spot_img
Homeຂ່າວຕ່າງປະເທດຝຣັ່ງຫວັ່ນການປະທ້ວງຈະສົ່ງຜົນເສຍຕໍ່ພາບລັກການເປັນເຈົ້າພາບບານຢູໂຣ 2016

ຝຣັ່ງຫວັ່ນການປະທ້ວງຈະສົ່ງຜົນເສຍຕໍ່ພາບລັກການເປັນເຈົ້າພາບບານຢູໂຣ 2016

Published on

ສຳນັກຂ່າວເອເອັບຟີລາຍງານວ່າ ການປະທ້ວງຜົນງານຂອງພະນັກງານລົດໄຟ ແລະ ເຄື່ອງບິນເປັນໄພຄຸກຄາມທີ່ຈະນຳຄວາມວຸ້ນວາຍມາສູ່ຝຣັ່ງໃນຊ່ວງການແຂ່ງຂັນບານເຕະຊິງແຊັ໋ມແຫ່ງຊາດຢູໂຣບ ຫຼື ຢູໂຣ 2016 ສະຫະພາບແຮງງານຫຼາຍແຫ່ງຍັງຄົງມີຈຸດຢືນໝັ້ນຄົງໃນການຮຽກຮ້ອງໃຫ້ລົ້ມເລີກຮ່າງກົດໝາຍປະຕິຮູບແຮງງານທີ່ເປັນຂໍ້ຜິດຖຽງໂຕ້ແຍ້ງຢ່າງສູງ

383

ລາຍການແຂ່ງຂັນບານຢູໂຣ 2016 ໄດ້ເລີ່ມຂຶ້ນໃນວັນທີ 10 ມິຖຸນາ 2016ທີ່ຜ່ານມາ ຂະນະທີ່ສະຫະພາບແຮງງານນັກບິນແອຣຟຣ້ານປະກາດປະທ້ວງໃນວັນທີ 11 ມິຖຸນາ 2016 ວານນີ້ ໂດຍສະຫະພາບດັ່ງກ່າວລະບຸວ່າບໍ່ໄດ້ຕ້ອງການໃຫ້ກະທົບຕໍ່ບານຢູໂຣ 2016 ແຕ່ປະທ້ວງລັດຖະບານທີ່ປະຕິເສດການເຈລະຈາຕໍ່ລອງ

2079

ຄະນະກຳມະການການທ່ອງທ່ຽວອອກມາກ່າວຫາສະຫະພາບແຮງງານວ່າທຳຕົວເໝືອນ “ຜູ້ກໍ່ການຮ້າຍ” ໂດຍການກໍ່ຄວາມບໍ່ສະຫງົບໃນພາກອຸດສະຫະກຳຕ່າງໆ ຈະສົ່ງຜົນກະທົບຕໍ່ການຄົມມະນາຄົມຂົນສົ່ງໃນຊ່ວງເວລາທີ່ແຟນບານຈຳນວນມະຫາສານກຳລັງຈະເດີນທາງມາຊົມການແຂ່ງຂັນບານເຕະຢູໂຣ 2016 ທີ່ຝຣັ່ງເປັນເຈົ້າພາບ ພ້ອມສະແດງຄວາມກັງວົນວ່າການປະທ້ວງຫຼາຍຄັ້ງກາຍເປັນຄວາມຮຸນແຮງເຊິ່ງຖືກນຳສະເໜີຂ່າວໄປທົ່ວໂລກ ຈະສ້າງຄວາມຢ້ານກົວໃຫ້ແກ່ນັກທ່ອງທ່ຽວ

 

 

ຂ່າວຈາກ: http://www.matichon.co.th/news/157863 ແລະ http://www.matichon.co.th/news/154828

ພາບຈາກ: ສຳນັກຂ່າວ BBC

 

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...