spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມເພີ່ມທະວີສາຍພົວພັນການຮ່ວມມືຮອບດ້ານຢ່າງໜັກແໜ້ນ

ລາວ-ຫວຽດນາມເພີ່ມທະວີສາຍພົວພັນການຮ່ວມມືຮອບດ້ານຢ່າງໜັກແໜ້ນ

Published on

ໃນວັນທີ 12 ມິຖຸນາ ນີ້, ການພົບປະສອງຝ່າຍລະຫວ່າງ ສປປ ລາວ-ສສ ຫວຽດນາມໄດ້ມີຂຶ້ນ ທີ່ທຳນຽບປະທານປະເທດ ນະຄອນຫລວງວຽງຈັນ ລະຫວ່າງ ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍເຈີນ ດ້າຍ ກວາງ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມຄະນະ ເຊິ່ງທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະຫວຽດນາມຈາກອະດີດເຖິງປັດຈຸບັນ.

ການພົບປະທັງສອງຝ່າຍຄັ້ງນີ້ເຫັນດີວ່າຈະສືບຕໍ່ພົບປະແລກປ່ຽນຢ້ຽມຢ້າມ ເຊິ່ງກັນ ແລະ ກັນ ໃນຂັ້ນຕ່າງໆເປັນປົກກະຕິເພື່ອເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາຄວາມສະຫງົບຕາມຊາຍແດນ ຂອງສອງປະເທດ; ສະກັດກັ້ນ-ຕ້ານອາສະຍາກຳຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມຊາຍແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ບໍລິເວນຊາຍແດນ; ເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງແບບບໍ່ຖືກຕ້ອງ ຕາມລະບຽບການກົດໝາຍ ຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນ; ໃນປີ 2017 ເປັນປີສຳຄັນ ທີ່ສອງຝ່າຍ ຈະຈັດພິທີສະເຫລີມສະຫລອງ ວັນຄົບຮອບ 55 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະ ວັນຄົບຮອບ 40 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຫວຽດນາມ; ສຶບຕໍ່ການຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນ ໃຫ້ບັນລຸຕາມເປົ້າໝາຍຂອງສອງລັດຖະບານວາງໄວ້; ຈະຮ່ວມມືກັນສ້າງເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັນລະຫວ່າງ ສອງປະເທດ ແລະ ຈະຍົກສູງຄຸນນະພາບ ການຮ່ວມມືທາງການສຶກສາໂດຍສະ ເພາະແມ່ນ ການບຳລຸງກໍ່ສ້າງນັກສຶກສາ ທີ່ພວມຮຽນຢູ່ແຕ່ລະປະເທດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການປົກປັກຮັກສາ ສັນຕິພາບ ແລະ ສະເຖຍລະພາບຮ່ວມກັນອີກດ້ວຍ.

ໃນໂອກາດດຽວກັນນີ້ ສະຫາຍ ເຈີນ ດ້າຍ ກວາງ ກໍໄດ້ມອບທຶນຈໍານວນໜຶ່ງມູນຄ່າ 1 ລ້ານໂດລາສະຫະລັດເພື່ອເປັນຂອງຂວັນສ້າງໂຮງຮຽນໃນແຂວງເຊກອງ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...