Home​ຂ່າວທ່ອງທ່ຽວທ່ຽວແດນໃຕ້ ໄປປາກຊ່ອງດິນແດນໝາກກາເຟ

ທ່ຽວແດນໃຕ້ ໄປປາກຊ່ອງດິນແດນໝາກກາເຟ

Published on

ເມືອງປາກຊ່ອງ ນອກຈາກຈະມີຊື່ສຽງເປັນດິນແດນມີກາເຟແຊບຕິດອັນດັບໂລກແລ້ວດິນແດນແຫ່ງນີ້ຍັງອຸດົມສົມບູນໄປດ້ວຍແຫລ່ງທ່ອງທ່ຽວທາງທໍາມະຊາດ ເປັນຕົ້ນທິວທັດທໍາມະຊາດປ່າສະຫງວນດົງຫົວສາວ, ທໍາມະຊາດດ່ານສິນໄຊ,​ທໍາມະຊາດເຂດບ້ານຫນອງຫລວງດິນແດນທີ່ມີດອກກຸຫລາບ1.000ປີ, ພູເທວະດາ(ປາກພູໄຟ)ທີ່ພົ່ນຄວາມອຸດົມສົມບູນມາສູ່ດິນແດນແຫ່ງນີ້ເມື່ອຫລາຍລ້ານປີ ແລະແຫ່ງອື່ນທີ່ພ້ອມໃຫ້ທ່ານໄດ້ສຳພັດກັບຄວາມງາມຕົວຈິງຢ່າງທີ່ທ່ານບໍສາມາດຈິນຕະນາ ການລ່ວງຫນ້າໄດ້ເລີຍ.

59.1

 

ນອກ​ຈາກ​ທຳ​ມະ​ຊາດ ປາກ​ຊ່ອງ​ຍັງ​ເປັນ​ດິນ​ແດນ​ຊົນ​ຊາດ​ຊົນ​ເຜົ່າ​ທີ່​ຍັງ​ຮັກ​ສາ​ໄດ້​ຮີດ​ຄອງ​ປະ​ເພ​ນີ ​ເຮັດ​ໃຫ້​ດິນ​ແດນ​ແຫ່ງນີ້ມີ​ຄວາມ​ຫາກ​ຫລາຍ​ທາງ​ດ້າ​ນວັດ​ທະ​ະ​ທຳ ທີ່​ຫ​ນ້າ​ສຶກ​ສາ​ຄົ້ນ​ຄວ້າ. ໂດຍ​ສະ​ເພະ​ກໍ​ແມ່ນ​ຢ້ຽມ​ຊົມ​ວິ​ຖີ​ຊີ​ວິດ ແລະ ​ການ​ຜະ​ລິດ​ກາ​ເຟ​ຂອງ​ຊາວ​ເມືອງ​ເຊິ່ງ​ທ່ານ​ສາ​ດ​ເບິ່ງ​ວິທີການປູກກາເຟໃຫ້ໄດ້ກາເຟທີ່ທີລົດຊາດ ຈົນເປັນທີ່ຕິດໃຈຂອງນັກດື່ມທົ່ວໄປ.

ຈາກແຫລ່ງທ່ອງທ່ຽວທີ່ທໍາມະຊາດສ້າງຂຶ້ນແລ້ວ ປາກຊ່ອງຍັງມີແຫລ່ງທ່ອງທ່ຽວທີ່ສະແດງໃຫ້ເຫັນເຖິງການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຕົ້ນ: ອ່າງນໍ້າ ແລະປ່າແປກ, ແຫລ່ງທ່ອງທ່ຽວເຂື່ອນໄຟ້ຫ້ວຍເຫາະ, ສູນຄົ້ນຄວ້າກະສິກໍາໂນນສູນອີ່ຕູ້ຫລັກ35 ແລະສວນກາເຟບໍລິສັດດາວເຮືອງ.

