HomeຊີວິດແລະຄວາມຮັກWedding-Sex-loveມີເຊັກສ໌ ທຸກວັນຈະເປັນອັນຕະລາຍຕໍ່ສຸຂະພາບບໍ່ ແລະ ຄວາມຖີ່ຂອງການທີເຊັກສ໌ທີ່ເໝາະສົມ

ມີເຊັກສ໌ ທຸກວັນຈະເປັນອັນຕະລາຍຕໍ່ສຸຂະພາບບໍ່ ແລະ ຄວາມຖີ່ຂອງການທີເຊັກສ໌ທີ່ເໝາະສົມ

Published on

ຫົວຂໍ້ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມາເວົ້າກ່ຽວກັບຄຳຖາມທີ່ຫຼາຍໆຄົນຢາກຮູ້ຄື ການມີເຊັກສ໌ ທຸກວັນຈະເປັນອັນຕະລາຍຕໍ່ສຸຂະພາບບໍ່ ແລະ ຄວາມຖີ່ຂອງການທີເຊັກສ໌ທີ່ເໝາະສົມ ເຮົາເລີຍມີຄຳຕອບມາບອກກັນເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ

ຕ້ອງບອກວ່າການມີເຊັກສ໌ທຸກວັນນັ້ນບໍ່ຜິດປົກກະຕິ ຖ້າຄິດວ່າໄຫວເຮັດທຸກວັນໄດ້ກໍ່ບໍ່ເຮັດ ຖືເປັນການອອກກຳລັງກາຍໄດ້ເໝືອນກັນ ແຕ່ເຖິງຢ່າງໃດກໍ່ຕ້ອງດູແລສຸຂະພາບຕົວເອງຮ່ວມນຳ ຢ່າຫັກໂຫມກັບການມີເຊັກຫຼາຍເກີນໄປ ເພາະມັນກໍ່ຈະບໍ່ສົ່ງຜົນດີຕໍ່ຮ່າງກາຍໄດ້ເຊັ່ນກັນ ເຮັດດ້າມມື້ລະ 1-3 ຄັ້ງກໍ່ພໍແລ້ວ ເພາະການມີເຊັກສ໌ກໍ່ເໝືອນກັບການອອກແຮງງານເມື່ອອອກແຮງຫຼາຍກໍ່ເສຍນ້ຳເສຍເຫື່ອຫຼາຍ ບາງຄູ່ເຮັດ ມື້ລະ 5-10 ຄັ້ງ ອັນນີ້ກໍ່ເຮັດໃຫ້ຮ່າງກາຍອ່ອນເພຍ ຖ້າຈະມີເຊັກສ໌ທຸກວັນແລະ ຈະບໍ່ກະທົບຕໍ່ສຸຂະພາບຢ່າງໜ້ອຍກໍ່ໃຫ້ໄດ້ນອນພັກວັນໜຶ່ງ 6-8 ຊົ່ວໂມງ ນອກຈາກການພັກຜ່ອນເຕັມທີ່ແລ້ວຕ້ອງກິນອາຫານທີ່ເປັນປະໂຫຍດເຊັ່ນ: ໝວດໂປຣຕິນ, ຜັກສົດ, ນົມສົດ ແລະ ດື່ມນ້ຳໃຫ້ຫຼາຍໆ ແລະ ງົດການດື່ມແອລກໍຮໍ ກັບ ສູບຢາໃນປະລິມານຫຼາຍ ເລື່ອງຢ່າງວ່າມັນຕ້ອງໄດ້ໃຊ້ພະລັງງານໜັກ ແລະ ຫຼັງການມີເພດສຳພັນທຸກຄັ້ງເພດຍິງຄວນລ້າງເຮັດຄວາມສະອາດ ແລະ ທີ່ສຳຄັນເມື່ອຫາກເກີດມີສິ່ງຜິດປົກກະຕິຫໍ່ຄວນໄປພົບແພດທັນທີ

ສຳລັບຄົນທີ່ເພິ່ງຄົບຫາກັນໃໝ່ການມີເພດສຳພັນທຸກວັນວັນລະຫຼາຍຄັ້ງອາດເປັນເລື່ອງທີ່ຕື່ນເຕັ້ນໃນຕອນໃໝ່ໆ ແຕ່ອີກບໍ່ດົນຄວາມຕື່ນເຕັ້ນນັ້ນກໍ່ຈະໝົດໄປແລ້ວຄວາມຈຳເຈກໍ່ຈະເຂົ້າມາແທນທີ່ ເນັ້ນເລື່ອງຄຸນນະພາບດີກວ່າບໍ່ຕ້ອງເຮັດທຸກວັນອາທິດລະ 2-3ຄັ້ງກໍ່ໄດ້ ແຕ່ກໍ່ໃຫ້ເປັນເຊັກສ໌ທີ່ປະທັບໃຈແບບນີ້ຈະດີກວ່າ

ສຳລັບຄົນທີ່ຕ້ອງການມີລູກນ້ຳອະສຸຈິຂອງຝ່າຍຊາຍທີ່ຝັງຕົວຢູ່ໃນມົດລູກຂອງແມ່ຍິງຈະມີອາຍຸ 2-5 ວັນ ດັ່ງນັ້ນຄວາມຖີ່ຂອງການມີເພດສຳພັນທີ່ດີທີ່ສຸດສຳລັບຄົນຢາກມີລູກແມ່ນ 3 ຄັ້ງຕໍ່ອາທິດ

 

ທີ່ມາ: http://th.theasianparent.com/ ແລະ http://www.fhm.in.th/

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...