Homeຂ່າວຕ່າງປະເທດຝຣັ່ງລະບຸເຫດສັງຫານຕຳຫຼວດເປັນການກໍ່ການຮ້າຍ

ຝຣັ່ງລະບຸເຫດສັງຫານຕຳຫຼວດເປັນການກໍ່ການຮ້າຍ

Published on

ທ່ານ ສະເຕຟານ ເລີຟອລ ໂຄສົກລັດຖະບານຝຣັ່ງໃຫ້ສຳພາດສະຖານີວິທະຍຸເຕແອລວານນີ້ວ່າ ເຫດສັງຫານນາຍຕຳຫຼວດລະດັບສູງ ແລະແຟນຍິງເມື່ອຄໍ່າວັນຈັນໜ້າເຮືອນພັກຂອງເຂົາໃຫ້ນະຄອນຫຼວງປາຣີຖືເປັນການກໍ່ການຮ້າຍ ຂະນະທີ່ຜູ້ນຳຝຣັ່ງຮຽກປະຊຸມສຸກເສີນຮ່ວມກັບເຈົ້າໜ້າທີ່ລະດັບສູງ.

ຄົນຮ້າຍໃຊ້ມີແທງຜູ້ບັນຊາການຕຳຫຼວດຈົນເສຍຊີວິດທີ່ໜ້າເຮືອນພັກຊານນະຄອນຫຼວງປາຣີ ແລະ ພົບສົບແຟນຂອງລາວເສຍຊີວິດພາຍໃນເຮືອນ ຕໍ່ມາກຸ່ມຕິດອາວຸດລັດອິສລາມ (ໄອເອສ) ອ້າງວ່າຢູ່ເບື້ອງຫຼັງການກໍ່ເຫດ ປະທານາທິບໍດີຟຣອງຊົວ ໂອລລອງຈັດປະຊຸມສຸກເສີນກັບເຈົ້າໜ້າທີ່ອາວຸໂສພາຍຫຼັງຈາກເຫດຄົນຮ້າຍໃຊ້ມີແທງນາຍຕຳຫຼວດລະດັບສູງເສຍຊີວິດຢ່າງອຸກອາດທີ່ໜ້າເຮືອນພັກ ສ່ວນລູກຊາຍໄວ 3 ປີບໍ່ໄດ້ຮັບອັນຕະລາຍ ໂດຍມີນາຍົດລັດຖະມົນຕີມານູເອລ ວາລສໍ, ທ່ານ ແບກນາ ກາຊເນິຟ ລັດຖະມົນຕີປ້ອງກັນຄວາມສະຫງົບ ແລະ ທ່ານ ນອງ-ນາກສ ອູວົວ ລັດຖະມົນຕີຍຸຕິທຳຮ່ວມຫາລືທີ່ທຳນຽບປະທານາທິບໍດີຝຣັ່ງໃນເຂົ້າວານນີ້ຕາມເວລາທ້ອງຖິ່ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...