ຂ້າພະເຈົ້າຈະນຳພາທ່ານໄປຮູ້ຈັກກັບສິລະປະທາງດ້ານສຽງເພງ ທີ່ແຕກຕ່າງກັບເພງທີ່ທ່ານເຄີຍໄດ້ຍິນເຄີຍໄດ້ຟັງມາ ເພາະມັນແຫວກແນວອີຫລີອີຫລໍເລີຍ.
ຄົນລາວທົ່ວໄປ ສ່ວນຫລາຍແລ້ວ ເຄີຍຄຸ້ນຟັງແຕ່ເພງແນວລູກທົ່ງບ້ານນາ, ສະຕິງປ໋ອບ, ຣ໋ອກ, ຮິບຮ໋ອບ… ເຊິ່ງສ່ວນຫລາຍແລ້ວແມ່ນມີເນື້ອໃນຫວານ, ກິນໃຈ, ຊຶ້ງ, ຫລືປຸກຈິດປຸກໃຈ… ວົນໄປວຽນມາກ່ຽວກັບຄວາມຮັກ, ອົກຫັກ ຫລືໃຫ້ແຮງບັນດານໃຈໃນການສູ້ຊີວິດ. ແຕ່ທ່ານເຄີຍຮູ້ບໍ ? ວ່າມີເພງອີກແນວໜຶ່ງທີ່ແຕກຕ່າງໄປຈາກນີ້ ນັ້ນກໍຄືເພງນອກຮີດ ຫລືເພງທາງດ້ານມືດ. ພາສາອັງກິດໃຊ້ຄຳວ່າ Black Metal ແປຄວາມໝາຍໄດ້ວ່າ ໂລຫະສີດຳ.
ແຕ່ຂໍບອກກ່ອນວ່າ ໃນປັດຈຸບັນນີ້ເພງແນວນີ້ບໍ່ໄດ້ເປັນຄືໃນແຕ່ກ່ອນ ! ເວົ້າແນວນີ້ຫລາຍຄົນອາດຈະມີຄຳຖາມໃນໃຈ ? ເພງແນວນີ້ໃນປັດຈຸບັນມີເນື້ອໃນເວົ້າເຖິງທຳມະຊາດ, ຕຳນານຕ່າງໆ, ນິທານພື້ນບ້ານ, ປັດຊະຍາ ແລະຈິນຕະນາການ. ເພງແນວນີ້ແຕ່ກ່ອນນັ້ນແມ່ນມີເນື້ອໃນກ່ຽວກັບການຕ້ານສາສະໜາຢ່າງຮຸນແຮງເລີຍ ເປັນຫຍັງຈຶ່ງເປັນແນວນັ້ນ ຄຳຕອບກໍມີວ່າ ເປັນຍ້ອນປະຫວັດສາດທີ່ມີມາແຕ່ກ່ອນ ຂໍຍົກຕົວຢ່າງໃນປະເທດນໍເວ ທີ່ແຕ່ກ່ອນນັ້ນຊາວຄິດສະຕຽນມາໂຈມຕີ ແລະຮຸກຮານ ແລະບັງຄັບໃຫ້ຄົນນັບຖືສາສະໜາ ຖ້າໃຜບໍ່ຖືກໍຖືກຂ້າ ມັນເລີຍເປັນຮອຍທີ່ຖືກຈາລຶກຢູ່ໃນໃຈຂອງລູກຫລານຜູ້ທີ່ຖືກຂ້ານັ້ນຕະຫລອດມາ.
ເພງແນວນີ້ມັນເກີດຂຶ້ນໃນແຖວປະເທດເອີລົບຕອນກາງປະມານປີ 1980 ແລະປະເທດໃນແຖວສະກາດິນາວຽນ ກ່ອນປີ 1990 ການຫລິ້ນດົນຕີນັ້ນປະກອບດ້ວຍ : ຄົນຮ້ອງ, ກີຕ້າ, ເບດ, ກອງ, ດົນຕີສັງເຄາະສຽງ… ມີຫລາຍປະເທດທີ່ມີຄົນນິຍົມເພງນີ້ ເປັນຕົ້ນແມ່ນ : ນໍເວ, ສະວີເດັນ, ຟິນແລນ, ໂປແລນ ມີຫລາຍວົງທີ່ເກີດຂຶ້ນໃນຫລາຍປະເທດຄື ຝຣັ່ງ, ອັງກິດ, ເຢຍລະມັນ….. ສ່ວນໃນອາຊີໃຕ້ກໍມີປະທດໄທຍ… ແລະລາວກໍມີຄືກັນ. ເພງນອກຮີິດນີ້ ໄດ້ຮັບອິດທິພົນມາຈາກດົນຕີປະເພດ ເດດ ເມທັລ, ສະປີດເມທັລ, ຮາດຣ໋ອກ…
ພາບພົດຂອງເພງນອກຮີດມີ :
- ເນື້ອຮ້ອງກ່າວເຖິງການຕໍ່ຕ້ານສາສະໜາຄິດ ແລະສາສະໜາອື່ນໆ ກ່ຽວກັບຄວາມຕາຍ ແລະສິ່ງຊົ່ວຮ້າຍຂອງມະນຸດ
- ໂລກນີ້ບໍ່ມີພະເຈົ້າ ແລະຕ້ອງບູຊາຊາຕານ
- ການແຕ່ງໂຕມີເລືອດ, ຫົວສັດ ແລະອາວຸດສົງຄາມ
- ການແຕ່ງໂຕແບບສົບຄົນຕາຍ ໃຊ້ສີດຳ – ຂາວ, ລູກປືນເປັນໜາມໃສ່ສຸບໃສ່ແຂນ.
