HomeBaby-ແມ່ແລະເດັກການຮຽນຮູ້ຂອງສະໝອງ ແລະ ຊ່ວງໄວອາຍຸແຫ່ງການເສີມພັດທະນາການສະໝອງຂອງລູກນ້ອຍ

ການຮຽນຮູ້ຂອງສະໝອງ ແລະ ຊ່ວງໄວອາຍຸແຫ່ງການເສີມພັດທະນາການສະໝອງຂອງລູກນ້ອຍ

Published on

ພັດທະນາການຂອງເດັກນ້ອຍ ແລະ ການຮຽນຮູ້ຂອງສະໝອງ
ການທຳງານຂອງສະໝອງເດັກນ້ອຍແມ່ນມີປະສິດທິພາບທີ່ສຸດ ແລະ ຍັງມີການພັດທະນາຢ່າງໄວ ໂດຍຂະບວນ ການຮຽນຮູ້ຂອງສະໝອງມີການຮັບ-ສົ່ງຂໍ້ມູນເປັນວົງຈອນຢ່າງຕໍ່ເນື່ອງພາຍໃຕ້ 3 ຂະບວນການຫຼັກ ເລີ່ມຕົ້ນຈາກການຮັບຮູ້ຕໍ່ສິ່ງຕ່າງໆໂດຍຮັບຂໍ້ມູນຜ່ານປະສາດສຳພັດທັງ 7 ດ້ານນັ້ນຄື : ການເບິ່ງເຫັນ, ການໄດ້ຍິນ, ຮັບຮູ້ກິ່ນ, ສຳພັດຣົດຊາດ, ການສຳພັດ, ການເຄື່ອນໄຫວ ແລະ ການຊົງຕົວ ຕໍ່ດ້ວຍການປະມວນຜົນຂໍ້ມູນ ໂດຍຈັດກຸ່ມ ແຍກແຍະ ຄັດເລືອກຂໍ້ມູນ ແລະ ຄວາມຮູ້ສຶກຂອງສະໝອງຕໍ່ສິ່ງທີ່ຮັບເຂົ້າມາ ແລະ ການຕອບສະໜອງ ຫຼັງຈາກການປະມວນຜົນຂໍ້ມູນປຽບທຽບກັບປະສົບການໃນອະດີດແລ້ວ ກໍ່ຈະມີການຕອບສະໜອງຕໍ່ສິ່ງເຫຼົ່ານັ້ນ ມັນຈະຊ່ວຍຕໍ່ຍອດໄປສູ່ການພັດທະນາສະໝອງທຸກດ້ານຂອງລູກນ້ອຍໄດ້ເປັນຢ່າງດີ

ຊ່ວງໄວອາຍຸແຫ່ງການເສີມພັດທະນາການສະໝອງຂອງລູກນ້ອຍ
ພໍ່ແມ່ຈະສາມາດຊ່ວຍເສີມພັດທະນາການສະໝອງຂອງລູກນ້ອຍໃຫ້ເຕັມສັກກະຍາພາບໄດ້ ຕ້ອງຄຳນຶງເຖິງຊ່ວງໄວອາຍຸເປັນພິເສດ ເພາະໄວເດັກເປັນຊ່ວງທີ່ສະໝອງຈະສ້າງ ແລະ ພັດທະນາເຄືອຄ່າຍໃຍປະສາດ ເຊິ່ງຮຽກວ່າເປັນໄວຕ່າງທາງໂອກາດ (0-6 ປີ) ຫຼັງຈາກນັ້ນຊ່ວງອາຍຸ 6-10 ປີ ການພັດທະນາການຂອງເດັກຈະເປັນການປັບແຕ່ງ ຈັດເກັບ ໂດຍຈະເກັບໃຍປະສາດສ່ວນທີ່ໃຊ້ເລື່ອຍໆ ແລະ ສ່ວນທີ່ບໍ່ໄດ້ໃຊ້ຈະຖືກຕັດອອກ ເຮົາເອີ້ນໄລຍະນີ້ວ່າ ໄລຍະອ່ອນໄຫວ ເມື່ອເດັກນ້ອຍອາຍຸໄດ້ 10 ປີ ເຄື່ອຂ່າຍໃຍປະສາດຈະຄົງໄວ້ໃນສ່ວນທີ່ໄດ້ຮັບການພັດທະນາເທົ່ານັ້ນ ສະນັ້ນຫາກສະໝອງຂອງລູກຖືກກະຕຸ້ນ ແລະ ຝຶກຝົນໃນຊ່ວງເວລາທີ່ເໝາະສົມ ເຄື່ອຂ່າຍຂອງໃຍປະສາດກໍ່ຈະມີການພັດທະນາຢ່າງໄວ ແລະ ສົ່ງເສີມໃຫ້ສະໝອງຂອງລູກພັດທະນາຄວາມສະຫຼາດໄດ່ຢ່າງເຕັມທີ່ມີປະສິດທິພາບ

ທີ່ມາ: http://www.mamaexpert.com/topic/20104

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...