Homeສຸຂະພາບ ແລະ ສີ່ງແວດລ້ອມມະເຮັງຂ້າຊີວິດຄົນອາຊີຫຼາຍທີ່ສຸດໃນໂລກ

ມະເຮັງຂ້າຊີວິດຄົນອາຊີຫຼາຍທີ່ສຸດໃນໂລກ

Published on

 ແພດຜູ້​ຊ່ຽວ­ຊານດ້ານພະ­ຍາດມະເຮັງທົ່ວໂລກໄດ້ປະ­ຊຸມປຶກ­ສາຫາ­ລື​ກັນຢູ່ອິນເດຍໃນທ້າຍອາ­ທິດທີ່ຜ່ານມາວ່າ ຄົນເຈັບທີ່ເປັນພະ­ຍາດມະເຮັງສ່ວນໃຫ່​ຍ​ຫຼາຍເຖິງ 60% ລ້ວນແຕ່ເປັນຄົນອາ­ຊີ.

     ນອກ­ຈາກການແລກ­ປ່ຽນຄວາມຮູ້ ໃນເລື່ອງ​ພະ­ຍາດມະເຮັງທີ່ພົບໃໝ່ໆກັນແລ້ວ ແພດເຫຼົ່ານັ້ນຍັງໄດ້ເປີດເຜີຍເຖິງອຸ­ປະ­ກອນໃນການຮັກ­ສາພະ­ຍາດມະເຮັງໃນລະຫວ່າງກອງປະ­ຊຸມເປັນເວ­ລາ 3 ມື້ ແພດທີ່ເຂົ້າຮ່ວມປະ­ຊຸມມາຈາກ 38 ປະເທດ, ສະ­ມາ­ຄົມພະ­ຍາດມະເຮັງຂອງສປ ຈີນ ກໍໄດ້ປະ­ກາດວ່າ ເຮົາຈະນຳເອົາຄວາມກ້າວ­ໜ້າຂອງຈີນໃນການຄົ້ນ­ຄວ້າພະ­ຍາດມະເຮັງໄປແບ່ງ­ປັນໃຫ້ກັບ​ປະເທດອາ­ຊີ ແລະ ຈະປຶກ­ສາຫາ­ລືເພື່ອທີ່ຈະສະ­ກັດກັ້ນພະ­ຍາດມະເຮ​ັງໃນຈີນ ຊຶ່ງເປັນປະເທດທີ່ມີຄົນເຈັບເປັນພະ­ຍາດມະເຮັງຫຼາຍຄືກັນ.

ປີ 2012 ມີຈຳ­ນວນຜູ້ເສຍຊີ­ວິດຈາກພະ­ຍາດມະເຮັງທົ່ວໂລກມີຈຳ­ນວນ 8,2 ລ້ານຄົນ ນອກ­ຈາກນີ້ ຍັງມີການຄາດຄະ​ເນວ່າ ປີ 2030 ຈະມີຜູ້ເສຍຊີ­ວິດຈາກພະ­ຍາດ​ມະເຮັງທົ່ວໂລກເພີ່ມຂຶ້ນເປັນຈຳ­ນວນ 13 ລ້ານຄົນ(ຕາມຂ່າວຕ່າງ​ປະເທດ).

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...