spot_img
Homeຂ່າວການພັດທະນາເຟີ​ນິ​ເຈີ​ລະ­ດົມ​ສະ­ມາ­ຊິກ​ຮ່ວມວາງ­ສະ­ແດງ​ເຄື່ອງ​ເຮືອນລາວ

ເຟີ​ນິ​ເຈີ​ລະ­ດົມ​ສະ­ມາ­ຊິກ​ຮ່ວມວາງ­ສະ­ແດງ​ເຄື່ອງ​ເຮືອນລາວ

Published on

  • ວັນ​ທີ 10 ມິ­ຖຸ­ນາ 2016 ຜ່ານມາ​ທີ່​ສະ­ພາ​ການ​ຄ້າ​ນະ­ຄອນ­ຫຼວງ​ວຽງຈັນ​ກົມ​ສົ່ງ­ເສີມ ແລະ​ ພັດ­ທະ­ນາ​ສິນ­ຄ້າ​ ກະຊວງ​ອຸດ­ສາ­ຫະ­ກຳ ແລະ ​ການ​ຄ້າ​ຮ່ວມກັບ​ສະ­ມາ­ຄົມ​ເຟີ​ນີ​ເຈິ​ລາວ, ຈັດ​ກອງ​ປະຊຸມ​ພົບ​ປະ​ສະ­ມາ­ຊິກ ເພື່ອ​ກະ­ກຽມ​ຄວາມພ້ອມ​ງານ​ວາງ­ສະ­ແດງ​ເຄື່ອງ​ເຮືອນ​ລາວ ຄັ້ງ​ທີ 1 ປະ­ຈຳ​ປີ 2016, ພາຍ​ໃຕ້​ການ ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ໄພ ສົມ​ຊະ­ນະ ປະ­ທານ​ສະ­ມາ­ຄົມ ເຟີ​ນີ​ເຈີ​ລາວ, ມີ​ຮອງປະ­ທານ​ສະ­ມາ­ຄົມ, ບັນ­ດາ​ນັກ­ທຸ­ລະ­ກິດ ແລະ ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ​ບັນ­ດາ​ສະ­ມາ­ຊິກ ແລະ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ນຳ​ສະ­ເໜີແຜນ­ການ ແລະ​ຄວາມ​ພ້ອມ​ໃນ​ການເຂົ້າ​ຮ່ວມ​ງານ​ວາງ­ສະ­ແດງ​ດັ່ງ­ກ່າວ, ຫຼັງຈາກ​ນັ້ນ​ໄດ້​ພ້ອມ​ກັນ​ຄົ້ນ­ຄວ້າ​ປະ­ກອບ​ຄຳຄິດ​ເຫັນ ແລະ​ເປັນ​ເອ­ກະ​ພາບ​ຕໍ່​ແຜນ­ການກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ເຂົ້າ​ຮ່ວມ ງານ​ວາງ­ສະ­ແດງ, ທີ່​ໄດ້​ກຳ­ນົດ​ວຽກງານ​ຕ່າງໆ​ໄວ້​ໃນ​ແຕ່​ລະ​ດ້ານ.

ງານ​ວາງ­ສະ­ແດງ​ດັ່ງ­ກ່າວ​ແມ່ນ​ຈະ ໄດ້​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 18-24  ກໍ­ລະ­ກົດ 2016 ທີ່​ຈະ​ມາ​ເຖິງ​ນີ້​ທີ່​ສູນ ການ​ຄ້າ​ລາວ-ໄອ​ເຕັກ. ແນວ­ໃດ​ກໍ​ດີ​ຫາກ​ທ່ານ​ໃດ​ທີ່​ມີ​ຄວາມ​ສົນ­ໃຈ​ໃນ​ຜະ­ລິດ​ຕະ​ພັນ​ເຄື່ອງ​ເຮືອນ​ລາວ ຫຼື ເຟີ​ນີ​ເຈີ ລາວ ກໍ​ຢ່າ​ລືມ​ໄປ​ເລືອກ​ຊົມ, ເລືອກ​ຊື້​ກັນ​ໄດ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...