1173875_orig

ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ທຳ​ມະ​ຊາດ ແລະ​ມີ​ຝົນ​ຕົກ​ເກື​ອບ​ຕ​ະ​ຫລອດ​ປີ, ປາກຊ່ອງຈິ່ງ​ຖື​ເປັນ​ດິນ​ແດ່ນ​ແຫ່ງ​ນ້ຳ​ຕົກ​ຕາດ ເພາະ​ມີ​ນ້ຳ​ຕົກ​ຕາດ​ທີ່​ຜ່ານ​ການ​ເກັບ​ກຳ​ສຳ​ຫລວດ​ເຖິງ24ແຫ່ງ ເຊິ່ງ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ເປັນ​ນຳ​ຕົກ​ທີ່​ງົດ​ງາມ ເປັນຕົ້ນນໍ້າຕົກຕາດອີ້​ຕູ້, ຕາດ​ຟານ, ຕາດ​ເຢືອງ, ຕາດ​ຖ້ຳ​ຈຳ​ປີ,ຕາດຫົວຊ້າງ, ຕາດຊ້າງເສັດຄົດ,  ຕາດແຊກະຕາມຕົກ, ຕາດ7ຊັ້ນ ແລະອີກຫລາຍໆແຫ່ງ.

42145_1

ປັດຈຸບັນນໍ້າຕົກຕາດທີ່ບໍ່ໄກຈາກເມືອງປາກເຊປານໃດ ທີ່ທ່ານສາມາດເຂົ້າຊົມຢ່າງສະດວກສະບາຍກໍມີນໍ້າຕົກຕາດອີ​ຕູ້​ບ້ານ​ຫລັກ35 ຫລື​ຫ່າງ​ຈາກ​ເມືອງ​ປາກ​ເຊ​ປະ​ມານ35ຫລັກ, ຕາດຟານ ຫ່າງຈາກເມືອງປາກເຊປະມານ38​ຫລັກ,ຕາດເຢືອງ ຫ່າງຈາກເມືອງປາກເຊປະມານ40ຫລັກທີ່ມີການບໍລິການດ້ານອາຫານ,ທີ່ພັກ. ພ້ອມນີ້ສະຖານທີ່ດັ່ງກ່າວທ່ານຍັງສາມາດ​ຊື້ກາເຟ,ຊາທີ່ຜະລິດຈາກຂາວບ້ານ ແລະ ເຄື່ອງປ່າຂອງດົງທີ່ເປັນຜະລິດຕະພັນພື້ນບ້ານໃນລາຄາຖືກ.

5.....

ປາກຊ່ອງນອກຈາກມີຊື່ສຽງດ້ານການທອງທ່ຽວທີ່ກ່າວມາຂ້າງເທີງ ເມືອງປາກຊ່ອງຍັງເປັນດິນແດນທີ່ມີຮ່ອງຮອຍການຕໍ່ສູ້ໃນສະໄຫມສົງຄາມ ຮ່ອງຮອຍທີ່ເຫັນໃນປັດຈຸບັນນອກຈາກຮ່ອງຮອຍຂອງສົງຄາມບົນພື້ນດິນທີ່ມີຢູ່ທົ່ວໄປແລ້ວ ຍັງມີເຂດທີ່ຫມັ້ນຂອງອົງແກ້ວ ອົງກົມມະດໍາທີ່ຕັ້ງຢູ່ບ້ານທົ່ງຫວາຍ, ເຂື່ອນໄ​ຟຟ້າສະໄຫມຝຣັ່ງ, ຫ້ອງການໄຟຟ້າເກົ່າ ແລະຄ້າຍທະຫານເກົ່າທີ່ເທສະບານເມືອງປາກຊ່ອງ ແລະແຫ່ງອື່ນໆ.

5 (4)

ພູມອາກາດຢູ່ປາກຊ່ອງຈະຫນາວເຢັນຕະຫລອດປີ  ເຮັດໃຫ້ໃນລະດູຫນາວຈະມີນໍ້າໝອກປົກຄຸມໄປທົ່ວ ພ້ອມກັບມີດອກຕາເວັນປ່າ ເບັ່ງບານທ້າລົມຫນາວໄປທົ່ວ ເຮັດໃຫ້ສ້າງຄວາມງົດງາມໄປອີກແບບຫນຶ່ງ.

ດ້ວຍເປັນເຂດທີ່ອາກາດຫນາວເຢັນ ແລະມີຝົນຕົກຫລາຍ ເຮັດໃຫ້ປາກຊ່ອງອຸດົມສົມບູນໄປດ້ວຍທໍາມະຊາດ ແລະ ຊີວະນາພັນ ໂດຍຈະມີດອກໄມ້ຫລາກຫລາຍສະນິດເບັ່ງບານຕາມລະດູການ.

 

ທີ່ມາ: http://la.laotrips.com/?p=378

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...