spot_img
Homeຂ່າວການສຶກສາທົ່ວປະເທດມີນັກຮຽນ ມ4 ເຂົ້າສອບເສັງ 94.700 ກວ່າຄົນ ຫລາຍກວ່າປີຜ່ານມາ 5.000 ກວ່າຄົນ

ທົ່ວປະເທດມີນັກຮຽນ ມ4 ເຂົ້າສອບເສັງ 94.700 ກວ່າຄົນ ຫລາຍກວ່າປີຜ່ານມາ 5.000 ກວ່າຄົນ

Published on

ການສອບເສັງຈົບຂັ້ນມ4 ສົກຮຽນ 2015-2016 ໄດ້ມີຂຶ້ນໃນວັນທີ14-16 ມີຖຸນານີ້, ໃນທົ່ວປະເທດ, ມີນັກຮຽນເຂົ້າຮ່ວມສອບ ເສັງທັງໝົດ94.700 ກວ່າຄົນ, ຊຶ່ງເພີ່ມຂຶ້ນຈາກສົກຮຽນ 2014-2015 ຜ່ານມາຫລາຍກວ່າ 5.000 ຄົນ, ຍິງ 44.900 ກວ່າຄົນ, ໃນ 663 ສູນສອບເສັງດ້ວຍກັນ,ໂດຍຈະໄດ້ສອບເສັງ 5 ວິຊາຕົ້ນຕໍຄື: ວິຊາພາສາລາວ-ວັນນະຄະດີ,ຄະນິດສາດ, ສຶກສາພົນລະເມືອງ, ວິທະຍາສາດ-ທຳມະຊາດ ແລະ ວິທະຍາສາດ-ສັງຄົມ.

ທ່ານຮອງຫົວໜ້າຂະແໜງມັດທະຍົມສຶກສາ ນະຄອນຫລວງວຽງຈັນ ໃຫ້ຮູ້ວາ: ທົ່ວນະຄອນ ຫລວງວຽງຈັນ ມີນັກຮຽນເຂົ້າສອບເສັງທັງໝົດ 11.976 ຄົນ, ຍິງ 5.930 ຄົນ, ມີສູນສອບເສັງ 22

ແຫ່ງ, ແບ່ງເປັນ 602 ຫ້ອງ, ສອບເສັງດ້ວຍກັນ ແລະ ແຕ່ລະຫ້ອງຈະມີກຳມະການສອບເສັງ 2 ຄົນ, ຕາມກົດລະບຽບຂອງກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເຂັ້ມງວດ.

ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ຮູ້ວ່າ: ສຳລັບສູນສອບເສັງ ມສ. ວຽງຈັນ ມີນັກສອບເສັງທັງໝົດ1.618 ຄົນ, ຍິງ 859 ຄົນ ທີ່ມາຈາກໂຮງຮຽນຕ່າງໆໃນເມືອງຈັນທະບູລີ ແລະ ເຂດນອກຈຳນວນໜຶ່ງ ໂດຍແບ່ງເປັນ 81 ຫ້ອງສອບເສັງ, ຊຶ່ງແຕ່ລະຫ້ອງສາມາດບັນຈຸນັກສອບເສັງໄດ້ 20 ຄົນຕາມລະບຽບການ ແລະ ນັກຮຽນທຸກຄົນແມ່ນບໍ່ໃຫ້ນຳໃຊ້ໂທລະສັບມືຖື ຫລື ເຄື່ອງຕິດຕໍ່ສື່ສານໃດໆ ໃນເວລາສອບເສັງ ທັງນີ້ ກໍເພື່ອຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການສອບເສັງ.

ສ່ວນການສອບເສັງຈົບຊັ້ນມ7 (ມັດທະຍົມຕອນປາຍ) ຈະມີຂຶ້ນໃນວັນທີ 21-22 ມີຖຸນານີ້, ຊຶ່ງຄາດວ່າທົ່ວປະເທດຈະມີນັກສອບເສັງທັງໝົດ 58.000 ກວ່າຄົນ, ໃນນັ້ນ ມີຍິງຫລາຍກວ່າ 26.000 ຄົນ, ເພີ່ມຂຶ້ນຈາກສົກຮຽນຜ່ານມາປະມານ 4.000 ກວ່າຄົນ, ໂດຍຈະຈັດການສອບເສັງຢູ່ 271 ສູນດ້ວຍກັນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...