Home​ຂ່າວທ່ອງທ່ຽວ5 ປະເທດທີ່ໜ້າທ່ຽວທີ່ສຸດໃນອາຊຽນ

5 ປະເທດທີ່ໜ້າທ່ຽວທີ່ສຸດໃນອາຊຽນ

Published on

ທ່ອງທ່ຽວ ກັບ ລາວໂພສຕ໌ ວັນນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ 5 ປະເທດທີ່ໜ້າທ່ຽວທີ່ສຸດໃນອາຊຽນ ເຊິ່ງໃນນັ້ນກໍ່ລວມມີປະເທດລາວຢູ່ນຳ ແຕ່ຈະໄດ້ຢູ່ໃນອັນດັບທີ່ເທົ່າໃດຮັ້ນເຮົາມາຮູ້ໄປພ້ອມກັນເລີຍ

ອັນດັບທີ 1 ປະເທດໄທ

ເຊິ່ງມີສາຍາວ່າສະຫຍາມເມືອງຍິ້ມ ມີແຫຼ່ງທ່ອງທ່ຽວທີ່ສວຍງາມຫຼາກຫຼາກສະໄຕລ໌ ທັງແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດທີ່ງົດງາມໜ້າປະທັບໃຈແກ່ຜູ້ທີ່ມາທ່ຽວຊົມ

aHR0cDovL3AuczFzZi5jb20vdHIvMC91ZC8yNTQvMTI3MTY0Mi84NjgwMTAxMy5qcGc=

ອັນດັບທີ 2 ປະເທດສິງກະໂປ

ປະເທດນີ້ມີແຫຼ່ງຊັອບປິ້ງສິນຄ້າຢ່າງຫຼາກຫຼາຍ ທັງມີອາຫານແຊບໆເຕັມໄປໝົດ ບ້ານເມືອງກໍ່ສະອາດງາມຕາ ແຖມໃນຍາມຄ່ຳຄືນຍັງມີແສງໄຟປະດັບບ້ານເມືອງໃຫ້ສວຍງາມໜ້າຕື່ນຕາຕື່ນໃຈອີກດ້ວຍ

5897

ອັນດັບທີ 3 ປະເທດກຳປູເຈ້ຍ

ເປັນເມືອງທີ່ສະຫງົບ ວີຖີການດຳລົງຊີວິດຍັງບໍ່ມີການປ່ຽນແປງຫຼາຍ ທີ່ພັກກໍ່ສະອາດນອນລັບສະບາຍບໍ່ຕ້ອງຢ້າວ່າຈະມີລັກເລັກຂະໂມຍນ້ອຍ ອາຫານກໍມີຫຼາກຫຼາຍໃຫ້ເລືອກກິນ ແຖມມີສະຖານທີ່ທ່ອງທີ່ເກົ່າແກ່ທາງປະວັດສາດ ແລະ ວັດທະນະທຳອັນສວຍງາມ ນີ້ເປັນອີກເມືອງໜຶ່ງທີ່ຄວນມາທ່ຽວຊົມ

63.3

ອັນດັບທີ 4 ປະເທດຫວຽດນາມ

ເປັນຈຸດໝາຍຂອງການທ່ອງທ່ຽວອີກປະເທດໜຶ່ງທີ່ໜ້າສົນໃຈ ເພາະແຫຼ່ງທ່ອງທ່ຽວທາງທຳມະຊາດແຝງໄປດ້ວຍອາລິຍະທຳອັນເກົ່າແກ່ດັ້ງເດີມແຕ່ກ່ອນປະຫວັດສາດ ແລະ ມີທຳມະຊາດທີ່ສວຍງາມຫຼາຍບ່ອນ ແຖມມີທະເລທີ່ສວຍງາມຊວນໃຫ້ໄປແວ່ທ່ຽວຊົມກ່ອນກັບບ້ານ

63.4

ອັນດັບທີ 5 ປະເທດລາວ ບ້ານເຮົາເອງ

ເປັນປະເທດທີ່ສາມາດສຳພັດວິຖີຊີວິດທີ່ລຽບງ່າຍແຕ່ງົດງາມ ວັດທະນະທຳປະເພນີທີ່ສືບທອດກັນມາແຕ່ບູຮານນະ ການຍັງຄົງໄດ້ຮັບການຮັກສາແລະສຶບທອດໂດຍຄົນຮຸ່ນຫຼັງໄດ້ເປັນຢ່າງດີ ນັກທ່ອງທ່ຽວທີ່ມາທ່ຽວປະເທດລາວນອກ ຈາກຈະໄດ້ສຳພັດກັບສະຖານທີ່ທາງທຳມະຊາດ ແລະ ທາງປະຫວັດສາດທີ່ສວຍງາມແລ້ວ ຍັງໄດ້ສຳພັດເລື່ອງລາວການດຳລົງຊີວິດຢ່າງຊັດເຈນ ນີ້ຄືມົນສະເໜ່ຝັງໃຈທຸກຄັ້ງທີ່ໄດ້ມາຢ້ຽມຢາມເມືອງລາວ

63.5

ທີ່ມາ: http://travel.sanook.com/1271642/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...