Homeຂ່າວພາຍ​ໃນທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບເລືອກເປັນປະທານ ສູນກາງແນວລາວສ້າງຊາດຄົນໃໝ່

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບເລືອກເປັນປະທານ ສູນກາງແນວລາວສ້າງຊາດຄົນໃໝ່

Published on

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງສູນກາງແນວລາວສ້າງຊາດ(ສນຊ)ໄດ້ສຳເລັດລົງຢ່າງຈົບງາມ ເມື່ອວັນທີ 9 ມີຖຸນານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍ ເປັນກຽດເຂົ້າຮ່ວມມີພະເຖລານຸເຖລະ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍກົມການ ເມືອງ, ກຳມະການສູນກາງພັກ, ຕາງໜ້າລັດຖະບານ, ສະພາ ແຫ່ງຊາດ, ບັນດາຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 469 ສະຫາຍ.

ກອງປະຊຸມໄດ້ເຫັນດີຄັດເລືອກເອົາ ສະຫາຍ ໄຊສົມພອນ ພົມວິຫານ ເປັນປະທານ ແນວລາວສ້າງຊາດຊຸດທີ X. ພ້ອມເລືອກເອົາຮອງປະທານ 6 ສະຫາຍປະກອບມີ ສະຫາຍ ຄຳໃບ ດຳລັດ ກຳມະ ການສູນກາງພັກ, ສະຫາຍ ຄຳຫຼ້າ ລິ້ງນະຄອນ, ສະຫາຍ ນາງ ຄຳຈັນ ພົມແສງສະຫວັນ, ສະຫາຍ ຈັນທະວົງ ແສນອາມາດ ມົນຕີ, ສະຫາຍ ສົງອົກ ກິ່ງສະດາ ແລະ ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ.

ນອກນັ້ນຮັບຮອງເອົາ ການສະເໜີແຕ່ງຕັ້ງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ X ຈຳນວນ 224 ສະຫາຍ.ໃນນີ້ ມີພຣະສົງ 14 ອົງ, ເພດຍິງ 47 ສະຫາຍ ເພື່ອເປັນຫຼັກແຫຼ່ງເຕົ້າໂຮມ ຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ແລະ ຄົນເຊື້ອສາຍລາວທີ່ດຳ ລົງຊີວິດຢູ່ຕ່າງປະເທດ.

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...