Homeຂ່າວການພັດທະນາ5 ປີໜ້າເຊກອງ ຕ້ອງການທຶນພັດທະນາ 5 ພັນຕື້ກວ່າກີບ

5 ປີໜ້າເຊກອງ ຕ້ອງການທຶນພັດທະນາ 5 ພັນຕື້ກວ່າກີບ

Published on

ເຊ​ກອງເປັນ​ໜຶ່ງ​ໃນ​ບັນ­ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ທີ່​ມີ​ເສັ້ນ­ທາງຕິດ​ຈອດ​ກັບ​ຫຼາຍ​ແຂວງ​ພາກ​ໃຕ້  ແລະ​ ອີກ​ຫຼາຍ​ແຂວງ​ຂອງ​ປະ­ເທດ​ໃກ້​ຄຽງ ຊຶ່ງ​ກາຍ­ເປັນ​ທ່າ­ແຮງ​ໃນ​ການ​ດຶງ​ດູດ​ນັກ​ລົງ­ທຶນ​ໂດຍ​ໃນ 5 ປີ​ຂ້າງ​ໜ້າ​ແຂວງ ມີ​ຄວາມ​ຕ້ອງ­ການ​ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ທັງ​ໝົດ 5 ພັນ​ຕື້​ກວ່າ​ກີບ.

ທ່ານ ທອງ­ຄຳ ມະ­ນີ​ວົງ ຫົວໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ແຂວງ​ເຊ​ກອງ​ໃຫ້ ຮູ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດແຜນ­ການ 5 ປີ​ຄັ້ງ​ທີ VII (2011-2015) ເຫັນ​ວ່າ­ການພັດ­ທະ­ນາ​ເສດ­ຖະ­ກິດ​ມີ​ຈັງ­ຫວະຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ໂດຍມາ​ຮອດ​ສົກ 2014-2015  ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ GDP ບັນ­ລຸ 1 ພັນ​ຕື້​ກວ່າ​ກີບ, ອັດ­ຕາ​ສະ­ເລ່ຍ​ການ​ຂະຫຍາຍ​ຕົວ​ທາງ​ດ້ານ​ເສດ­ຖະ­ກິດ​ຢູ່​ໃນ​ລະ­ດັບ​ຫຼາຍ​ກວ່າ 10% ໃນ​ນັ້ນ​ຂະ­ແໜງ​ກະ­ສິ­ກຳ​ເພີ່ມ​ຂຶ້ນ 9% ກວມ​ເອົາ 37,3%, ອຸດ​ສາຫະ​ກຳ​ເພີ່ມ​ຂຶ້ນ 18,2% ກວມ ເອົາ 23% ແລະ​ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 16,8% ກວມ​ເອົາ 39,7% ຂອງ GDP.

ສຳ­ລັບ​ດ້ານ​ການ​ລົງ­ທຶນ​ຂອງ​ລັດ​ໃນ​ໄລ­ຍະ 5 ປີ­ຜ່ານ­ມາ ມີ​ທັງ​ໝົດ 324 ໂຄງ­ການ ມູນ​ຄ່າ 186,42 ຕື້​ກີບ, ເທົ່າ​ກັບ 78,33%  ຂອງ​ແຜນ­ການ 5 ປີ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ບຸ­ລິ­ມະ­ສິດ​ທີ່​ນອນ​ໃນ​ແຜນ 5 ປີ ຂອງ ແຂວງ​ເປັນ­ຕົ້ນ​ການ​ປັບ­ປຸງ​ກໍ່­ສ້າງ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ, ລະ­ບົບ​ຊົນ­ລະ­ປະ­ທານ, ໂຮງ­ຮຽນ, ສຸກ­ສາ­ລາ ແລະ​ອື່ນໆ ເພື່ອ​ສ້າງ​ເງື່ອນ­ໄຂ​ສິ່ງ​ອຳ­ນວຍ​ຄວາມ ສະ­ດວກ​ໃຫ້​ແກ່​ວຽກ​ງານ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ­ທຶນ ແລະ​ການ​ລົງ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​ຕາມ​ທ່າ­ແຮງ​ທີ່​ມີ​ຢູ່.

