Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບ​ຄາ​ຕະ​ກອນ​ປາດ​ຄໍ​ປຸ້ນ​ຊັບ

ຈັບ​ຄາ​ຕະ​ກອນ​ປາດ​ຄໍ​ປຸ້ນ​ຊັບ

Published on

ເວ­ລາ​ປະ­ມານ 18:13 ໂມງຂອງວັນ​ທີ 8 ມິ­ຖຸ­ນາ 2016 ໄດ້​ເກີດ​ເຫດ​ຄາຕະ​ກຳ​ປຸ້ນ​ຊັບ​ຄົນ​ຈີນ​ທີ່​ຮ້ານ​ຂາຍ​ລົດ­ຈັກຢູ່​ບ້ານສີ­ວິ­ໄລ ເມືອງ​ປາກ​ຊັນ ແຂວງ​ບໍລິ​ຄຳ​ໄຊ ໂດຍ​ຄົນ​ຮ້າຍ​ໄດ້​ໃຊ້​ມີດ​ຄັດ​ເຕີ້ ປາດ​ຄໍ​ເຈົ້າ​ຂອງ​ຮ້ານ​ຈົນ​ເສຍ​ຊີ­ວິດ.

ພາຍ­ຫຼັງ​ໄດ້​ຮັບ​ແຈ້ງ​ຄວາມ​ເຈົ້າ​ໜ້າທີ່ ປກສ ເມືອງ​ປາກ​ຊັນ ໄດ້​ສົມ­ທົບ​ກັບ ເຈົ້າ​ໜ້າ­ທີ່​ພະ​ແນກ​ສືບ­ສວນ-ສອບ​ສວນ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ກວດ­ກາ​ສັນນະ​ສູດ​ສະ­ຖານ­ທີ່​ເກີດ​ເຫດ​ເກັບ​ກຳ​ຂໍ້​ມູນຫຼັກ​ຖານ, ສອບ​ຖາມ​ຜູ້​ເຫັນ​ເຫດ­ການ ແລະ ກວດ­ກາ​ພາບ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່​ຕິດ ຕັ້ງ​ຢູ່​ສີ່​ແຍກ​ໄຟ​ອຳ­ນາດ​ຈຶ່ງ​ຮູ້​ວ່າ​ຄົນ​ຮ້າຍພວມ​ຂັບ​ຂີ່​ລົກ​ຈັກ​ສະ​ແມັດ​ໝາຍ​ເລກ​ທະບຽນ ຈຂ 8869  ທີ່​ປຸ້ນ​ໄດ້​ຈາກ​ຮ້ານ​ຂອງ ຜູ້​ຕາຍ​ພວມ​ເອົາ​ຕົວ​ຫຼົບ­ໜີ​ໄປ​ທາງ​ເມືອງບໍ​ລິ​ຄັນ, ຈາກ​ນັ້ນ​ຈຶ່ງ​ໄດ້​ປະ­ສານ​ສົມ­ທົບໄປ​ຍັງ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ບໍ​ລິ​ຄັນ  ເພື່ອ​ສະ­ກັດ​ຈັບ​ຄົນ​ຮ້າຍ, ເມື່ອ​ເຈົ້າ​ໜ້າ­ທີ່ຕິດ­ຕາມ​ໄປ​ຮອດ​ເຂດ​ບ້ານ​ພຽງ​ດີ​ເສັ້ນ ທາງ​ໄປ ເມືອງ​ບໍ​ລິ​ຄັນ ກໍ່​ພົບ​ເຫັນ​ມີດ​ຄັດ ເຕີ້​ທີ່​ໃຊ້​ກໍ່​ເຫດ​ຖີ້ມ​ປະ​ໄວ້​ພ້ອມ​ກັບ​ປ້າຍ​ລົດ­ຈັກ​ໝາຍ​ເລກ​ທະ­ບຽນ ຈຂ 8869 ບໍ​ລິ​ຄຳ​ໄຊ ທີ່​ຄົນ​ຮ້າຍ​ຂັບ​ຂີ່​ເພື່ອ​ຫຼົບ­ໜີ, ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ ຈິ່ງ​ຮູ້​ອີ​ກວ່າ​ຄົນຮ້າຍ​ພວມ​ຫຼົບ­ໜີ​ໄປ​ທາງ​ເມືອງ​ປາກ​ກະດິງ ຈິ່ງ​ໄດ້​ນຳ​ກຳ­ລັງ​ຕິດ­ຕາມ​ຢ່າງ​ບໍ່​ລົດ ລະ​ພໍ​ໄປ​ຮອດ​ເຂດ​ຂົວ​ຫ້ວຍ​ປຶງ​ລະ­ຫວ່າງ ບ້ານ​ສີ​ສະ­ອາດ ຫາ ບ້ານ​ໂພນ​ສະ­ອາດ ເມືອງ​ປາກ​ຊັນ ກໍ່​ພົບ​ເຫັນ​ລົດ­ຈັກ​ສະ​ແມັດ ທີ່​ຄົນ​ຮ້າຍ​ຂັບ​ຂີ່​ຖີ້ມ​ປະ​ໄວ້, ດ້ວຍ​ຄວາມເອົາ­ໃຈ­ໃສ່​ຕໍ່­ໜ້າ​ທີ່​ວິ­ຊາ​ສະ­ເພາະ​ຂອງ​ເຈົ້າໜ້າ­ທີ່​ບໍ່​ຍອມ​ໃຫ້​ຄົນ​ຮ້າຍ​ລອຍ​ນວນ​ໜີ​ໄປໄດ້, ພໍ​ຕົກ​ມາ​ຮອດ​ເວ­ລາ  00: 38 ໂມງ ຂອງ​ວັນ​ທີ 9 ມິ­ຖຸ­ນາ 2016 ກໍ່​ສາ­ມາດຈັບ​ຕົວ​ຄົນ​ຮ້າຍ​ໄດ້​ທີ່​ປ້ອມ​ຕຳ­ຫຼວດ​ຈະ­ລາຈອນ​ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ.

