spot_img
Homeມູມໄອທີລາວພາບໂນເກຍ ໃນຍຸກຕ່າງໆ ຈາກອາດີດສູ່ປະຈຸບັນ

ພາບໂນເກຍ ໃນຍຸກຕ່າງໆ ຈາກອາດີດສູ່ປະຈຸບັນ

Published on

Nokia ທີ່ຄັ້ງໜື່ງເຄີຍເປັນເຈົ້າແຫ່ງ ໂທລະສັບມືຖື. ບອກໄດ້ເລີຍວ່າ ໂດຍສະເພາະຍຸກ ຕົ້ນຂອງ ຊ່ວງປີ 2000 ໂນເກຍ ໄດ້ຄອງຕະຫຼາດ ແລະ ເປັນຜູ້ນ ໃນດ້ານການພັດທະນາ ມືຖື.

ປີ 2016 ກໍ່ຖືວ່າຄົບຮອບ 151 ຂອງໂນເກຍ,​ ຈິ່ງຂໍເອົາປະຫວັດຫຍໍ້ໆ ມາເລົ່າສູ່ຟັງ ເຮົາມາຍ້ອນເບິ່ງພາບໂນເກຍ ໃນຍຸກຕ່າງໆນຳກັນ.

1871: ນັກວິສະວະກອນ Fredrik Idestam  ເປັນຜູ້ສ້າງ ບໍລິສັດ ທີ່ໃສ່ຊື່ວ່າ Nokia. ເປັນບໍລິສັດ ຜະລິດເຈ້ຍ, ຈາກນັ້ນກະຜະລິດຢາງ, ສາຍເຄເບີ້ນ ແລະ ເຄື່ອງອີເຣັກໂທນິກ.

1963: ໂນເກຍໄດ້ ເປີດຕົວ ໂທລະສັບ ເຄື້ອນວິທະຍຸ ທີ່ໃຊ້ສຳລັບ ກອງທັບ ແລະ ເຄື່ອງຊ່ວຍສຸກເສີນ.

1982: ໂນເກຍ ໄດ້ສ້າງ ໂທລະສັບ ສຳລັບລົດຄັ້ງທຳອິດ – the Mobira Sentor

182he5zaosy07jpg

1987: Mobira Cityman ໄດ້ ເປີດຕົວ ມືຖື ໜ່ວຍທຳອິດ ຊື່ວ່າ Gorba. ມີນ້ຳໜັກ 0.7 ກິໂລກະລາມ (ແບບວ່າເປັນອັນຍົກນ້ຳໜັກແບບເບົາໆ) ເຊິ່ງເບິ່ງຄືກັບ ມືຖືລຸ້ນ Brick ຂອງ ໂມໂຕໂລລາ .

9812-nokia-ci_xlarge

1992: ໂນເກຍ ເປີດຕົວ ມືຖື GSM

1994: ເປີດຕົວ Nokia 2110 ທີ່ມາພ້ອມກັບສຽງເອີ້ນເຂົ້າ  “Nokia Ringtone”.

Nokia-2010

1998: ໂນເກຍ ລຸ້ນ Nokia 5110  ທີ່ມາພ້ອມກັບ Xpress-on covers. ໂນເກຍລຸ້ນນີ້ ເປັນພື້ນຖານແກ່ ບັນດາບໍລິສັດ ຜະລິດ ອຸປະກອນເສີມຂອງມືຖື ແລະ ເຮັດໃຫ້ມືຖືມີີສີສັນຕ່າງໆ.

no5110_00

1999: Nokia 3210 ໄດ້ຖືກເປີດຕົວ ແລະ ຖືກຂາຍ 160 ລ້ານໜ່ວຍ ທົ່ວໂລກ. ອັນເຮັດໃຫ້ໂນເກຍ ກາຍເປັນ ອັນດັບ 1. ແລະ ຕາມມາດ້ວຍ Nokia 3310 ໃນປີ 2000. ເວົ້າຮອດ Nokia 3310 ຫຼາຍຄົນຄົງ ຈະມີອາດີດ ທີ່ປະທັບໃຈ ກັບໂທລະສັບລຸ່ນນີ້ແນ່ນອນ.​

3-33

3310

2002: ລະບົບມືຖື ແບບ 3G ໄດ້ຮັບການພັດທະນາ ອັນເປັນການພິກໂສມ ການນຳໃຊ້ມືຖືທົ່ວໂລກ.​ ມືຖືສາມາດ ເຂົ້າລະບົບ ອິນເຕີເນັດໄດ້.​ໂນເກຍ ໄດ້ເປີດຕົວ Nokia 6650

6650

2004: ໂນເກຍ ເປີດຕົວ  Nokia Fashion Collection – the 7260, 7270 ແລະ  7280. ການປ່ຽນແປງຂອງໂລກແຫ່ງຄວາມສວຍງາມ ມີສະຕາຍ, ທັນສະໄໝ.​ມືຖື ທີ່ສາມາດ ປິ່ນເບິ່ງຕາມທິດທາງ, ມີໜ້າຈໍ ທີ່ສະແດງຜົນທີ່ດີກວ່າເກົ່າ.

7260

7270 7280

2005: ມືຖື N-series ທີເປັນ “smartphone” ທີ່ສາມາດຖ່າຍຮູບ, ຟັງເພງ ແລະ ຫຼິ້ນເກມ.​ ປະກອບມີ Nokia N70, N90 and N91. ສາມາດຂາຍໄດ້ 1 ຕື້ໜ່ວຍທົ່ວໂລກ.

546

2010: Stephen Elop (ex Microsoft) ກ້າວມາເປັນ CEO ຂອງ Nokia

2011: Stephen Elop ປະກາດການຮ່ວມມືກັບ  Microsoft. ເປັນການວາງແຜນ ບໍ່ນຳໃຊ້ Symbian OS ແລະ ຈະມານຳໃຊ້ Window. ຈາກນັ້ນ ມືຖືລຸ້ນ Lumia ຈິ່ງເກີດຂຶ້ນມາ.

1319

2014: Microsoft ຊື້ Nokia  Devices and Services business ເປັນຈຳນວນເງິນ 7.2 ຕື້ ໂດລາສະຫະລັດ, ເຊິ່ງ  Nokia ຍັງຄົງສືບຕໍ່ທຸລະກິດ.

2015:  Taneli Armanto ວິສະວະກອນເກົ່າຂອງ Nokia ໄດ້ຮ່ວມືກັບ Rumilus Design ເປີດຕົວ Snake Rewind. ນີ້ເປັນການເປີດເກມໃໝ່ທີ່ໜ້າຕື່ນເຕັ້ນ.Snake ແມ່ນເປັນທີ່ນິຍົມ ແລະ ສາມາດໃຊ້ໄດ້ກັບລະບົບ Android, Windows Phone, ແລະ iOS.

ໂນເກຍ ໄດ້ຖືກ ຄ້າຍອື່ນຄື Apple, Samsung, Huawei ທີພັດທະນາ ມືຖື ແບບ ສຳພັດ ຢ່າງທັນສະໄໝ ແລະ ຍາດສ່ວນແບ່ງຕະຫຼາດ ສຳຄັນ ຂອງຜູ້ບໍລິໂພກໄປ. ເຮັດໃຫ້ ໂນເກຍ ທີ່ຂ້ອນຂ້າງປັບຕົວຊ້າ ເສຍໂອກາດ ແລະ ຕ້ອງຖືກຕີຖອຍ.
442

ຂອບໃຈພາບ ແລະ ຂໍ້ມູນຈາກ: http://www.tholasap.com/2016/06/nokia.html

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...