Homeລວມກົດຫມາຍລາວຄວາມຮູ້ກ່ຽວກັບການຄຸ້ມຄອງທີ່ດິນປຸກສ້າງ

ຄວາມຮູ້ກ່ຽວກັບການຄຸ້ມຄອງທີ່ດິນປຸກສ້າງ

Published on

ທ່ານຜູ້ອ່ານຄຳວ່າ: ທີ່ດິນປຸກສ້າງແມ່ນທີ່ດິນທີ່ໄດ້ກຳນົດໄວ້ເພື່ອນຳໃຊ້ໃນການປຸກສ້າງທີ່ຢູ່ອາໄສ,ໂຮງຈັກ,ໂຮງງານ, ສຳນັກງານ,ອົງການ,ສະຖານທີ່ສາທາລະນະ.ທີ່ດິນປຸກສ້າງແບ່ງອອກເປັນປະເພດດັ່ງນີ້:

ທີ່ດິນປຸກສ້າງເພື່ອສາທາລະນະປະໂຫຍດແມ່ນທີ່ດິນເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມ:ສວນາທາລະນະ,ໂຮງຮຽນ, ໂຮງໝໍ,ຕະຫຼາດ,ສະໜາມເດັກຫຼິ້ນ,ສະໜາມກິລາແລະອື່ນໆທີ່ຮັບໃຊ້ສາທາລະນະປະໂຫຍດ.ທີ່ດິນປຸກສ້າງທີ່ຢູ່ອາໄສແມ່ນທີ່ດິນທີ່ນຳໃຊ້ເຂົ້າໃນການປຸກສ້າງທີ່ພັກພາອາໄສຂອງບຸກຄົນແລະຄອບຄົວ.ທີ່ດິນປຸກສ້າງໂຮງຈັກໂຮງງານແມ່ນທີ່ດິນນຳໃຊ້ເພື່ອດຳເນີນການຜະລິດແລະການປຸງແຕ່ງອຸດສາຫະກຳ.ທີ່ດິນປຸກສ້າງສຳນັກງານ,ອົງການແມ່ນທີ່ດິນເພື່ອຮັບໃຊ້ການປຸກສ້າງສຳນັກງານ,ອົງການຂອງລັດ,ຂອງວິສາຫະກິດ,ສະຖານທູດຫຼືອົງການຈັດຕັ້ງສາກົນ. ການຈັດສັນທີ່ດິນປຸກສ້າງຕ້ອງປະຕິບັດຕາມຜັງເມືອງແລະຕາມອັດຕາສ່ວນຂອງທີ່ດິນປຸກສ້າງແຕ່ລະປະເພດທີ່ໄດ້ກຳນົດໄວ້.

ລັດສະຫງວນທີ່ດິນປຸກສ້າງສຳລັບສາທາລະນະປະໂຫຍດໄວ້ເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມ.ຖ້າຫາກມີການປ່ຽນເປົ້າໝາຍການໃຊ້ທີ່ດິນດັ່ງກ່າວກໍຕ້ອງໃຫ້ຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນດຽວກັນແລະຕ້ອງໄດ້ຮັບການເຫັນດີຈາກຂະແໜງການທີ່ກ່ຽວຂ້ອງເສັຍກ່ອນ.ການນຳໃຊ້ທີ່ດິນປຸກສ້າງແມ່ນບໍ່ໃຫ້ແຕະຕ້ອງເຖິງສິດຜົນປະໂຫຍດຂອງຜູ້ອື່ນທັງຮັບປະກັນສະພາວະຄວາມເປັນຈິງຕ້ອງຍອມຮັບ.ການປຸກສ້າງຕ່າງໆຕ້ອງໄດ້ຮັບອະນຸຍາດຈາກອົງການຜັງເມືອງ,ຕ້ອງປະຕິບັດຕາມລະບຽບຜັງເມືອງຢ່າງເຂັ້ມງວດແລະຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ມີສິດແລະໜ້າທີ່ກ່ຽວຂ້ອງ,ຮັບປະກັນມາດຕະຖານເຕັກນິກຢ່າງຄົບຖ້ວນພ້ອມທັງຮັບປະກັນການປົກປັກຮັກສາສິ່ງແວດລ້ອມ.ລັດອະນຸຍາດໃຫ້ບຸກຄົນແລະຄອບຄົວນຳໃຊ້ທີ່ດິນປຸກສ້າງຢ່າງຖືກຕ້ອງຕາມເປົ້າໝາຍ,ມີປະສິດທິຜົນ,ມີຄວາມສະຫງົບແລະຍາວນານໃນເນື້ອທີ່ບໍ່ເກີນແປດຮ້ອຍຕາແມັດຕໍ່ຄົນໃນຄອບຄົວ.ສຳລັບການອະນຸມັດເນື້ອທີ່ດິນປຸກສ້າງໃຫ້ການຈັດຕັ້ງນຳໃຊ້ແມ່ນອີງຕາມຄວາມສາມາດຕົວຈິງໃນການນຳໃຊ້.ອົງການຄຸ້ມຄອງທີ່ດິນຢູ່ສປປລາວປະກອບດ້ວຍ : ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ;ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມປະຈຳແຂວງ, ນະຄອນ; ຫ້ອງຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງ, ເທດສະບານ;ໜ່ວຍງານທີ່ດິນປະຈຳບ້ານ.