ນອກ​ນັ້ນ ຍັງ​ມີ​ທຶນ​ການ​ຊ່ວຍ­ເຫຼືອ ເພື່ອ​ການ​ພັດ­ທະ­ນາ ODA ໃນ 5 ປີ​ມີ ທັງ​ໝົດ 82 ໂຄງ­ການ ມູນ​ຄ່າ 85,08 ຕື້​ກີບ, ທຽບ­ໃສ່​ແຜນ­ການ 5 ປີ​ປະ­ຕິ­ບັດ​ໄດ້ 51,56%  ແລະ​ທຶນ​ສິນ​ເຊື່ອ​ຂອງ​ທະ­ນາ­ຄານ 2 ພັນ​ຕື້​ກວ່າ​ກີບ, ທຽບ­ໃສ່​ແຜນລື່ນ​ແຜນ 5 ປີ​ປະ­ມານ 5 ເທົ່າ​ຕົວ ໂດຍ​ທຶນ​ສິນ​ເຊື່ອ​ດັ່ງ­ກ່າວ​ແມ່ນ​ປ່ອຍ​ເຂົ້າ​ໃນ4 ຂະ­ແໜງ­ການ​ຄື: ຂະ­ແໜງ​ກະ­ສິ­ກຳ ແລະ​ປ່າ­ໄມ້; ຂະ­ແໜງ​ກໍ່­ສ້າງ​ພື້ນ­ຖານ​ໂຄງ ລ່າງ ແລະ​ການ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ ໜາດ​ກາງ ແລະ ຂະ­ໜາດ​ນ້ອຍ ເພື່ອ​ປະ ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ຕາມ​ແນວ­ທາງ​ນະ ໂຍ​ບາຍ​ຂອງ​ພັກ​ເຮົາ​ວາງ​ອອກ.

ທ່ານ ທອງ­ຄຳ ມະ­ນີ​ວົງ ໃຫ້​ຮູ້​ອີ​ກວ່າ:  ເພື່ອ​ຮັບ­ປະ­ກັນ​ໃຫ້​ແກ່​ແຜນ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ 5 ປີ​ຄັ້ງ​ທີ VIII (2016-2020) ດ້ວຍ​ລະ­ດັບ​ອັດ­ຕາ ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ເສດ​ຖະ ກິດ​ສະ­ເລ່ຍ​ຫຼາຍ​ກວ່າ 13% ຕໍ່​ປີ ແລະ ຮອດ​ປີ 2020 ມູນ​ຄ່າ (GDP) ສະ­ເລ່ຍ​ຕໍ່​ຫົວ​ຄົນ​ໃຫ້​ບັນ­ລຸ​ໄດ້ 22,3 ລ້ານ​ກີບ​ຕໍ່ ຄົນ​ຕໍ່​ປີ ທັງ​ນີ້​ແຂວງ​ເຊ​ກອງ​ຍັງ​ມີ​ຄວາມ​ຕ້ອງ­ການ​ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ທັງ​ໝົດ 5 ພັນ​ຕື້​ກວ່າ​ກີບ ໃນ​ນີ້ ການ​ລົງ­ທຶນ​ຂອງ​ລັດ 400 ຕື້​ກີບ, ທຶນ​ຊ່ວຍ­ເຫຼືອ​ລ້າ​ກູ້​ຢືມ 449 ຕື້​ກີບ, ການ​ລົງ­ທຶນ​ເອ­ກະ​ຊົນ ພາຍ​ໃນ ແລະ​ຕ່າງ­ປະ­ເທດ 2.528 ຕື້​ກີບ ແລະ​ສິນ​ເຊື່ອ​ທະ­ນາ­ຄານ 2.240 ຕື້​ກີບ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...