HomeມູມໄອທີລາວFacebook ສົ່ງເມວເຕືອນຮູບພາບທີ່ຊິງຜ່ານເຟດບຸກຈະຖຶກລຶບໃນວັນທີ 7 ກໍລະກົດນີ້

Facebook ສົ່ງເມວເຕືອນຮູບພາບທີ່ຊິງຜ່ານເຟດບຸກຈະຖຶກລຶບໃນວັນທີ 7 ກໍລະກົດນີ້

Published on

ສຳລັບຄຸນສົມບັດຊິງຮູບພາບ (Photo Sync) ເທິງແອັບພລິເຄຊັ່ນ Facebook, ເປັນຄຸນສົມບັດໜຶ່ງທີ່ເຮັດໃຫ້ເຮົາສາມາດເກັບຮູບພາບທີ່ສຳຄັນໄວ້ທີ່ເຟດບຸກໄດ້ງ່າຍໆ ໂດຍຜ່ານການຊິງ. ເຊິ່ງການຊິງຮູບພາບດັ່ງກ່າວນີ້ຈະເປັນແບບ “ສ່ວນໂຕ” ຫຼືເວົ້າງ່າຍໆກໍຄືຄົນອື່ນຈະບໍ່ເຫັນຮູບທີ່ເຮົາຊິງໄດ້ ນອກຈາກເຮົາຈະກົດແຊຣ໌ຮູບດັ່ງກ່າວເອງ.

ແຕ່ວ່າຂ່າວຮ້າຍກໍຄືຮູບພາບທີ່ເຮົາຊິງຜ່ານເຟດບຸກນັ້ນກຳລັງຈະຖືກລຶບໃນວັນທີ 7 ກໍລະກົດນີ້, ໂດຍທາງທີມງານເຟດບຸກໄດ້ສົ່ງຂໍ້ຄວາມຜ່ານອີເມວມາເຕືອນຜູ້ໃຊ້ກ່ຽວກັບເລື່ອງນີ້ແລ້ວ

image
ຂໍ້ຄວາມໃນອີເມວຂອງຜູ້ໃຊ້ຄົນໜຶ່ງ ຈາກທີມງານເຟດບຸກ

ແຕ່ຍັງດທີ່ີມີທາງເລືອກສຳລັບໃຜທີ່ຕ້ອງການເກັບຮູບພາບທີ່ຊິງເອົາໄວ້ຕໍ່, ກໍຄືຕິດຕັ້ງແອັບພລິເຄຊັ່ນ Moments ແລະເຂົ້າສູ່ລະບົບກ່ອນວັນທີ 7 ກໍລະກົດນີ້ ແລະອີກທາງເລືອກໜຶ່ງກໍຄືໂຫຼດເອົາຮູບທີ່ເຮົາຊິງໄວ້ທັງໝົດລົງໃນຄອມ.

ສຳລັບຄຸນສົມບັດການຊິງຮູບພາບ (Photo Sync) ນີ້ຜູ້ຂຽນບໍ່ຮູ້ຄືກັນວ່າປະເທດລາວເຮົາຮອງຮັບຫຼືບໍ່? ເພາະຜູ້ຂຽນຈະໃຊ້ຜ່ານເວັບບຣາວເຊິ້ເປັນສ່ວນໃຫຍ່, ແຕ່ຫາກໃຜທີ່ໃຊ້ແອັບເຟດບຸກກໍລອງກວດສອບເບິ່ງເດີ້ວ່າໄດ້ຊິງຮູບພາບໄວ້ຫຼືບໍ່? ຖ້າຊິງກໍເລືອກວ່າຈະຕິດຕັ້ງແອັບ Moments ຫຼືວ່າຈະໂຫຼດເກັບໄວ້ເທິງຄອມ.

ສຳລັບແອັບ Moments ເລືອກຕິດຕັ້ງຕາມລິ້ງດ້ານລຸ່ມເລີຍ

Android ແລະ iOS

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...