕັ້ງແຕ່ໄລຍະວິກິດການເງິນໂລກປີ 2008 ເຖິງແມ່ນວ່າຍັງຄາດຄະເນໄດ້ຍາກວ່າຜົນການລົງປະຊາມະຕິໃນວັນທີ 23 ມິຖຸນານີ້ຈະອອກມາໃນທິດທາງໃດ ຊຶ່ງຈະສົ່ງຜົນກະທົບຕໍ່ສະຖຽນລະພາບຂອງໂຄງສ້າງຕະຫຼາດການເງິນໂລກ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...