Homeຂ່າວທ້ອງຖິ່ນສະຫວັນນະເຂດເຜີຍແຜ່ຄຳສັ່ງ ຫ້າມສົ່ງອອກໄມ້ທ່ອນ

ສະຫວັນນະເຂດເຜີຍແຜ່ຄຳສັ່ງ ຫ້າມສົ່ງອອກໄມ້ທ່ອນ

Published on

ວັນ​ທີ 10 ມິ­ຖຸ­ນາ 2016 ທີ່​ຫ້ອງ​ປະ­ຊຸມ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ແຂວງ​ສະ​ຫວັນ​ະ​ເຂດ ໄດ້​ຈັດ​ກອງ​ປະ­ຊຸມ​ວິ­ຊາ​ການເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ວຽກ​ງານ​ການ​ຄ້າພ້ອມ​ທັງ​ເຜີຍ­ແຜ່​ເອ­ກະ­ສານ ເລກ​ທີ 15/ນຍ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ທົນ ນັນ ທະ​ລາດ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ ພ້ອມ​ຄະ­ນະ​ນຳ ແລະ​ພະ­ນັກ­ງານ​ວິ­ຊາ​ການ​ຂອງ​ພະ​ແນກການ​ດັ່ງ­ກ່າວພ້ອມ​ດ້ວຍ​ຫ້ອງ­ການ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ​ທັງ 15 ຕົວ​ເມືອງເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ​ໄດ້​ຮັບ​ຟັງ​ການ ເຜີຍ­ແຜ່​ເຊື່ອມ​ຊຶມ​ເອ­ກະ­ສານ​ເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດ­ສະ­ພາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ​ກວດ­ກາ​ການ​ຂຸດ​ຄົ້ນ​ໄມ້, ເຄື່ອນ​ຍ້າຍ​ໄມ້ ແລະ​ທຸ­ລະ​ກິດ​ໄມ້ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ເພີ່ມ​ທະ­ວີ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​ປ່າ­ໄມ້, ທຸ­ລະ​ກິດ​ໄມ້, ການ​ຂຸດ​ຄົ້ນ​ໄມ້, ປຸ່ງ​ແຕ່ງ​ໄມ້ ແລະ​ຊື້-ຂາຍ​ໄມ້​ໃຫ້​ມີ​ຄວາມ​ເຂັ້ມ​ງວດ​ຕາມ​ກົດ­ໝາຍ ແລະ​ລະ­ບຽບ​ການ ຕ່າງໆ​ທີ່​ລັດ­ຖະ­ບານ​ໄດ້​ວາງ​ອອກ​ໃຫ້​ມີ ຄວາມ​ສັກ­ສິດ ທັງ​ເປັນ​ການ​ສະ­ກັດ​ກັ້ນ, ຕ້ານ ແລະ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ດ້ານ ຕ່າງໆ​ໃນ​ຂົງ­ເຂດ​ວຽກ​ງານ​ປ່າ­ໄມ້​ໃຫ້ຫຼຸດ​ລົງ ແລະ​ໝົດ​ໄປ​ເທື່ອ​ລະ​ກ້າວ.

ຊຶ່ງ​ເນື້ອ​ໃນ​ຂອງ​ຄຳ​ສັ່ງ​ບາງ​ຂໍ້​ລະ­ບຸວ່າ: ໃຫ້​ບັນ­ດາ​ກະ­ຊວງ, ຂະ­ແໜງ­ການທີ່​ກ່ຽວ­ຂ້ອງ ແລະ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ​ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່ ແລະ ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່, ຂອບ​ເຂດ​ສິດ ແລະ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ​ລະ­ບຽບ​ການ​ຕ່າງໆ​ທີ່​ໄດ້​ກຳ­ນົດ​ອອກ ໂດຍ​ສະ­ເພາະ​ແມ່ນ​ກົດ­ໝາຍ ແລະ​ລະ­ບຽບ​ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ກັບ​ການ ຄຸ້ມ​ຄອງ​ໄມ້, ການ​ຂຸດ​ຄົ້ນ​ໄມ້, ການ​ເຄື່ອນ​ຍ້າຍ​ໄມ້ ແລະ​ທຸ­ລະ​ກິດ​ໄມ້, ໃຫ້​ຢຸດ­ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ, ໄມ້­ຕີ​ຕັບ, ໄມ້​ແປ​ຮູບ, ໄມ້​ຊອຍ, ຮາກ​ໄມ້ ຫຼື ເຫງົ້າ​ໄມ້, ຕໍ​ໄມ້, ປູດ​ໄມ້, ງ່າ­ໄມ້ ແລະ​ໄມ້​ຢືນ​ຕົ້ນ ຫຼື ໄມ້​ປະ­ດັບ​ທີ່​ຂຸດ​ຄົ້ນ​ອອກ​ຈາກ​ປ່າ​ທຳ​ມະ ຊາດ​ໄປ​ຕ່າງ­ປະ­ເທດ​ໃນ​ທຸກ​ກໍ­ລະ­ນີ​ຢ່າງ ເດັດ­ຂາດ ລວມ​ທັງ​ໄມ້​ທີ່​ລັດ­ຖະ­ບານ​ໄດ້ອະ­ນຸ­ມັດ​ຜ່ານ​ມາ ແຕ່​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງປະ­ຕິ­ບັດ; ໃຫ້​ປຸງ​ແຕ່ງ​ເປັນ​ຜະ­ລິດ​ຕະ​ພັນ​ສຳ­ເລັດ​ຮູບ​ຕາມ​ມາດ­ຕະ­ຖານ​ທີ່​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ວາງ​ອອກ, ຫ້າມ​ນຳ​ໄມ້ ແລະ​ເຄື່ອງ​ປ່າ​ຂອງ​ດົງທີ່​ບໍ່ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ​ລະ­ບຽບການ​ຈາກ​ຕ່າງ­ປະ­ເທດ​ມາ​ຜ່ານ​ເພື່ອ​ສົ່ງ​ໄປ​ປະ­ເທດ​ທີ​ສາມ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...