Homeຂ່າວພາຍ​ໃນເອເອັນແຊັດ ເປີດໃຊ້ລະບົບໄຟແສງຕາເວັນ ຄາດຫຼຸດລາຍຈ່າຍ 160 ລ້ານກີບຕໍ່ປີ

ເອເອັນແຊັດ ເປີດໃຊ້ລະບົບໄຟແສງຕາເວັນ ຄາດຫຼຸດລາຍຈ່າຍ 160 ລ້ານກີບຕໍ່ປີ

Published on

ຈາກ​ກະ­ແສ​ຫາງ​ສຽງ​ຄ່າ​ໄຟ​ແພງ ໃນ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ບາງ​ຫົວ­ໜ່ວຍ​ທຸ­ລະກິດ​ເກີດ​ມີ​ຄວາມ​ສົນ­ໃຈ​ຫັນ​ມາ​ນຳ​ໃຊ້​ລະບົບ​ເຊື່ອມ​ຕໍ່​ລະ­ບົບ​ໄຟ­ຟ້າ​ແສງ​ຕາ­ເວັນ​ຫຼາຍ​ຂຶ້ນ ໜຶ່ງ​ໃນ​ນັ້ນແມ່ນ​ທະ­ນາ­ຄານເອ​ເອັນ​ແຊັດ ທີ່​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງການ​ແລ້ວ​ເມື່ອ​ວັນ​ທີ 14 ມີ​ຖຸ​ນາ​ຜ່ານ​ມາ

ທັງ​ນີ້​ກໍ​ເພື່ອ​ເປັນ​ທາງ​ເລືອກ​ໜຶ່ງ​ທີ່​ຈະ​ຊ່ວຍຫຼຸດ­ຜ່ອນ​ຄ່າ​ກະ­ແສ​ໄຟ­ຟ້າ ທັງ​ເປັນ​ການສົ່ງ­ເສີມ​ນຳ​ໃຊ້​ພະ­ລັງ­ງານ​ສະ­ອາດ ແລະ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ​ນຳ​ອີກ.

ການ​ເປີດ​ນຳ​ໃຊ້​ລະ­ບົບ​ເຊື່ອມ​ຕໍ່​ໃໝ່​ນີ້ ໄດ້​ຈັດ​ຂຶ້ນ​ທີ່​ອາ­ຄານ​ທະ­ນາ­ຄານ​ເອ​ເອັນແຊັດ (ANZ) ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງເຂົ້າ​ຮ່ວມ​ມີ​ທ່ານ ນາງ ແອນ​ນາ ກຣີນຜູ້​ບໍ­ລິ­ຫານ​ທະ­ນາ­ຄານ ANZ, ພ້ອມ​ນີ້​ກໍ​ມີຜູ້­ຕາງ­ໜ້າ​ຈາກ​ພາກ​ລັດ ແລະ​ອົງ­ການຈັດ​ຕັ້ງ​ສາ­ກົນ​ກ່ຽວ­ຂ້ອງຕະ­ຫຼອດ​ຮອດ ພະ­ນັກ­ງານ ແລະ​ວິ­ຊາ​ການ​ເຂົ້າ​ຮ່ວມ.

ລະ­ບົບ​ໄຟ​ດັ່ງ­ກ່າວ​ແມ່ນ​ບໍ­ລິ­ສັດ​ຊັນລະ­ບົບ​ພະ­ລັງ­ງານ​ທົດ​ແທນ ຈຳ­ກັດ ເປັນຜູ້​ດຳ­ເນີນ​ການ​ຕິດ​ຕັ້ງ​ໃສ່​ຫຼັງ­ຄາ​ແລ້ວ ເຊື່ອມ​ຕໍ່​ໃສ່​ລະ­ບົບ​ຕາ​ຂ່າຍ​ໄຟ­ຟ້າ​ຂອງ​ອາຄານ ANZ ສຳ­ເລັດ​ໃນ​ທ້າຍ​ເດືອນ​ພຶດສະ­ພາ 2016 ຊຶ່ງ​ມີ​ກຳ­ລັງ​ການ​ຜະ­ລິດ 90 ກີ​ໂລ​ວັດ ແລະ​ນີ້​ແມ່ນ​ໂຄງ­ການ​ທຳ​ອິດ​ທີ່​ເຊື່ອມ​ຕໍ່​ລະ­ບົບ​ໄຟ­ຟ້າ​ແສງ​ຕາ­ເວັນ​ໃສ່​ກັບ​ລະ­ບົບ​ຕາ​ຂ່າຍ​ໄຟ­ຟ້າ​ໃນ​ແບບ​ການ​ຄ້າ​ຢູ່ ສປປ ລາວ.

