Homeຂ່າວທ້ອງຖິ່ນມວນຊົນຮ່ວມບໍລິຈາກເລືອດຊ່ວຍສັງຄົມຢ່າງໜາແໜ້ນ

ມວນຊົນຮ່ວມບໍລິຈາກເລືອດຊ່ວຍສັງຄົມຢ່າງໜາແໜ້ນ

Published on

ມວນຊົນຈໍານວນ 1.000 ກວ່າຄົນເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫລືອສັງຄົມໃນໂອກາດສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກໃນນະຄອນຫລວງວຽງຈັນ ຂະນະທີ່ ແຕ່ລະປີຈຳນວນຜູ້ບໍລິຈາກເລືອດແບບສະໝັກໃຈ ເພີ່ມຂຶ້ນຢ່າງຕໍ່ເນື່ອງກວມເອົາ 90% ຂອງຈຳນວນຜູ້ບໍລິຈາກເລືອດທັງໝົດ.

ງານບໍລິຈາກເລືອດດັ່ງກ່າວນີ້ໂດຍອົງການກາແດງລາວ ຈັດງານສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ (14/6/2004-14/6/2016 )ພາຍໃຕ້ຄຳຂວັນ”ເລືອດເຊື່ອມຕໍ່ເຮົາໝົດທຸກຄົນ Blood connects us all” ຂຶ້ນໃນວັນທີ 10 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ ເພື່ອສະແດງເຖິງຄວາມຮູ້ບຸນຄຸນຂອງຜູ້ປະກອບສ່ວນບໍລິ ຈາກເລືອດ ຢ່າງຕໍ່ເນື່ອງໃນໄລຍະຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສິງ ເມໂນລາດ ຮອງປະທານ ອົງການກາແດງລາວ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ແລະ ກະຊວງ, ກົມກອງຕ່າງໆ ບໍລິສັດຫ່າງຮ້ານ ຕະຫລອດຮອດ ປະຊາຊົນເຂົ້າຮ່ວມ.

ປັດຈຸບັນ ສປປ ລາວ ມີສູນຮັບບໍລິຈາກເລືອດທັງໝົດ 17 ແຫ່ງ, ໜ່ວຍເກັບຮັກສາເລືອດ 17 ແຫ່ງ ແລະ ໂຮງໝໍກອງທັບມີ 6 ແຫ່ງ ເຊິ່ງກວມເອົາທຸກແຂວງໃນທົ່ວປະເທດ ແລະ ຍັງຈະສືບຕໍ່ຂະຫຍາຍຕື່ມອີກ.

ງານດັ່ງກ່າວ ແມ່ນໄດ້ເນັ້ນໃສ່ ເພື່ອໃຫ້ສັງຄົມ ແລະ ຜູ້ບໍລິຈາກເລືອດ ທັງຫລາຍເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນ ໃນການມີສ່ວນຮ່ວມໃນການບໍລິຈາກເລືອດ ເຊິ່ງຕ້ອງໄດ້ອາໄສຫລາຍໆພາກສ່ວນມີສ່ວນຮ່ວມຢ່າງກວ້າງຂວງ ແລະ ເອົາໃຈໃສ່ ປັດຈຸບັນຍັງມີຄົນເຈັບ ຜູ້ທີ່ຕ້ອງການເລືອດຢ່າງຫລວງຫລາຍ ໂດຍສະເພາະ ແມ່ນແມ່ ແລະ ເດັກນ້ອຍ ຍ້ອນວ່າຈໍານວນໜຶ່ງຍັງບໍ່ທັນເຂົ້າເຖິງການບໍລິການເລືອດພຽງພໍ ແລະ ທັນເວລາ ການບໍລິຈາກເລືອດ ແມ່ນໄດ້ຊ່ວຍຊີວິດຄົນຫລາຍໆລ້ານຄົນ ແລະ ສ້າງຮອຍຍິ້ມໃຫ້ກັບຜູ້ປ່ວຍ ການສົ່ງເລືອດໄດ້ຊ່ວຍໃຫ້ສຸຂະພາບຂອງຄົນເຈັບດີຂຶ້ນຫາຍຈາກຄວາມທໍລະມານ ເຮັດໃຫ້ເຂົ້າເຈົ້າມີຊີວິດຍືນຍາວ ແລະ ມີສຸຂະພາບທີ່ດີ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...