Homeຂ່າວພາຍ​ໃນຖ້າພົບເຫັນພໍ່ຄ້າເອົາປຽບຜູ້ບໍລິໂພກ ສາມາດແຈ້ງສາຍດ່ວນ 1510 ລົງກວດສອບໄດ້

ຖ້າພົບເຫັນພໍ່ຄ້າເອົາປຽບຜູ້ບໍລິໂພກ ສາມາດແຈ້ງສາຍດ່ວນ 1510 ລົງກວດສອບໄດ້

Published on

ໃນໄລຍະຜ່ານມາບັນຫາການປ້ອມແປງສິນຄ້າ, ການນຳເຂົ້າສິນຄ້າທີ່ບໍ່ໄດ້ຄຸນນະພາບ ລວມທັງການຄ້າຂາຍສິນຄ້າຜິດກົດໝາຍ ຍັງມີພົບເຫັນໃນສັງຄົມ ເຊິ່ງຜູ້ຊົມໃຊ້ ກໍ່ມີຄວາມຫຍຸ້ງຍາກໃນການລາຍງານ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ, ສະນັ້ນ ເພື່ອເປັນການປະຕິບັດກົດໝາຍ ປົກປ້ອງຜູ້ຊົມໃຊ້ ໃຫ້ໄດ້ຮັບໝາກຜົນລວມທັງການລົງກວດສອບໂດຍໄວ້ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ເປີດການນຳໃຊ້ໂທສະສັບສາຍດ່ວນ ໝາຍເລກ 1510 ໂດຍບໍ່ໄດ້ເສຍຄ່າ.

ສາຍດ່ວນ 1510 ຈະເປັນຊ່ອງທາງ ໃນການປະສານເພື່ອແຈ້ງໃຫ້ໜ່ວຍງານຮັບຜິດຊອບ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ພ້ອມທັງເປັນການກະຕຸ້ນຊຸກຍູ້ໃຫ້ຜູ້ດຳເນີນທຸລະກິດ ຕ່າງໆ ຕ້ອງເອົາໃຈໃສ່ຜະລິດ ຈຳໜ່າຍສິນຄ້າ ຫຼື ໃຫ້ການບໍລິການທີ່ມີຄຸນນະພາບ ມາດຕະຖານ ມີຄວາມປອດໄພ ແລະ ລາຄາເໝາະສົມ.

ຂ່າວຈາກ: ເສດຖະກິດ – ການຄ້າ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...