ຂະ­ນະ​ທີ່​ບໍ­ລິ­ສັດ​ຊັນ​ລະ­ບົບ​ຍັງ​ໄດ້​ຕິດ​ຕັ້ງ​ລະ­ບົບ​ເຊື່ອມ​ລະ­ບົບ​ແບບ​ດຽວ​ກັນ​ນີ້​ທີ່​ສຳນັກ​ງານ​ໂຄງ­ການ​ພັດ­ທະ­ນາ​ແຫ່ງ​ສະ­ຫະ​ປະ­ຊາ​ຊາດ ນະ­ຄອນ­ຫຼວງວຽງ​ຈັນ​ໃນ​ປາຍ​ປີ 2015 ແລະ​ຕິດ​ຕັ້ງຢູ່​ສຳ­ນັກ­ງານ​ໃຫຍ່​ຫ້ອງ­ການ​ທະ­ນາ­ຄານໂລກ (ຫຼັງ​ໃໝ່) ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຕົ້ນ​ປີ 2016.

ທ່ານ Craig Paice ຫົວ­ໜ້າ​ຝ່າຍ ດຳ­ເນີນ​ງານ​ຂອງ ANZ ກ່າວ​ວ່າ: ການຕິດ​ຕັ້ງ​ລະ­ບົບ​ໄຟ­ຟ້າ​ແສງ​ຕະ​ເວັນ​ແມ່ນສອດ­ຄ່ອງ​ກັບ​ວັດ­ຖຸ​ປະ­ສົງ ແລະ​ແນວທາງ​ຂອງ​ທະ­ນາ­ຄານ​ໃນ​ການ​ດຳ­ເນີນທຸ­ລະ​ກິດ ແລະ ຄວາມ​ມຸ່ງ​ຫວັງ​ທີ່​ຈະ​ຫຼຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ກ່ຽວ​ກັບ​ກະ­ແສ​ໄຟ­ຟ້າ ແລະ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ.

ແຕ່​ທັງ​ນີ້​ຄາດ​ວ່າ​ລະ­ບົບ​ໃໝ່​ຈະ​ຊ່ວຍຫຼຸດ​ຄ່າ​ໃຊ້​ຈ່າຍ​ກ່ຽວ​ກັບ­ໄຟ​ຟ້າ​ໄດ້​ຫຼາຍ​ກວ່າ 20 ພັນ​ໂດ​ລາ ຫຼື ປະ­ມານ 160 ລ້ານກີບ​ຕໍ່​ປີ  ໂດຍ​ລະ­ບົບ​ໄຟ­ຟ້າ​ແສງ​ຕາ­ເວັນ​ທີ່​ຕິດ​ຕັ້ງ​ເຊື່ອມ​ຕໍ່​ເຂົ້າ​ລະ­ບົບ​ຕາ​ຂ່າຍ​ໄຟຟ້າ​ແມ່ນ​ຈະ​ມີ​ອາ­ຍຸ​ການ​ໃຊ້​ງານ​ໄດ້​ຍາວ​ນານ​ຢ່າງ​ໜ້ອຍ 25 ປີ ຫຼື ຫຼາຍ​ກວ່າ​ນັ້ນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...