ອົງການຄຸ້ມຄອງທີ່ດິນມີສິດແລະໜ້າທີ່ລວມຄື; ຄົ້ນຄວ້າຮ່າງນະໂຍບາຍ,ກົດໝາຍ,ລັດຖະບັນຍັດ,ດຳລັດ,ຂໍ້ກຳນົດແລະລະບຽບຫຼັກການກ່ຽວກັບການຄຸ້ມຄອງທີ່ດິນ;ສຳຫຼວດວັດແທກ,ຈັດສັນແລະສ້າງແຜນທີ່ນຳໃຊ້ທີ່ດິນລະດັບທ້ອງຖິ່ນ,ເຂດແຄວ້ນແລະແຫ່ງຊາດ;ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນເພື່ອວາງແຜນນຳໃຊ້,ປົກປັກຮັກສາ,ພັດທະນາທີ່ດິນ,ຈັດປະເພດທີ່ດິນ,ປະເມີນຄຸນນະພາບທີ່ດິນ,ກຳນົດເຂດທີ່ດິນແລະກວດກາການນຳໃຊ້ທີ່ດິນ;ມອບສິດນຳໃຊ້ທີ່ດິນ,ໃຫ້ເຊົ່າ,ໃຫ້ສຳປະທານແລະຖອນສິດນຳໃຊ້ທີ່ດິນ;ສ້າງສຳມະໂນທີ່ດິນ,ປະເມີນມູນຄ່າທີ່ດິນ,ຂຶ້ນແລະຈົດທະບຽນທີ່ດິນ,ອອກໃບຕາດິນແລະເກັບກຳສະຖິຕິທີ່ດິນ;ເກັບຄ່າທຳນຽມທີ່ດິນ;ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ;ຄຸ້ມຄອງທີ່ດິນຂອງລັດແລະປົກປັກຮັກສາສິ່ງແວດລ້ອມ;ວາງນະໂຍບາຍເພື່ອຄຸ້ມຄອງການຈັດຕັ້ງແລະການເຄື່ອນໄຫວຊື້ຂາຍສິດນຳໃຊ້ທີ່ດິນ;ສ້າງລະບົບຂໍ້ມູນຂ່າວສານກ່ຽວກັບທີ່ດິນ;ວາງນະໂຍບາຍແລະລະບຽບຫຼັກການເພື່ອຄຸ້ມຄອງຜູ້ປະກອບອາຊີບທີ່ພົວພັນກັບທີ່ດິນເຊັ່ນ:ນັກສຳຫຼວດວັດແທກ,ນັກປະເມີນລາຄາ,ນາຍໜ້າຫຼືຕົວແທນຜູ້ຊື້ຂາຍສິດນຳໃຊ້ທີ່ດິນ.

ທ່ານຜູ່ອ່ານ ໂດຍອີງໃສ່ເນື້ອໃນ ຈິດໃຈ ມາດຕາທີ 17 ຂອງ ລັດຖະທຳມະນູນ ແຫ່ງ ສປປ ລາວ ມອບໃຫ້ລັດປົກປ້ອງສິດກ່ຽວກັບກຳມະສິດ(ສິດຄອບຄອງ,ສິດນຳໃຊ້,ສິດໄດ້ຮັບໝາກຜົນ,ສິດຊີ້ຂາດ) ແລະສິດສືບທອດຂອງບຸກຄົນ, ນິຕິບຸກຄົນແລະການຈັດຕັ້ງຕາມກົດໝາຍ, ທີ່ດິນເປັນກຳມະສິດຂອງວົງຄະນະຍາດແຫ່ງຊາດຊຶ່ງລັດເປັນຕົວແທນແລະຄຸ້ມຄອງຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດຕາມກົດໝ¾¨.ໂດຍແມ່ນກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມເປັນຜູ້ຄຸ້ມຄອງທີ່ດິນປຸກສ້າງ,ຄົ້ນຄວ້າວາງລະບຽບການກ່ຽວກັບການຄຸ້ມຄອງ,ການປົກປັກຮັກສາ,ການພັດທະນາແລະການນຳໃຊ້ທີ່ດິນແລ້ວນຳສະເໜີຕໍ່ລັດຖະບານ. ຊຶ່ງບຸກຄົນ ແລະ ນິຕິບຸກຄົນ ມີສິດນຳໃຊ້ທີ່ດິນດັ່ງນີ້: ສິດປົກປັກຮັກສາທີ່ດິນ; ສິດໃຊ້ທີ່ດິນ;ສິດໄດ້ຮັບໝາກຜົນຈາກທີ່ດິນ;ສິດໂອນສິດນຳໃຊ້ທີ່ດິນ;ສິດສືບທອດສິດນຳໃຊ້ທີ່ດິນ.

ໂດຍ: ເພັງພາວັນ ອິນທະວົງ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...