ຜ່ານ​ການ​ສືບ­ສວນ​ຂອງ​ເຈົ້າ​ໜ້າ­ທີ່ ໃນ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ​ຄົນ​ຮ້າຍ​ທີ່​ລົງ​ມ​ກໍ່ເຫດ​ໃນ​ຄັ້ງ​ນີ້​ຊື່​ທ້າວຈາວ​ເຈຍ​ວີ່ ອາ­ຍຸ 27 ປີ ສັນ­ຊາດ​ຈີນ ພັກ​ເຊົາ​ຢູ່​ບ້ານ​ອີ​ໄລ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງຈັນ ​ໄດ້​ຂີ່​ລົດ​ເກັງ​ກັບ​ໝູ່​ຄົນ​ໜຶ່ງ​ທີ່​ເປັນ​ຄົນລາວ​ເພື່ອ​ລົງ​ມາ​ຫຼິ້ນ​ຢູ່​ປາກ​ຊັນ​ພໍ​ມາ​ຮອດປາກ​ຊັນ ຈິ່ງ​ໃຫ້​ໄປ​ສົ່ງ​ຢູ່​ບ້ານ​ພັກ​ແຫ່ງໜຶ່ງ​ຈາກ​ນັ້ນ​ຜູ້­ກ່ຽວ​ມີ​ແນວ​ຄິດ​ຢາກ​ໄດ້ ເງິນ​ເພື່ອ​ຈະ​ກັບ​ເມືອ​ປະ­ເທດ​ຈີນ  ຈຶ່ງ​ອອກ ຈາກ​ບ້ານ​ພັກ​ແລ້ວ​ຍ່າງ­ເລາະ​ຂໍ​ເງິນ​ຄ່າ ລົດ­ເມ​ກັບ​ເມືອ​ວຽງ​ຈັນ​ພໍ­ດີ​ມີ​ຄົນ​ລາວ​ຜູ້ໜຶ່ງ​ໃຈ​ບຸນ​ໄດ້​ເອົາ​ເງິນ​ໃຫ້​ຜູ້­ກ່ຽວ​ຈຳ­ນວນ 50.000 ກີບ ຈາກ​ນັ້ນ​ກໍ່​ເອົາ​ໄປ​ຊື້​ມີດ​ຄັດ ເຕີ້1 ດວງ​ແລ້ວ​ກັບ­ເຂົ້າ​ບ້ານ​ພັກ ໂດຍ​ໃຊ້ມີດ​ທີ່​ຊື້​ມາ​ປາດ​ແຂນ​ຕົນ​ເອງ​ແລ້ວ​ແລ່ນ ອອກ​ມາ​ວ່າ​ຖືກ​ຄົນ​ທຳ­ຮ້າຍ​ຮ່າງ­ກາຍ, ຈາກ​ນັ້ນ​ຄົນ​ທີ່​ພົບ​ເຫັນ ຈິ່ງ​ໄດ້​ໃຊ້​ຜ້າ​ພັນບາດ​ໃຫ້​ຜູ້­ກ່ຽວ.

