spot_img
HomeຊີວິດແລະຄວາມຮັກWedding-Sex-loveຂໍ້ດີ ແລະ ຂໍ້ເສຍຂອງການປ່ອຍນ້ຳທາງນອກ ແລະ ຄຳຖາມຍອດຮິດປ່ອຍນອກມີໂອກາດຖືພາໄດ້ບໍ່?

ຂໍ້ດີ ແລະ ຂໍ້ເສຍຂອງການປ່ອຍນ້ຳທາງນອກ ແລະ ຄຳຖາມຍອດຮິດປ່ອຍນອກມີໂອກາດຖືພາໄດ້ບໍ່?

Published on

ຄວາມຮັກ ກັບ ເຊັກສ໌ ເຮົາຍັງຈະມາເວົ້າກ່ຽວກັບເພດສຳພັນອີກເລື່ອງໜຶ່ງເຊິ່ງເລື່ອງນີ້ມັນບໍ່ແມ່ນສິ່ງທີ່ລາມົກ ຫຼື ເປິເປື້ອນໃດໆທັງໃດ ໃຫ້ຄິດວ່ານີ້ເປັນເພດສຶກສາ ເພາະມັນເປັນເລື່ອງທຳມະຊາດທີ່ເກີດມາຄູ່ກັບມະນຸດ ສະນັ້ນການມີຄວາມຮູ້ເລື່ອງເພດສຳພັນໄວ້ກໍ່ເປັນການດີ ຫົວຂໍ້ທີ່ເຮົາຈະມາເວົ້າວັນນີ້ແມ່ນ ຂໍ້ດີ ແລະ ຂໍ້ເສຍຂອງການປ່ອຍນ້ຳທາງນອກ ແລະ ຄຳຖາມຍອດຮິດປ່ອຍນອກມີໂອກາດຖືພາໄດ້ບໍ່? ເຊິ່ງຂໍ້ມູນນີ້ຖືກເປີດເຜີຍທີ່ເວັບໄຊ frynn.com ເຊິ່ງມັນເປັນເລື່ອງທີ່ໜ້າສົນໃຈຂອງໃຜຫຼາຍໆຄົນ ສະນັ້ນເຮົາໄປຮູ້ກັນເລີຍ

ຂໍ້ດີຂອງການປ່ອຍນ້ຳທາງນອກ

  1. ເປັນວິທີທີ່ໃຊ້ໄດ້ສະເໝີ ໃຫ້ຄວາມຮູ້ສຶກເປັນທຳມະຊາດ ອາໃສແຕ່ພຽງຄວາມອົດທົນ ແລະ ເພີ່ມຄວາມລະມັດລະວັງຫຼາຍຂຶ້ນເທົ່ານັ້ນ ຖ້າຄວາມຄຸມການປ່ອຍນ້ຳອະສຸຈິໄດ້ ໂດຍລໍຖ້າໃຫ້ຝ່າຍຍິງເຖິງຈຸດສຸດຍອດກ່ອນຈະໄດ້ຜົນດີທັງຄູ່
  2. ເປັນວິທີທີ່ງ່າຍ ສະດວກ ປະຫຍັດ ບໍ່ຕ້ອງເສຍເງິນຊື້ຖົງຢ່າງອະນາໄມ ບໍ່ຕ້ອງອາໃສເຄື່ອງມືແພດໃດໆທັງນັ້ນ
  3. ບໍ່ຕ້ອງຫຍຸ້ງກ່ຽວກັບຮໍໂມນ ຈິ່ງບໍ່ເຮັດໃຫ້ເກີດຜົນຂ້າງຄຽງຈາກການໃຊ້ຮໍໂມນຄືການໃຊ້ຢາຄຸມກຳເນີດ ຢາສີດຄຸທກຳເນີດ ຢາຝັງຄຸມກຳເນີດ ແລະ ແຜ່ນແປະຄຸມກຳເນີດ
  4. ບໍ່ມີຜົນຕໍ່ປະຈຳເດືອນ ເຮັດໃຫ້ປະຈຳເດືອນມາປົກກະຕິ ເມື່ອຢຸດໃຊ້ພາວະການຈະເລີນພັນຈະກັບມາທັນທີ

