spot_img
Homeຂ່າວທ້ອງຖິ່ນຈຳ­ປາ​ສັກ​ຕ້ອງ­ການ​ທຶນ 600 ຕື້​ກີບ​ ພັດ­ທະ­ນາ​ລະ­ບົບ​ນໍ້າ​ປະ­ປາ

ຈຳ­ປາ​ສັກ​ຕ້ອງ­ການ​ທຶນ 600 ຕື້​ກີບ​ ພັດ­ທະ­ນາ​ລະ­ບົບ​ນໍ້າ​ປະ­ປາ

Published on

ແຂວງຈຳ­ປາສັກ ກໍຄືບໍ­ລິ­ສັດລັດວິສາຫະກິດນ້ຳປະ­ປາ ແຂວງຍັງມີຄວາມຕ້ອງ­ການນຳໃຊ້ທຶນຢ່າງໜ້ອຍ 75 ລ້ານ ໂດລາສະ­ຫະ­ລັດ ເພື່ອນຳໃຊ້ເຂົ້າໃນການ ພັດ­ທະ­ນາພື້ນ­ຖານໂຄງລ່າງກໍ່­ສ້າງໂຮງງານຜະ­ລິດນ້ຳ ແລະການຂະ­ຫຍາຍລະ ບົບທໍ່ນ້ຳໄປສູ່ບ້ານ ແລະເມືອງທີ່ຍັງບໍ່ທັນໄດ້ໃຊ້ ໂດຍຄາດວ່າຈະໃຊ້ເວ­ລາປະ­ມານ 5 ປີແຕ່ນີ້ຮອດ 2021 ຈະເຮັດໃຫ້ປະ­ຊາຊົນພາຍໃນແຂວງໄດ້ຊົມ­ໃຊ້ນ້ຳທີ່ສະ­ອາດ.

ທ່ານ ໄກ່ຄຳ ສຸ­ວັນ­ນະເມທີ ຜູ້ອຳນວຍການບໍ­ລິ­ສັດລັດວິສາຫະກິດນ້ຳປະປາ ແຂວງຈຳ­ປາສັກ ໄດ້ເປີດ­ເຜີຍຕໍ່ນັກຂ່າວໜັງ­ສື­ພິມ ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳແຂວງຮູ້­ເມື່ອບໍ່ດົນມານີ້ວ່າ: ຄວາມຕ້ອງການຊົມ­ໃຊ້ນ້ຳປະ­ປາທີ່ສະ­ອາດພາຍໃນແຂວງຈຳ­ປາສັກ ເຫັນວ່ານັບມື້ເພີ່ມຄວາມຕ້ອງ­ການຊົມ­ໃຊ້ສູງຂຶ້ນເລື້ອຍໆ ໂດຍສະເພາະແມ່ນບ້ານ ແລະເມືອງທີ່ຍັງບໍ່ທັນສາ­ມາດໃຫ້ບໍ­ລິ­ການໄປເຖິງ ຊຶ່ງປະ­ຈຸບັນບໍ­ລິ­ສັດລັດວິສາຫະກິດນ້ຳປະ­ປາ ແຂວງສາ­ມາດຕອບສະ­ໜອງນ້ຳໄດ້ພຽງແຕ່ 4 ຕົວເມືອງຄື: ເມືອງປາກເຊ, ເມືອງໂພນທອງ, ບ້ານດອນຕະ­ຫຼາດ (ເຂດບ້ານພັດ­ທະ­ນາເມືອງຈຳ­ປາສັກ) ແລະ ເມືອງໂຂງ, ສະ­ເພາະເມືອງປາກເຊມີກຳ­ລັງການຜະ­ລິດ 15 ພັນແມັດກ້ອນຕໍ່ວັນ ແລະສາ­ມາດເພີ່ມກຳ­ລັງການຜະ­ລິດໄດ້ 20 ພັນແມັດກ້ອນຕໍ່ວັນ, ເມືອງໂພນທອງ 700 ແມັດກ້ອນຕໍ່ວັນ, ບ້ານດອນຕະຫຼາດ 20 ແມັດກ້ອນຕໍ່ວັນ, ນອກ­ຈາກນີ້ ຍັງມີໂຮງ­ງານຜະ­ລິດນ້ຳປະ­ປາຂອງພາກເອ­ກະຊົນຢູ່ຫຼັກ 36 ເມືອງປາກຊ່ອງທີ່ກວມອັດ­ຕາການສະ­ໜອງນ້ຳປະປາພາຍໃນແຂວງ 30% ແລະມີກຳ­ລັງການຜະ­ລິດສູງເຖີງ 40 ພັນແມັດກ້ອນຕໍ່ວັນ.