ຕໍ່​ມາ​ຜູ້­ກ່ຽວ ຈິ່ງ​ໄດ້​ຍ່າງ­ເລາະ​ມາ​ເຫັນ ຮ້ານ​ຂາຍ​ລົດ­ຈັກ​ຂອງ​ທ້າວ ອາ​ເວີຍ  ອາ ຍຸ 27 ປີ ສັນ­ຊາດ​ຈີນ​ທີ່​ມາ​ເຊົ່າ​ຮ້ານ​ຢູ່ ບ້ານ​ສີ­ວິ­ໄລ ເມືອງ​ປາກ​ຊັນ ແຂວງ​ບໍ​ລິ ຄຳ​ໄຊ ຊຶ່ງ​ໃນ​ຂະ­ນະ​ນັ້ນ​ຜູ້​ຖືກ​ເຄາະ​ຮ້າຍ ພວມ​ນັ່ງ​ແຕ່ງ­ກິນ​ຢູ່, ຜູ້­ກ່ຽວ​ຈຶ່ງ​ຍ່າງ​ເຂົ້າ ໄປ​ຂໍ​ເງິນ​ນຳ​ແຕ່​ຜູ້​ເຄາະ​ຮ້າຍ​ບໍ່​ໃຫ້​ຈຶ່ງ​ໃຊ້ມີດ​ທີ່​ກຽມ​ມາ​ປາດ​ທ້າວ ອາ​ເວີຍ 1 ບາດ,  ຈາກ​ນັ້ນ​ຜູ້​ເຄາະ​ຮ້າຍ​ຈິ່ງ​ແລ່ນ​ອອກ​ມາ   ຮ້ອງ​ໃຫ້​ຄົນ​ມາ​ຊ່ວຍ​ແຕ່​ຜູ້­ກ່ຽວ​ໄດ້​ໃຊ້​ຕີນຢຽບ​ຕົວ​ຜູ້​ເຄາະ​ຮ້າຍ​ລົງ​ກັບ​ພື້ນ​ເຮືອນ  ແລ້ວ​ໃຊ້​ມີດ​ດັ່ງ­ກ່າວ​ແທງ​ເຂົ້າ​ລຳ​ຕົວ​ຂອງຜູ້​ຕາຍ​ຫຼາຍ​ບາດ​ຈົນ​ມີດ​ຫັກ​ຄາ​ຕໍ່​ມາ​ຜູ້ເຄາະ​ຮ້າຍ​ກໍ່​ເສຍ​ຊີ­ວິດ​ຄາ​ທີ່​ແລ້ວ​ຜູ້­ກ່ຽວ ຈິ່ງ​ໄດ້​ຂັບ​ຂີ່​ລົດ­ຈັກ​ຂອງ​ຜູ້​ຕາຍ​ເພື່ອ​ຫຼົບ­ໜີ.

ຕໍ່​ກັບ​ຄະ­ດີ​ດັ່ງ­ກ່າວ​ທາງ​ເຈົ້າ​ໜ້າ­ທີ່  ປກສ ເມືອງ​ປາກ​ຊັນ ພວມ​ດຳ­ເນີນ​ການສືບ­ສວນ-ສອບ​ສວນ​ຂະ­ຫຍາຍ​ຜົນ​ຫາ​ຂໍ້ ເທັດ​ຈິງ​ເພື່ອ​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້­ກ່ຽວ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...