ຂໍ້ເສຍຂອງການປ່ອຍນ້ຳທາງນອກ

  1. ວິທີນີ້ເປັນວິທີທີ່ມີຄວາມສ່ຽງໃນການຖືພາສູງ ຜູ້ຊາຍບາງຄົນອາດສົງໃສວ່າເປັນຫຍັງແມ່ຍິງທີ່ນອນກັບຕົນເອງຈິ່ງຖືພາໄດ້ເມື່ອເວລາຫລັ່ງນ້ຳອະສຸຈິທຸກຄັ້ງແມ່ນປ່ອຍອອກທາງນອກ ແຕ່ກໍ່ຄືວ່າເລື່ອງແບບນີ້ມັນມີໂອກາດພາດໄດ້ງ່າຍຫຼາຍ
  2. ເຮັດໃຫ້ຄູ່ນອນມີຄວາມສຸກໄດ້ບໍ່ເຕັມທີ່ (ໂດຍສະເພາະຝ່າຍຊາຍ) ສ່ວນຝ່າຍຍິງມີໂອກາດເຖິງຈຸດສຸດຍອດໄດ້ໜ້ອຍລົງ ເພາະຝ່າຍຊາຍຕ້ອງຝືນໃຈເອົາອະໄວຍະວະເພດອອກກ່ອນໃນເວລາທີ່ຈະເຖິງຈຸດສຸດຍອດນັ້ນເອງ
  3. ໃນບາງກໍລະນີ (ໂດຍສະເພາະໄວລຸ້ນມືໃໝ່) ມັກເກີດອາການຕື່ນເຕັ້ນຈິ່ງເຮັດໃຫ້ເກີດຫລັ່ງນ້ຳອະສຸຈິໄວ ຫຼື ບໍ່ສາມາດຄວບຄຸມຈັງຫວະການປ່ອຍນ້ຳອອກໄດ້ ຄວາມສ່ຽງການຖືພາຂອງແມ່ຍິງກໍ່ຈະສູງຫຼາຍຂຶ້ນ
  4. ບໍ່ສາມາດປ້ອງກັນໂຣກຕິດຕໍ່ທາງເພດສຳພັນໄດ້ ໂດຍສະເພາະ ເອສ, ໜອງໃນ, ຫອນໄກ່ ແລະ ອື່ນໆ

ຄຳຖາມຍອດຮິດປ່ອຍນອກມີໂອກາດຖືພາໄດ້ບໍ່?

ຄຳຖາມ:​ມີຫຍັງກັບແຟນແລ້ວປ່ອຍນອກຈະຖືພາໄດ້ບໍ່?

ຄຳຕອບ: ບໍ່ແນ່ໃຈ ເພາະຂຶ້ນຢູ່ກັບຫຼາຍໆປັດໄຈ ແຕ່ມັນກໍ່ຂຶ້ນຢູ່ກັບລະດັບຄວາມສ່ຽງ ແລະ ຂຶ້ນກັບວັນທີທີ່ມີປະຈຳເດືອນຮອບສຸດທ້າຍ ວັນທີ່ມີເພດສຳພັນໃນຊ່ວງຕົກໄຂ່ ຫຼື ບໍ່ ເປັນຕົ້ນ

ຄຳຖາມ: ມີຫຍັງກັບແຟນເຮັດແລ້ວຍົກໜຶ່ງແລ້ວກັບມາເຮັດອີກໃນເວລາທີ່ສອດໃສ່ອີກຄັ້ງຢາກຮູ້ວ່າ ຈະມີນ້ຳອະສຸຈິປົນມາກັບນ້ຳລໍ່ລື້ນ ຫຼື ບໍ່?

ຄຳຕອບ: ຂຶ້ນຢູ່ກັບເວລາທີ່ມີເພດສຳພັນວ່າທ່ານກັບມາເຮັດຄືນນັ້ນໃຊ້ໄລຍະຫ່າງຂອງເວລາພຽງໃດຖ້າກັບມາມີເຊັກສ໌ໄວກໍ່ຈະມີຄວາມສ່ຽງສູງເພາະເຊື້ອອະສຸຈິທີ່ຢູ່ໃນທໍ່ປັດສະວະທ່ານຍັງອອກບໍ່ໝົດ ຫຼື ຍັງບໍ່ທັນຕາຍ ຍິ່ງທ່ານແຊ່ອະໄວຍະເພດຊາຍໃນອະໄວຍະວະເພດຍິງດົນກໍ່ຍິ່ງມີໂອກາດຫຼາຍໃນການຖືພາ ເຖິງຈະເຮັດແລ້ວບໍ່ແລ້ວກໍ່ຕາມ

ຄຳຖາມ:​ຫຼັງນ້ຳແຕກທາງນອກແລ້ວບໍ່ໄດ້ສອດອະໄວຍະວະເພດກັບເຂົ້າໄປອີກຄັ້ງ ຈະມີໂອກາດຖືພາໄດ້ ຫຼື ບໍ່?

ຄຳຕອບ: ບໍ່ຖືພາແນ່ນອນ ເພາະການຈະຖືພາແມ່ນຕ້ອງມາຈາກການສອດໃສ່ຄືນເທົ່ານັ້ນ ພຽງຖູໆຢູ່ທາງນອກບໍ່ສາມາດຖືພາໄດ້ ເພາະອະສຸຈິທີ່ຢູ່ທາງນອກຈະມີອາຍຸສັ້ນບໍ່ພໍເທົ່າໃດນາທີກໍ່ຕາຍ

ຄຳຖາມ: ມີຫຍັງກັບແຟນ ແລະແຟນໄດ້ປ່ອຍນ້ຳອອກທາງນອກແລ່ວກັບມາສອດເຂົ້າໃໝ່ ຫຼັງຈາກມາມີເພດສຳພັນແລ້ວ ເຮົາຄວນກິນຢາຄຸມສຸກເສີນໃສ່ອີກບໍ່?