ທ່ານ ໄກ່ຄຳ ສຸ­ວັນ­ນະເມທີ ລັດວິສາຫະກິດນ້ຳປະ­ປາແຂວງ ຍັງມີນ້ຳເຫຼືອໃຊ້ຢູ່ປະ­ມານ 20 ພັນແມັດກ້ອນຕໍ່ວັນ ຊຶ່ງໄລ­ຍະຜ່ານມາຄືເລີ່ມແຕ່ຕົ້ນປີ 2016 ແມ່ນໄດ້ມີການຂະ­ຫຍາຍທໍ່ນ້ຳໄປສູ່ບ້ານທີ່ຍັງບໍ່ໄດ້ຊົມ­ໃຊ້, ມາຮອດປະ­ຈຸບັນແມ່ນສາ­ມາດສຳ­ເລັດແລ້ວ 17 ບ້ານທີ່ນອນພາຍໃນຕົວເມືອງປາກເຊໄດ້ຊົມ­ໃຊ້ນ້ຳປະ­ປາ ແລະສືບ­ຕໍ່ບ້ານສຸດທ້າຍຂອງເມືອງຄືບ້ານພັດ­ທະ­ນາຄອນໄຫຼຄາດວ່າ ຈະໃຊ້ເວ­ລາອີກ 3 ເດືອນໃຫ້ປະ­ຊາ­ຊົນພາຍໃນບ້ານສາ­ມາດໄດ້ຊົມ­ໃຊ້ນ້ຳປະ­ປາຢ່າງຖາ­ວອນ.

ສຳ­ລັບວຽກງານການພັດ­ທະ­ນາພື້ນຖານໂຄງລ່າງການສະ­ໜອງນ້ຳປະປາທີ່ສະ­ອາດໃຫ້ກັບປະ­ຊາ­ຊົນແມ່ນມີຄວາມສຳ­ຄັນ ແລະມີຄວາມຈຳ­ເປັນທີ່ສຸດຕໍ່ປະ­ຊາ­ຊົນ, ໂດຍສະ­ເພາະແມ່ນດ້ານສຸ­ຂາອະ­ນາ­ໄມຄືການບໍ­ລິ­ໂພກ ແລະອຸ­ປະໂພກນ້ຳທີ່ສະ­ອາດ, ຊຶ່ງຍາມໃດອຳ­ນາດການປົກ­ຄອງແຂວງກໍຄືຄະ­ນະບໍ­ລິ­ຫານພວກເຮົາໄດ້ເອົາ­ໃຈ­ໃສ່ຢ່າງຈິງຈັງມາໂດຍຕະ­ຫຼອດ, ແຕ່ການພັດ­ທະ­ນາຜ່ານມາແມ່ນໄດ້ນຳໃຊ້ແຫຼ່ງທຶນທີ່ໄດ້ຈາກຜົນກຳ­ໄລທີ່ມີຈຳ­ກັດ ຈິ່ງເຮັດໃຫ້­ການພັດທະນາບໍ່ໄດ້ຕາມຄາດ­ໝາຍ, ດັ່ງ­ນັ້ນເພື່ອເຮັດໃຫ້ຄາດ­ໝາຍດັ່ງ­ກ່າວໄປຕາມເປົ້າໝາຍທີ່ວາງໄວ້ລັດວິສາຫະກິດນ້ຳປະ­ປາແຂວງຈຳ­ປາສັກພວກເຮົາມີຄວາມຕ້ອງ­ການທຶນຢ່າງໜ້ອຍ 75 ລ້ານໂດລາສະ­ຫະ­ລັດ ເພື່ອນຳໃຊ້ເຂົ້າໃນວຽກງານພື້ນ­ຖານໂຄງລ່າງ, ການກໍ່­ສ້າງໂຮງ­ງານ, ອ່າງເກັບນ້ຳ ແລະການຂະ­ຫຍາຍທໍ່ນ້ຳອື່ນໆ. ຫາກແຫຼ່ງທຶນທີ່ວ່ານັ້ນມີຄາດວ່າຈະໃຊ້ເວ­ລາປະ­ມານ 5 ປີ, ແຕ່ນີ້ຮອດທ້າຍປີ 2021 ຈະເຮັດໃຫ້ປະ­ຊາ­ຊົນພາຍໃນ  ແຂວງຈຳ­ປາສັກໄດ້ຊົມ­ໃຊ້ນ້ຳປະ­ປາທີ່ສະ­ອາດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...