Homeຍ້ອງຍໍຄົນດີເດັ່ນສົມເດດ ຜູ້ນຳເອົາແນວຄິດລະບົບຕິດຕາມ ແລະ ຄວບຄຸມອຸປະກອນໄຟຟ້າທາງໄກຜ່ານມືຖື ແບບ SMS ມານຳໃຊ້ເກີດປະໂຫຍດ ຊົມເຊີຍ!

ສົມເດດ ຜູ້ນຳເອົາແນວຄິດລະບົບຕິດຕາມ ແລະ ຄວບຄຸມອຸປະກອນໄຟຟ້າທາງໄກຜ່ານມືຖື ແບບ SMS ມານຳໃຊ້ເກີດປະໂຫຍດ ຊົມເຊີຍ!

Published on

ທ້າວ ສົມເດດ ກຳລັງສຶກສາຢູ່ຄະນະອີເລັກໂທຣນິກໂທລະຄົມ-ມະນາຄົມການບິນ (ນັກສຶກສາລາວ) ໄດ້ມີແນວຄວາມຄິດສ້າງລະບົບຕິດຕາມແລະຄວບຄຸມອຸປະກອນໄຟຟ້າທາງໄກຜ່ານ SMS ມືຖື ເຊິ່ງເປັນແນວຄວາມຄິດໃໝ່ທີ່ສ້າງຂຶ້ນເພື່ອຄວບຄຸມອຸປະກອນໄຟຟ້າໃນເຮືອນຂອງເຮົາ ໂດຍໃຊ້ໂທລະສັບຄວບຄຸມ ແລະ ບັງຄັບໃຫ້ເຄື່ອງໃຊ້ໄຟຟ້າໃນເຮືອນທ່ານໃຫ້ເປີດ-ປິດຕາມທີ່ທ່ານຕ້ອງການ ນີ້ເປັນສຸດຍອດສິ່ງປະດິດອີກອັນໜຶ່ງຂອງຄົນລາວ ທີ່ຈະຊ່ວຍປ້ອງກັນອັກຄີໄພເຫດເກີດຈາກໄຟຟ້າລັດວົງຈອນ ເນື່ອງຈາກລືມມອດເຄື່ອງໃຊ້ໄຟຟ້າໃນເຮືອນ ແລະ ຍັງສະດວກໃນເວລາທີ່ທ່ານອອກໄປນອກເຮືອນແລ້ວບໍ່ຈຳເປັນຕ້ອງຂັບລົດກັບມາເຮືອນເພື່ອກັບມາມອດເຄື່ອງໃຊ້ໄຟຟ້າທີ່ທ່ານລືມມອດໄວ້ອີກດ້ວຍ ແຖມຍັງຊ່ວຍເຮົາປະຫຍັດຄ່າໄຟໄດ້ອີກດ້ວຍ.

ວິດີໂອດັ່ງກ່າວໄດ້ຖືກເຜີຍແຜ່ທີ່ ເຟສບຸກ Shineday Skyline ໃນວັນທີ 6 ມິຖຸນາ 2016ທີ່ຜ່ານມານີ້ ເຊິ່ງໃນວິດີໂອຈະອະທິບາຍລາຍລະອຽດຄຸນປະໂຫຍດ ແລະ ວິທີການນຳໃຊ້ຕ່າງໆ ເຮົາມາເບິ່ງພ້ອມໆກັນເລີຍ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...