ຄຳຕອບ: ການປ່ອຍນ້ຳທາງນອກແມ່ນການຫຼຸດຄວາມສ່ຽງຂອງການຖືພາ ແຕ່ບໍ່ໄດ້ໝາຍຄວາມວ່າຈະຄຸມກຳເນີດໄດ້ ຫາກທ່ານບໍ່ໝັ້ນໃຈໃຫ້ກິນຢາຄຸມສຸກເສີນປ້ອງກັນເລີຍດີກວ່າ

ຄຳຖາມ:​ ຄັ້ງທຳອິດປ່ອຍນ້ຳທາງນອກ ແຕ່ຄັ້ງທີ 2-3 ແມ່ນໃສ່ຖົງຢາງອະນາໄມ ຈະມີໂອກາດຖືພາໄດ້ຫຼືບໍ່?

ຄຳຕອບ: ຕັ້ງແຕ່ຄັ້ງທຳອິດບໍ່ມີການປ້ອງກັນກໍ່ມີຄວາມສ່ຽງຖືພາໄດ້

ຄຳຖາມ: ມີຫຍັງກັບແຟນໃນວັນຢຸດປະຈຳເດືອນພໍດີ  ແລະ ໄດ້ມີການປ່ອຍນ້ຳທາງນອກໂອກາດແຟນຈະຖືພາສູງຫຼາຍບໍ່?

ຄຳຕອບ: ໂອກາດຖືພາມີແຕ່ກໍ່ໜ້ອຍ ເພາະຍັງຢູ້ໃນຊ່ວງປອດໄພ ແຕ່ຈະປອດໄພຫຼາຍຂຶ້ນຫາກມີເພດສຳພັນໃນຊ່ວງໃກ້ເປັນປະຈຳເດືອນຄື ໜ້າ7 ຫຼັງ 7

ຄຳຖາມ: ປ່ອຍນ້ຳອອກໃນບໍລິເວນຂອບປາກຊ່ອງຄອດຈະຖືໄດ້ບໍ່?

ຄຳຕອບ: ມີຄວາມສ່ຽງຖືພາສູງ ເພາະຕົວອະສຸຈິຍັງສາມາດລອຍເຂົ້າໄປໃນຊ່ອງຄອດຂອງແມ່ຍິງໄດ້ ແລະ ເຮັດການປະຕິສົນທິໄດ້ຢູ່

ຄຳຖາມ: ແຟນປ່ອຍນ້ຳທາງນອກແລ້ວ ເຮົາເອົາສະລີບມານຸ່ງໃສ່ທັນທີໂດຍທີ່ເຮົາກໍ່ບໍ່ໄດ້ອາບນ້ຳ ຫຼື ລ້າງອອກທັນທີພັດຄາບອະສຸຈິທີ່ຕິດກັບສະລີບໄປເຖືອຖືກບໍລິເວນຊ່ອງຄອດພໍດີ ມີໂອກາດຖືພາໄດ້ຫຼືບໍ່?

ຄຳຕອບ: ມີຄວາມສ່ຽງຖືພາໄດ້ເຊັ່ນດຽວກັນ

ຄຳຖາມ:​ ເມື່ອເວລາປ່ອຍນ້ຳອອກທາງນອກແລ້ວເອົາເຈ້ຍທິດຊູ້ເຊັດ ແລ້ວມີເພດສຳພັນຕໍ່ອີກຈະມີໂອກາດຖືພາໄດ້ຫຼືບໍ່?

ຄຳຕອບ: ມີຄວາມສ່ຽງສູງຫຼາຍ ເພາະໃນທໍ່ປັດສະວະຍັງມີນ້ຳເຊື້ອຕົກຄ້າງຢູ່ ແລະ ພ້ອມຈະດີດຕົວອອກມາໃນລະຫວ່າງມີເພດສຳພັນຄັ້ງຕໍ່ໄປ

ຄຳຖາມ:​ ມີຫຍັງກັບແຟນຄັ້ງທຳອິດແລ້ວປ່ອຍນ້ຳອອກນອກ ຈາກນັ້ນກໍ່ໄປລ້າງແລ້ວລີດນ້ຳອອກໝົດແລ້ວຈິ່ງກັບມາເຮັດໃໝ່ແບບນີ້ຈະຖືພາໄດ້ ຫຼື ບໍ່?

ຄຳຄອບ: ມີຄວາມສ່ຽງສູງ ເຖິງວ່າທ່ານຈະລີດນ້ຳອະສຸຈິອອກຈົນໝົດແລ້ວ ແຕ່ໃນທໍ່ປັດສະວະກໍ່ຍັງຄົງມີນ້ຳເຊື້ອອະສຸຈິເຫຼືອຢູ່ ສະນັ້ນເມື່ອເວລາກັບໄປເຮັດຕໍ່ທັນທີກໍ່ຈະມີຄວາມສ່ຽງທີ່ຝ່າຍຍິງຈະຖືພາກໄດ້

ທີ່ມາ: http://frynn.com/

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...