ໂດຍເນື້ອຫາທີ່ຮຸນແຮງແລ້ວ ບວກກັບດົນຕີຍິ່ງຮຸນແຮງເພີ່ມທະວີ ສຽງຄົນຮ້ອງຟັງອາດຈະບໍ່ຄ່ອຍ
ເຂົ້າໃຈ, ສຽງກີຕ້າແລະສຽງກອງບາດແກ້ວຫູແຈ໋ດໆ ສຳລັບຄົນທີ່ບໍ່ເຄີຍໄດ້ຍິນ ແລະບໍ່ມັກ ເມື່ອໄດ້ຍິນສຽງເພງແນວນີ້ແລ້ວ ແມ່ນໜີຫ່າງທັນທີ ອາດຈະມີຄວາມເຫັນວ່າ ຟັງເພງແນວບ້າໆ ແຕ່ສຳລັບພວກທີ່ຫູເຫລັກ ແລະມັກແລ້ວ ແມ່ນຖືວ່າ ມັນເລົ້າໃຈໄດ້ອາລົມອີຫລີ.
ຂໍແນະນຳບາງວົງທີ່ດັງໆ ເປັນຕົ້ນແມ່ນ : ບີຮີໂມດ Behemoth , ດີຄິດ Deicide, ວີນອມ
Venom, ນາກາຣົດ Nargaroth, ອີວີເກດ ຣິກ Ewiges Reich, ບັດທໍຣີ Bathory, ໂກໂກຣົດ Gorgoroth, ເມເຮມ Meyhem, ເບີຊຳ Burzum, ຊາໂຄຟາໂກ Sarcofago……
ທີ່ຂ້າພະເຈົ້າແນະນຳ ຫລືອະທິບາຍຂະຫຍາຍຄວາມມາ ບໍ່ແມ່ນເພື່ອໂຄສະນາຊວນເຊື່ອໃຫ້ມັກເພງແນວນີ້ດອກ ! ແຕ່ຢາກໃຫ້ທ່ານຜູ້ອ່ານຮັບຮູ້ເອົາໄວ້ ເພື່ອເປັນຄວາມຮູ້ປະດັບພູມປັນຍາ ເພາະໃນຍຸກໂລກາພິວັດນີ້ ໂລກມັນເຊື່ອມເຖິງກັນໃນທົ່ວທຸກມູມໂລກ ພວກເຮົາຄວນຈະເປີດໃຈຮັບຮູ້ໃນສິ່ງໃໝ່ ມີຈິນຕະນາການໃໝ່ໆ ! ແລະເປີດກວ້າງທາງດ້ານດົນຕີໃຫ້ຫລາຍຂຶ້ນ.
ເພງນອກຮີດນີ້ ແມ່ນຂຶ້ນກັບຄວາມພໍໃຈຂອງຄົນຟັງ ບໍ່ແມ່ນເອົາຈຳນວນປະລິມານມາວັດກັນ ! ແລະບໍ່ແລ່ນໄປຕາມກະແສສັງຄົມທີ່ເປັນຢູ່ໃນປັດຈຸບັນ.
ຖ້າໃຜທີ່ໄດ້ຍິນຄົນອື່ນຟັງເພງແນວນີ້ ບໍ່ຄວນໄປເວົ້າໃສ່ເຂົາວ່າຜີບ້າ ! ເພາະເຮົາກະຮູ້ກັນດີຢູ່ແລ້ວວ່າ ມະນຸດມະນານີ້ມັນມັກບໍ່ຄືກັນ ! ຂະໜາດວ່າຝາແຝດຮູບຮ່າງໜ້າຕາລູກພໍ່ແມ່ດຽວກັນ ຍັງມັກບໍ່ຄືກັນເລີຍ ! ອີກເຫດຜົນໜຶ່ງຄົນທີ່ມັກເພງແນວນີ້ນັ້ນ ກໍເພາະມີອາລົມຮຸນແຮງ ຕ້ອງການເອົາດົນຕີແຮງໆໄປລະບາຍໃນໃຈ ສ່ວນການໃຊ້ຊີວິດໃນປະຈຳວັນກໍເປັນຄົນປົກກະຕິທົ່ວໆໄປ.
ຂໍ້ມູນອ້າງອີງຈາກ : ເວບໄຊກູເກິລ
ນິຕະຍະສານ ສາລະຄະດີ ປີທີ 22 ສະບັບ 264 ໜ້າ 151