Homeຂ່າວພາຍ​ໃນ10 ອັນດັບອາຊີບທີ່ຕະຫຼາດແຮງງານຕ້ອງການຫຼາຍທີ່ສຸດໃນປີ 2016

10 ອັນດັບອາຊີບທີ່ຕະຫຼາດແຮງງານຕ້ອງການຫຼາຍທີ່ສຸດໃນປີ 2016

Published on

ແຜນຊີວິດໃນປີ 2016 ຂອງບາງຄົນອາດມີໂຄງການຫາວຽກໃໝ່ທີ່ດີກວ່າ ແລະ ຫາກກຳລັງເບິ່ງຫາຄຳຕອບຂອງອາຊີບທີ່ຄວນເຮັດໃນປີ 2016 ວັນນີ້ລາວໂພສຕ໌ ກໍ່ໄດ້ນຳເອົາ 10 ອັນດັບອາຊີບທີ່ຕະຫຼາດແຮງງານຕ້ອງການຫຼາຍທີ່ສຸດໃນປີ 2016 ມາຝາກກັນ ຈາກ Career Builder ເວັບໄຊຂອງຫ້າງສັບພະສິນຄ້າຍັກໃຫຍ່ຈາກອາເມລິກາ ທີ່ສຳຫຼວດສະຖິຕິຕຳແໜ່ງວຽກທີ່ຕ້ອງການທີ່ສຸດໃນຕະຫຼາດແຮງງານຂອງປີ 2016 ໂດຍອາໃສຖານຂໍ້ມູນຈາກ Economic Modeling Specialists Intl. (EMSI) ດ້ວຍການວິເຄາະຕຳແໜ່ງທີ່ບັນດາບໍລິສັດປະກາດຮັບພະນັກ ງານ ເຊິ່ງຈະມີອາຊີບໃດແນ່ເຮົາມາເບິ່ງກັນເລີຍ

Doctor

1. ອາຊີບແພດ
2. ອາຊີບນັກພັດທະນາແອັບພີລເຄເຊິນ ແລະ ຊອບຕ໌ແວຣ
3. ອາຊີບຜູ້ຈັດການຝ່າຍການຕະຫຼາດ

Marketing

4. ອາຊີບຜູ້ຈັດການຝ່າຍການຂາຍ
5. ອາຊີບບຸກຄະລາກອນທາງການແພດ
6. ອາຊີບຜູ້ດູແລ ແລະ ບໍລິຫານລະບົບເຄືອຂ່າຍ (Network administrator)

Egi

7. ອາຊີບວິສະກອນອຸດສະຫະກຳ
8. ອາຊີບນັກວິເຄາະລະບົບຄອມຜິວເຕີ (Computer systems analysts)
9. ອາຊີບນັກພັດທະນາເວັບໄຊ໌ (Web developer)
10. ອາຊີບຜູ້ຈັດການຝ່າຍບັນຊີ – ການເງິນ

ຕຳແໜ່ງວຽກທັງໝົດທີ່ຜ່ານການສຳຫຼວດມາຈາກຫຼາຍແຫ່ງ ເຖິງແມ່ນວ່າຈະເປັນຜົນສຳຫຼວດຈາກຕ່າງປະເທດກໍ່ຕາມ ແຕ່ສຳລັບບ້ານເຮົາແລ້ວກໍ່ເໝືອນວ່າຕະຫຼາດອາຊີບທີ່ກ່າວມາຂ້າງເທິງຍັງມີຄວາມຕ້ອງການເປັນຢ່າງຍິ່ງ ເພາະປະເທດເຮົາກຳລັງມີການພັດນາຫຼາຍດ້ານ.

ທີ່ມາ: http://money.kapook.com/

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...